Breaking News

ສວນນໍ້າດົງ ແຫຼ່ງທ່ອງທ່ຽວທາງທໍາມະຊາດ ອີກແຫ່ງໜຶ່ງຂອງແຂວງຫຼວງພະບາງ

ແບ່ງປັນ

ສະບາຍດີ ສາວໆທີ່ໜ້າຮັກທັງຫຼາຍ ມື້ນີ້ແອັດມີນຈະພາໄປທ່ຽວເມືອງມໍລະດົກໂລກ ສາວໆຄົງຈະຮູ້ແລ້ວເນາະວ່າແມ່ນແຂວງໃດ. ແຂວງຫຼວງພະບາງນັ້ນຄືດັ່ງທີ່ເຮົາຮູ້ກັນຢູ່ແລ້ວວ່າ ມີແຫຼ່ງທ່ອງທ່ຽວທີ່ຫຼາກຫຼາຍບໍ່ວ່າຈະເປັນທາງດ້ານທໍາມະຊາດ, ປະຫວັດສາດ ແຕ່ມື້ນີ້ແອັດຈະພາໄປທ່ຽວສະຖານທີ່ທ່ອງທ່ຽວແຫ່ງໃໝ່ ນັ້ນກໍຄືສວນນໍ້າດົງ Nahmdong Park ຕັ້ງຢູ່ບ້ານ ຊຽງມວກ ເມືອງຫຼວງພະບາງ ແຂວງຫຼວງພະບາງ ເຊິ່ງເປັນແຫຼ່ງທ່ອງທ່ຽວໃນຮູບແບບອະນຸລັກທໍາມະຊາດ ແບບຄົບວົງຈອນເປັນດິນແດນທີ່ອຸດົມສົມບູນ ຫ່ງຈາກຕົວເມືອງຫຼວງພະບາງພຽງ 10 ກິໂລແມັດ.

ຢູ່ໃນສວນແຫ່ງນີ້ຍັງມີ ກິດຈະກໍາໄວ້ໃຫ້ນັກທ່ອງທ່ຽວໄດ້ຫຼິ້ນໄດ້ຊົມເຊັ່ນ: ມີຂີ່ສະລິງ, ໄຕ່ເຊືອກ, ຫຼິ້ນນໍ້າ ແລະ ມີສວນສັດຂະໜາດນ້ອຍ, ສວນລ້ຽງເຜິ້ງ, ເຮືອນຕົ້ນໄມ້ ນອກຈາກນີ້ ຍັງມີສະຖານທີ່ຕັ້ງແຄັມສໍາລັບນັກທ່ອງທ່ຽວທີ່ຕ້ອງການຕັ້ງແຄັມໃນເວລາກາງຄືນ ຖ້າສາວໆຄົນໃດມີໂອກາດໄດ້ໄປທ່ຽວເມືອງມໍລະດົກໂລກຢ່າລືມລອງໄປສໍາຜັດເບິ່ງເດີ້.

ຮູບພາບຈາກ: ສວນນໍ້າດົງ

ແບ່ງປັນ