Breaking News

ງາມ ແລະ ເຊັກຊີ່ຫຼາຍ! ມາເບິ່ງກິດຈະກຳຍາມວ່າງຂອງບັນດານາງສາວຜູ້ເຂົ້າປະກວດ ມິສແກຣນລາວ

ແບ່ງປັນ

ສະບາຍດີໆ…ແຟນເພສ ຂວັນໃຈ ທຸກໆຄົນເລີ່ມຕົ້ນອາທິດໃໝ່ໃນວັນຈັນ ວັນທີ 10 ກໍລະກົດ 2017 ນີ້ ຊະນີIndy ກໍມີແນວສວຍໆງາມໆມາຝາກແຟນເພສກັນອີກແລ້ວ ເປັນຄວາມງາມ ແລະ ເຊັກຊີ່ຂອງບັນດານາງສາວຜູ້ເຂົ້າຮອບ 20 ຄົນສຸດທ້າຍຂອງເວທີການປະກວດສາວງາມ ມິສແກຣນລາວ  2017 ນັ້ນເອງ, ເຊິ່ງໃນວັນອາທິດ ວັນທີ 9 ກໍລະກົດ ທີ່ຜ່ານມາບັນດາສາວໆເຫຼົ່ານີ້ກໍໄດ້ດຳເນີນເຮັດກິດຈະກຳໃນກອງປະກວດກັນຢ່າງຕໍ່ເນື່ອງ ກ່ອນວັນປະກວດສຸດທ້າຍ ທີ່ຈະຈັດຂຶ້ນໃນວັນເສົາ ທີ 15/7/2017, ແລະ ໃນມື້ທີ່ຜ່ານມາສາວໆ ມິສແກຣນລາວ ກໍໄດ້ໄປເຮັດກິດຈະກຳຍາມວ່າງໃນມື້ພັກຜ່ອນໂດຍສວມໃສ່ຊຸດລອຍນໍ້າແບບງາມໆ ແລະ ເຊັກຊີ່ຫຼາຍ, ນອກຈາກນັ້ນສາວໆທັງໝົດກໍໄດ້ມີການຖ່າຍຮູບລວມໝູ່ ແລະ ຫຼິ້ນນໍ້າກັນໃນສະລອຍນໍ້າ ເຫັນແລ້ວເປັນຕາຮັກຕາແພງຫຼາຍໆສຳລັບສາວລາວເຮົາ.

#ແຊຣໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ

ຂໍຂອບໃຈຮູບພາບຈາກ: MISS GRAND LAOS ມີສແກຣນລາວ

ແບ່ງປັນ