Breaking News

ຢາກຂາວ, ຢາກງາມ ປຶກສາສາວກຸ້ງ K-Same Me by Koung

ແບ່ງປັນ

ເລື່ອງຄວາມງາມຕອນນີ້ບໍ່ວ່າຍິງ ຫຼື ຊາຍແມ່ນບໍ່ມີໃຜຍອມໃຜ ຕ່າງກໍຫັນມາຢາກມີຜິວພັນທີ່ດີ ແລະ ສົດໃສ ໂດຍສະເພາະແຖບອາຊີເຮົາແມ່ນຕ້ອງຜິວຂາວໆ ຜ່ອງໆ ເບິ່ງແລ້ວມີອໍຣ່າເທົ່ານັ້ນ ຈຶ່ງແມ່ນຄຳຕອບຂອງ “ຄວາມງາມ”,  ຂະໜາດສາວບາງຄົນໜ້າຕາບໍ່ໂດດເດັ່ນ ແຕ່ມີຜິວທີ່ຂາວໃສ ອ້າຍບ່າວກໍລຸມຂາຍຂະໜົມຈີບ ຈົນຄິວບໍ່ວ່າງພຸ້ນແຫຼະ.

ມື້ນີ້! BeautyGuru ຈະມາແນະນຳ ສາວງາມຄົນໜຶ່ງ ຊື່ວ່າ ກຸ້ງ ອາຍຸພຽງ 23 ປີ ເທົ່ານັ້ນ, ແຕ່ສາມາດເປັນເຈົ້າຂອງຍີ່ຫໍ້ສິນຄ້າ (Brand) ທີ່ກໍາລັງມາແຮງ ແລະ ຂາຍດີທີ່ສຸດໃນລາວຕອນນີ້ເລີຍໃດ ຂາຍດີສ່ຳໃດຫັ້ນຫວາ?? ອາທິດໜຶ່ງນາງ ຂາຍໄດ້ເຖິງ 30,000 ຊອງພຸ້ນແຫຼະ. ອ້າປາກຄ້າງເລີຍແມ່ນບໍ່? ເຫັນສິນຄ້າ ຂອງ ສາວກຸ້ງ ຂາຍດີແບບນີ້ ສາວໆ ເລີ່ມຢາກຮູ້ແລ້ວແມ່ນບໍ່ວ່າ ສາວກຸ້ງ ໄປເຮັດຫຍັງມາ ຈຶ່ງກາຍມາເປັນເຈົ້າຂອງທຸລະກິດ ທີ່ເອີ້ນໄດ້ວ່າ “ສາວອາຍຸນ້ອຍ ຮ້ອຍລ້ານແບບນີ້!”

ສາວກຸ້ງໄດ້ເລົ່າໃຫ້ຟັງວ່າ: ກ່ອນຈະມາເປັນເຈົ້າຂອງຜະລິດຕະພັນ K-Same Me by Koung ນາງເປັນຄົນຜິວດຳຫຼາຍ, ດຳແບບກຳມະພັນ ຕັ້ງແຕ່ເກີດພຸ້ນນ່າ ເພາະພື້ນຖານຄອບຄົວມາຈາກພາກໃຕ້ສຸດຂອງປະເທດລາວ ຄືແຂວງອັດຕະປື ສາວກຸ້ງ ຄິດວ່າ ຄືຈະບໍ່ມີມື້ທີ່ຜິວຂາວໃສ, ຄືຄົນອື່ນ. ແຕ່ໂຊກຊະຕານາງກໍປ່ຽນໄປເມື່ອໄດ້ຮູ້ຈັກເຈົ້າຂອງໂຮງງານຜະລິດຕະພັນເພື່ອຄວາມງາມ ໄດ້ປຶກສາ ເພິ່ນກໍ ສົ່ງຜະລິດຕະພັນທີ່ມີສານສະກັດນໍາເຂົ້າຈາກປະເທດເກົາຫລີ ມາໃຫ້ທົດລອງໃຊ້ ເມື່ອໃຊ້ແລ້ວຮູ້ສຶກວ່າຜິວຂາວ, ມີສຸຂະພາບດີ ໝູ່ຄູ່ກໍທ້ວງວ່າຂາວຂຶ້ນ ຜິວໃສຂຶ້ນ ແລະງາມຂຶ້ນ ຈຶ່ງຮູ້ສຶກໝັ້ນໃຈໃນສິນຄ້າ ແລະ ຕັດສິນໃຈຜະລິດມາຂາຍ ເພື່ອແບ່ງປັນຄວາມຂາວໃສໃຫ້ໝູ່ເພື່ອນ. ທັງປະເທດລາວ ແລະ ປະເທດໄທນຳ.

