Breaking News

ດຣ່າມ່າ! ກິຕ້າ ເຖິງຂັ້ນຕ້ອງອອກມາເຄຍບັນຫາໂລກແຕກກ່ຽວກັບກະແສສັງຄົມລາວທີ່ບໍ່ຍອມຮັບຕົນເວົ້າພາສາໄທອອກສື່!!! (ມີຄລິບ)

ແບ່ງປັນ

ກາຍເປັນຂ່າວທີ່ຮ້ອນແຮງ Talk of the town ກັນເລີຍ ສຳລັບສາວລາວຄົນງາມ ກິຕ້າ ພັດທະສອນ ມະນີດາລັດ ອາຍຸ 25ປີ ສາວລາວຄົນທຳອິດທີ່ໄປອອກລາຍການເລືອກຄຸ່ຊື່ດັງ Take me out Thailand ຈົນສາມາດແຈ້ງເກີດໂດ່ງດັງກັນມາຮອດທຸກມື້ນີ້, ແລະຫຼ້າສຸດ ກິຕ້າ ກໍໄດ້ຖືກເຊີນໄປອອກລາຍການຂອງຝັ່ງປະເທດເພື່ອນບ້ານລາຍການໜຶ່ງ ແລະ ລາຍການດັ່ງກ່າວກໍຂໍໃຫ້ ກິຕ້າ ເວົ້າພາສາໄທເພື່ອໃຫ້ພວກເຂົາເຂົ້າໃຈ ສາວ ກິຕ້າ ຂອງເຮົາກໍເລີຍເຮັດຕາມທີ່ລາຍການຕ້ອງການເວົ້າພາສາໄທໄປໜ້ອຍໜຶ່ງ ພຽງແຕ່ເທົ່ານັ້ນກໍເກີດກະແສ ດຣ່າມ່າຈາກແຟນໆຊາວລາວທີ່ວ່າສາວກິຕ້າເປັນຄົນລາວບໍ່ຄວນໄປເວົ້າພາສາເພື່ອນບ້ານອອກສື່ແບບນັ້ນ ງານນີ້ ກິຕ້າ ກໍບໍ່ໄດ້ນິ່ງນອນໃຈເລີຍອອກມາເຄຍໃຈໝົດເປືອກໂດຍການ Live ສົດທາງເຟສບຸກຂອງຕົວເອງຕອບບັນຫາຄາໃຈຂອງທຸກໆຄົນຢ່າງດຸເດັດເຜັດເດືອດ ໂດຍສາວ ກິຕ້າ ກໍໄດ້ອອກມາເປີດໃຈດັ່ງນີ້:

“ມັນຄືບັນຫາໂລກແຕກທີ່ຫຼາຍໆຄົນຍັງບໍ່ເປີດໃຈ ຕອນນີ້ໂລກມັນໄປໄກແລ້ວ ມັນເປັນປີ 2017 ແລ້ວ ການຮັກສາວັດທະນະທຳຂອງລາວເຮົາກໍຍັງຄືເກົ່າ ການຮັກສາວັດທະນະທຳມັນບໍ່ໄດ້ໝາຍຄວາມວ່າເຮົາຈະເວົ້າພາສາອື່ນບໍ່ໄດ້ ເປັນປະເດັນທີ່ບໍ່ຈົບບໍ່ສິ້ນຈັກເທື່ອ ເປັນປະເດັນທີ່ວ່າເຮົາໄປເວົ້າພາສາໄທ ແລະເວລາຄົນລາວເວົ້າພາສາໄທຈະກາຍເປັນປະເດັນທັນທີ ແຕ່ພໍຄົນລາວເວົ້າພາສາອັງກິດ ພາສາອິນເດຍ ພາສາຝຣັ່ງ ພາສາຫວຽດນາມ ກັບຍ້ອງຍໍວ່າເຂົາເກັ່ງ ວ່າດີ ວ່າສຸດຍອດ ແຕ່ພໍເວົ້າພາສາໄທກັບຖືກເວົ້າໃຫ້ວ່າ ສະຕໍເບີຣີ່ ຕໍແຫຼ ຂາຍຊາດ ດັດຈະລິດ ບໍ່ເວົ້າໃນພາສາບ້ານຕົວເອງ ບໍ່ຮັກຊາດ ກໍເລີຍວ່າງົງວ່າຄິດຫຍັງກັນຢູ່ ເລີຍບໍ່ເຂົ້າໃຈວ່າສິອັກຄະຕິຫຍັງກັບພາສາ ພໍກິຕ້າເວົ້າພາສາໄທເປັນຫຍັງບໍ່ໄດ້ ສຳລັບກິຕ້າທີ່ໃຫ້ສຳພາດໄປໃນລາຍການມື້ວານນີ້ຄືທາງລາຍການເພິ່ນຢາກຂໍໃຫ້ເວົ້າໄທ ຕ້າກະໂອເຄ ກໍເວົ້າຂໍອະນຸຍາດຄົນລາວກ່ອນທີ່ຈະເວົ້າພາສາໄທແລ້ວວ່າຕ້າຂໍອະນຸຍາດເດີ້ ເພາະວ່າເຂົາຢາກເຫັນຄົນລາວເວົ້າພາສາໄທແລ້ວຈະເປັນແບບໄດ ພໍເຮົາເວົ້າພາສາໄທອອກໄປເຂົາກັບຊື່ນຊົມ ຍ້ອງຍໍວ່າເຮົາເກັ່ງ ເຂົາວ່າເຮົາເວົ້າພາສາບ້ານເຂົາໄດ້ຈະແຈ້ງດີ ແຕ່ຄົນປະເທດດຽວກັນເອງກັບຕໍ່ຕ້ານ ຕຳນິຕິຕຽນວ່າກັນ ກະເລີຍວ່າງົງວ່າມັນເກີດອີ່ຫຍັງຂຶ້ນ ”

ນີ້ກໍເປັນຄຳເວົ້າສ່ວນໜຶ່ງຂອງສາວ ກິຕ້າ ລອງມາເບິ່ງຄລິບເຕັມກັນໄດ້ເລີຍ!!!

ປັນຫາໂລກແຕກ?// ຕອບເອງນັກເລງພໍ

โพสต์โดย Kitar Phatthasone Manydalath บน 12 กรกฎาคม 2017

 

ທີ່ມາ: Kitar Phatthasone Manydalath

ແບ່ງປັນ