Breaking News

ບໍລິສັດ ໄຟຟ້ານໍ້າເທີນ 2 ມອບທຶນການສຶກໄປຮຽນຢູ່ຝຣັ່ງ ໃຫ້ນັກຮຽນ 3 ຄົນຄົນ

ແບ່ງປັນ

ບໍລິສັດໄຟຟ້ານໍ້າເທີນ 2 ໄດ້ລົງນາມເຊັນສັນຍາຮ່ວມມືກັບ ສະຖານທູດຝຣັ່ງປະຈໍາລາວ ເພື່ອໃຫ້ທຶນການສຶກສາໃຫ້ແກ່ນ້ອງນັກຮຽນ ຈໍານວນ 3 ທຶນສໍາລັບປີ 2017 ເພື່ອໄປຮຽນຕໍ່ທີ່ປະເທດຝຣັ່ງເປັນເວລາ 2 ປີ ໂດຍການຄັດເລືອກເອົານັກຮຽນທີ່ເວົ້າພາສາຝຣັ່ງໄດ້ນັ້ນເອງ ຈຸດປະສົງກະເພື່ອແນ່ໃສ່ສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນ ແລະ ຕອບສະໜອງຕາມຄວາມຕ້ອງການຂອງອຸດສາຫະກໍາພະລັງງານ

ໂຄງການໃຫ້ທຶນການສຶກສາ ນີ້ແມ່ນເລີ່ມຈັດຕັ້ງມາແຕ່ປີ 2015 ຈົນຮອດປັດຈຸບັນ ເຊິ່ງຜ່ານການຄັດເລືອກມີນັກຮຽນທີ່ໄດ້ຮັບທຶນດັ່ງກ່າວ 3 ຄົນຄື: ທ້າວ ເພັດທະສອນ ມານີປະກອນ ຈາກໂຮງຮຽນມັດທະຍົມຝຣັ່ງ, ທ້າວ ອາລິຍະເດດ ທໍາມະວົງ ແລະ ນາງ ດາຣານີ ສໍລາງກຸນ ຈາກໂຮງຮຽນມັດທະຍົມສົມບູນວຽງຈັນ. ນ້ອງນັກຮຽນທັງ 3 ຄົນນີ້ຈະໄດ້ໄປສຶກສາທີ່ມະຫາວິທະຍາໄລ ດ້ານເຕັກໂນໂລຊີ ທີ່ມີຊື່ສຽງຕັ້ງພາກຕາເວັນອອກສຽງໃຕ້ຂອງປະເທດຝຣັ່ງ ແລະ ນ້ອງນັກຮຽນທັງ 3 ຈະເດີນທາງໃນວັນທີ 21 ກໍລະກົດ ນີ້. ຫຼັງຈາກທີ່ນ້ອງສໍາເລັດການສຶກສາແລ້ວ ກໍຈະກັບຄືນມາບ້ານເກີດ ເພື່ອຈະເລີ່ມຕົ້ນເຮັດວຽກຢູ່ທີ NTPC. ສໍາລັບ NTPC ແມ່ນດໍາເນີນການຜະລິດເຂື່ອນໄຟຟ້າພະລັງງານນໍ້າຕົກທີ່ໃຫຍ່ທີ່ສຸດໃນ ສປປ ລາວ.

ຂໍ້ມູນ: ເສດຖະກິດ-ສັງຄົມ

ແບ່ງປັນ