ຖ້າໃຜມີບັນຫາເລື່ອງຜິວດໍາຄໍ້າ ກຸ້ງ ຂໍແນະນຳເດີ້ ວ່າ: ໃຫ້ມາທົດລອງໃຊ້ຜະລິດຕະພັນຂອງ K-Same Me by Koung ທີ່ກຸ້ງໃຊ້ເປັນປະຈຳ ກຸ້ງເຊື່ອວ່າຜິວຂອງສາວໆ ຈະຂາວໃສຂຶ້ນກວ່າເກົ່າແນ່ນອນ ເພາະເຮົາໃຊ້ແຕ່ສ່ວນປະສົມທີ່ມີປະສິດທິພາບ. ພຽງແຕ່ໃຊ້ຜົງນົມຂອງ K- Sam Me by: koung ປະສົມກັບນໍ້າແລ້ວນຳມາ ທາຕົນໂຕ ປະໄວ້ 5-15 ນາທີ ແລ້ວລ້າງອອກ ຈະເຫັນຄວາມແຕກຕ່າງຂອງຜິວເລີຍ ຮູ້ສຶກໄດ້ວ່າຜິວດີຂຶ້ນ ໃຊ້ໄປເລື້ອຍໆຜິວຈະຂາວຂຶ້ນແນ່ນອນ.

ສາວກຸ້ງ ໄດ້ເອົາໃຈລູກຄ້າຊາວ ລາວທີ່ໜ້າຮັກ ໂດຍຂາຍລາຄາບໍ່ແພງ ຊອງໜຶ່ງ ພຽງ 25,000 ກີບ ເທົ່ານັ້ນ ໃຊ້ໄດ້ທັງໜ້າ ແລະ ຜິວກາຍເດີ້. ຕອນນີ້ຄົນລາວໃຫ້ຄວາມສົນໃຈໃນສິນຄ້າໂຕນີ້ຫຼາຍ ຈົນມີຍອດຂາຍເກີນເປົ້າ ຖືວ່າ ສາວກຸ້ງ ເປັນໄວລຸ້ນລາວຄົນໜຶ່ງທີ່ປະສົບຜົນສຳເລັດໃນການເຮັດທຸລະກິດ ແລະ ກໍເຮັດໃຫ້ສາວລາວຫຼາຍໆຄົນຂາວຂຶ້ນ ງາມຂຶ້ນ ຊີວີດດີຂື້ນ ຈົນມາສະໝັກຕົວແທນ ຈຳໜ່າຍກັນຢ່າງຫຼວງຫຼາຍ.

ຖ້າໃຜສົນໃຈສິນຄ້າ ຫຼື ຢາກເປັນຕົວແທນຈໍາໜ່າຍ ຕິດຕໍ່ ສາວກຸ້ງ ໄດ້ທີ່ເບີ: 020 98190260 ຫຼື ເຂົ້າໄປເບິ່ງລີວິວລູກຄ້າ ແລະ ສິນຄ້າໄດ້ທີ່ Facebook: Koung Sxaiyarseng

 

 

ແບ່ງປັນ