Breaking News

ເກັ່ງຫຼາຍ! ນັກບິນ ສາວອິນເດຍສ້າງປະຫວັດສາດໃຫ້ກັບໂລກ! ການເປັນແມ່ຍິງທີ່ອາຍຸນ້ອຍທີ່ສຸດໃນການເປັນກັບຕັນເຮືອບິນ…

ແບ່ງປັນ

ເກັ່ງຫຼາຍ! ແອນນີ ທິບພະຍາ ສາວ ອິນເດຍ ໄດ້ສ້າງປະຫວັດສາດ ເປັນແມ່ຍິງທີ່ມີອາຍຸນ້ອຍທີ່ສຸດ ທີ່ໄດ້ເປັນກັບຕັນຂັບເຮືອບິນ ໂບອິ່ງ 777.  ໂດຍ ແອນນີ ໄດ້ເລີ່ມເຂົ້າໂຮງຮຽນການບິນຢູ່ ລັດອຸຕະຣະປະເທດ ຂອງອິນເດຍ ເມື່ອອາຍຸໄດ້ 17 ປີ ເຖິງແມ່ນວ່າບໍ່ໄດ້ຮັບການສະໜັບສະໜູນຈາກຄອບຄົວກໍຕາມ, ແຕ່ນາງກໍໄດ້ຕັດສິນໃຈເລືອກເອົາອາຊີບນັກບິນ ຈຶ່ງໄດ້ໄປຮຽນຕໍ່ດ້ານການບິນຢູ່ ແອັດສະປາຍ ເມື່ອອາຍຸ 19 ປີ ແລະ ຈາກນັ້ນເມື່ອອາຍຸໄດ້ 21 ປີ ຈຶ່ງໄດ້ເດີນທາງໄປຮຽນຕໍ່ເພີ່ມເຕີມຢູ່ນະຄອນຫຼວງ ລອນດອນ ປະເທດ ອັງກິດ ເຊິ່ງນາງໄດ້ຮຽນຂັບເຮືອບິນໂບອິ່ງ 777 ເປັນຄັ້ງທຳອິດ ຈົນສາມາດກ້າວຂຶ້ນມາເປັນກັບຕັນ ແລະ ໄດ້ສ້າງປະຫວັດສາດໃນວົງການການບິນຂອງໂລກ. ຖືວ່າເປັນທີ່ໜ້າຍົກຍ້ອງຫຼາຍ ເຫັນບໍ່ສາວໆບໍ່ມີຫຍັງທີ່ແມ່ຍິງຄືເຮົາເຮັດບໍ່ໄດ້ ຂໍແຕ່ມີຄວາມຕັ້ງໃຈ ແອັດເຊື່ອວ່າແມ່ຍິງຍຸກໃໝ່ເຮັດໄດ້ທຸກໆຢ່າງ.

ຂໍຂອບໃຈແຫຼ່ງຂ່າວ: Lao Post

ແບ່ງປັນ