Breaking News

ນາງເອກພັນລ້ານຂອງລາວ ລູກນໍ້າ ວົງສິຣິ ດັງໄກສະແດງຮູບເງົາຮ່ວມກັບດາລາດັງຂອງປະເທດເພື່ອນບ້ານ!!!

ແບ່ງປັນ

ນາງເອກພັນລ້ານຂອງລາວ ລູກນໍ້າ ວົງສິຣິ ດັງໄກສະແດງຮູບເງົາຮ່ວມກັບດາລາດັງຂອງປະເທດເພື່ອນບ້ານ, ໃນວັນທີ 6 ກໍລະກົດ ນັບວ່າເປັນຂ່າວດີຂອງວົງການບັນເທິງຂອງລາວເຮົາເພາະ ລູກນໍ້າ ອະດີດນາງງາມ ແລະ ນາງເອກຮູບເງົາພັນລ້ານຈາກເລື່ອງ “ຫົງຫາມເຕົ່າ ຂ້ອຍຕວະເຈົ້າ ເຮົາຮັກກັນ” ໄດ້ໄປຮ່ວມພິທີບວງສວງຮູບເງົາເລື່ອງໃໝ່ “ມັງກອນນາລີປີສາດ” ທີ່ສາວລູກນໍ້າຂອງເຮົາໄດ້ຮ່ວມສະແດງກັບ ດາລາ-ນັກສະແດງ ທີ່ມີຝີມືຫຼາຍທ່ານເຊັ່ນ: ກຣີນ ອັດສະດາພອນ, ພິ້ງກີ້ ສາວິກາ, ໂຕ່ໂນ່ ພາຄິນ ແລະ ຍັງມີນັກສະແດງອະວຸໂສຫຼາກຫຼາຍຝີມືຂອງໄທທີ່ມາຮ່ວມຫຼິ້ນໃນຮູບເງົາເລື່ອງນີ້ອີກດ້ວຍ, ສ່ວນວ່າໃນຮູບເງົາເລື່ອງ “ມັງກອນນາລີປີສາດ” ລູກນໍ້ານາງເອກພັນລ້ານຂອງລາວເຮົານັ້ນຈະສະແດງໃນບົດບາດໃດ…ກະລຸນາຕິດຕາມກັນໄດ້ໄວໆນີ້.

#ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ

ຂໍຂອບໃຈຮູບພາບຈາກ: Louknum Vongsili

ແບ່ງປັນ