Breaking News

ນັກສຶກສາລາວ ໄດ້ຮັບໃບປະກາດສະນີຍະບັດກຽດນິຍົມອັນດັບໜຶ່ງທີ່ປັກກິ່ງ

ແບ່ງປັນ

ມີມາອີກແລ້ວນັກສຶກສາລາວເຮົາ ທີ່ໄປຮຽນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ. ນາງ​ຫອມ​ມະ​ນີ ໄຊ​ຍະ​ເລີດ ນັກ​ສຶກ​ສາ​ລາວ​ຮຽນ​ຢູ່​ ຄະ​ນະ​ການ​ເງິນ​ ແລະ​ ການ​ທະ​ນາ​ຄານ ​ມະ​ຫາ​ວິ​ທະ​ຍາ​ໄລ ​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ ​ທີີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ເປັນ​ເວ​ລາ 5 ປີຈຶ່ງ​ໄດ້​ສຳ​ເລັດ​ການ​ສຶກ​ສາ​ ລະ​ດັບ​ປະ​ລິນ​ຍາ​ຕີ ໃນ​ສົກ​ປີ 2016-2017 ແລະ ​ເປັນ​ໜຶ່ງ​ດຽວ​ຂອງ​ນັກ​ສຶກ​ສາ​ລາວ ໃນ​ສົກ​ຮຽນ​ນີ້ທີ່​ໄດ້​ຮັບ​ໃບ​ປະ​ກາດ​ສະ​ນິ​ຍະ​ບັດ​ກຽດ​ນິ​ຍົມ​ອັນ​ດັບ​ໜຶ່ງ ​ໃນ​ຈຳ​ນວນ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ທັງ​ໝົດ 54 ຄົນ, ເຊິ່ງ​ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຈາກ​ຄູ​ອາ​ຈານ, ພໍ່​ແມ່ນ​ຍາດ​ຕິ​ພີ່​ນ້ອງ​ກໍ​ຄື​ໝູ່​ເພື່ອນ​ນັກ​ສຶກ​ສາ​ລາວ ​ແລະ ​ຕ່າງ​ປະ​ເທດ​ຢ່າງ​ຫຼວງ​ຫຼາຍ. ໃນສົກຮຽນໜ້ານີ້ ສາວຫອມມະນີ ກໍ່ຈະສືບຕໍ່ສຶກສາຮໍ່າຮຽນ ໃນ​ລະ​ດັບ​ປະ​ລິນ​ຍາ​ໂທ​ ສາ​ຂາ​ການ​ເງິນ​ທີ່​ ມະ​ຫາ​ວິ​ທະ​ຍາ​ໄລ ​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ​ ນະ​ຄອນ​ຫຼວງ​ປັກ​ກິ່ງ​ຕື່ມ​ອີກ.

ທີ່ມາ: CRI

ແບ່ງປັນ