Breaking News

ຈະມາແນະນໍາ App ແຕ່ງຮູບມຸ້ງມິ້ງ, ຟຸ້ງຟຼິ້ງ ໄວ້ Up ລົງ Social ໃຫ້ຄົນທີ່ເຫັນອົດທີ່ຈະກົດ Like ບໍ່ໄດ້!

ແບ່ງປັນ

ສາວໆເຖິງວ່າຈະໝັ້ນໃຈໃນໃບໜ້າຂອງຕົວເອງສໍ່າໃດ ກໍເຊື່ອວ່າບໍ່ມີໃຜດອກທີ່ຈະກ້າຖ່າຍຮູບກັບກ້ອງສົດໆ ລົງໃນ Social ບໍ່ວ່າຈະເປັນ Facebook ຫຼື Instagram ກໍຕາມ ອາດຈະຕ້ອງໄດ້ໃຊ້ App ຊ່ວຍຈັກໜ້ອຍລະ ແລະ ຈະດີກວ່າບໍ່ຖ້າມີິ App ດີໆເອົາໄວ້ແຕ່ງຮູບງາມໆ ເອົາໄວ້ Post ລົງ Social ໃຫ້ຄົນທີ່ໄດ້ເຫັນອົດບໍ່ໄດ້ທີ່ຈະຕ້ອງກົດ Like ໃຫ້ຕາມໆກັນ ມື້ນີ້ແອັດກໍບໍ່ພາດທີ່ຈະມາແນະນໍາ App ທີ່ສາມາດແຕ່ງຮູບໄດ້ອອກມາງາມທຽບເທົ່າກັບຮູບທີ່ຜ່ານການ ຣີທັດ ຈາກ Photoshop ພຸ້ນລະ! ຂໍບອກວ່າທັງ ເຊນເລັບ ດາຣາ ໃຊ້ກັນໝົດ! ຢາກຮູ້ແລ້ວບໍ່ວ່າມີ App ໃດແດ່ ເຮົາໄປເບິ່ງກັນເລີຍ

  1.  YouCan Makeup: App ແຕ່ງໜ້າສໍາລັບສາວງາມ ຫຼືບ່າວຫຼໍ່ທີ່ມັກຖ່າຍຮູບແບບ ເຊລຟີ່ App ມື້ນີ້ໃຫ້ເລືອກ Lipstick ແລະ ຊົງຜົມຫຼາກຫຼາຍ Style ໂດຍເຮົາບໍ່ຕ້ອງລົງທຶນໄປຊື້ເຄື່ອງສໍາອາງ ຫຼືໄປຮ້ານເຮັດຜົມເລີຍ ຖ້າເບິ່ງໃນອີກແງ່ໜຶ່ງກໍຖືວ່າເປັນທົດລອງແຕ່ງໜ້າ ຫຼືເຮັດຊົງຜົມກ່ອນໄປເຮັດຕົວຈິງນັ້ນເອງ.

2.  Magic-Hour-Photo Editor: ສໍາລັບ App ແຕ່ງຮູບສຸດຄູລທີ່ມີໂທນຄ້ອນຂ້າງເຢັນ ແລະ ເປັນເອກະລັກຄົງຈະໜີບໍ່ພົ້ນ App Magic-Hour-Photo Editor ທີ່ມີ ຟິວເຕີ່ໃຫ້ເລືອກຫຼາກຫຼາຍເຖິງ 100 ແບບ ໃຫ້ເຮົາໄດເລືອກ ມີທັງໃຊ້ຟຼີ ແລະ ເສຍເງິນ

3.  VSCO & VSCOcam: ເປັນ App ທີ່ໄວໜຸ່ມ, ດາຣາທັງລາວ ແລະ ຕ່າງປະເທດນິຍົມໃຊ້ຫຼາຍທີ່ສຸດໃນການແຕ່ງຮູບລົງ IG ຮູບທີ່ໄດ້ຈະເປັນແນວ ຮິບເຕີ່ ສ່ວນຫຼາຍຮູບງາມໆໃນເວັບ VSCO ຫຼາຍທີ່ສຸດ App ນີ້ມີຟັງຊັ່ນປັບຄວາມແຈ້ງ ເພິ່ມຄວາມຄົມຊັດ ເລືອກໂທນສີງາມໆໄດ້ຕາມຕ້ອງການ ສາມາດໂຫຼດຟຼີໄດ້ເລີຍ

4.  Photo Editor Lidow Sweet & lidow Snap Pic: App ໜ້າຊັດຫຼັງເບຼີ ທີ່ສາມາດເລືອກໄດ້ບໍ່ວ່າຈະເປັນເບຼີແບບໃດ ອາດຈະເປັນຮູບວົງກົມ ສີ່ຫຼ່ຽມ ນອກນັ້ນຍັງມີຫຼາກຫຼາຍຟີວເຕີ່ ປັບສີ, ແສງ ຕັດໃສ່ຂໍ້ຄວາມ + ເພິ່ມ Emoji ຈາກ Snap shot ແລະ ໝູນຮູບຢ່າງອິດສະຫຼະ ແລະ ສາມາດເຮັດໃຫ້ຮູ້ເບຼີ ແບບໂຟກັສເຮົາຄົນດຽວກໍໄດ້

5.  Signote: ເຖິງຈະເປັນ App ເສຍເງິນແຕ່ກໍມີຄວາມຄຸ້ມຄ່າຢ່າງແນ່ນອນສໍາລັບ App Signote ທີ່ຖືກອອກແບບມາໃຫ້ພວກເຮົາທຸກຄົນ ສາມາດແຕ້ມຮູບລົງໃນເຈ້ຍ A4 ແລະ ຖ່າຍຮູບທີ່ເຮົາແຕ້ມສົ່ງເຂົ້າໄປໃນຮູບທີ່ເຮົາເລືອກໄດ້ຢ່າງເປັນອິດສະຫຼະ ຕາມຄວາມຕ້ອງການ ເໝາະສໍາລັບຮູບທີ່ເຮົາຄິດວ່າງາມແລ້ວ ດີແລ້ວ ແຕ່ຢາກບອກຄວາມໃນໃຈໃຫ້ຄົນໆນັ້ນໄດ້ຮັບຮູ້ ນອກຈາກນີ້ເຮົາຍັງສາມາດເຊັບຮູບໃຫ້ກາຍເປັນລາຍເສັ້ນນໍາເດີ້ ແຕ່ຕ້ອງເປັນຮູບທີ່ຊັດເຈນ.

By: BeautyGuru

Cr: Sprice

ແບ່ງປັນ