Breaking News

ໃຜວ່າ! ຜູ້ຊາຍເຈົ້າທີ່ຊູ້ໜ້າຕາດີບໍ່ແມ່ນຜູ້ຊາຍແທ້!

ແບ່ງປັນ

Hi Happy Friday ສາວໆ ວັນສຸກກັນແລ້ວ ມື້ນີ້ກໍຂໍໃຫ້ເປັນວັນສຸກທີ່ສຸກສັນກັນເດີ້! ແລະ ເພື່ອເປັນການເພິ່ມຕຶ່ມຄວາມສຸກໃຫ້ອີກ ມື້ນີ້ BeautyGuru ກໍມີສິ່ງດີໆມາຕ້ອນກັນອີກແລ້ວ ແຕ່ວ່າຈະເປັນຫຍັງນັ້ນກໍໄປຕິດຕາມກັນເລີຍ! ສາວໆບໍ່ວ່າຍຸກໃດສະໄໝໃດ ໃຜໆກໍມັກຄວາມສວຍຄວາມງາມກັນໝົດ ແຕ່ຍຸກນີ້ສະໄໝນີ້ຄວາມສວຍຄວາມງາມນັ້ນມັນໄວ້ໃຈບໍ່ຄ່ອຍໄດ້ແລ້ວ ເພາະຜູ້ຊາຍບາງຄົນສຸດແສນຈະເຈົ້າຊູ້ເປັນທີ່ຫຼົງໄຫຼຂອງສາວໆແຕ່ກໍບໍ່ໄດ້ງາບກັນດອກເພາະເຂົາຫັນໄປກິນກັນເອງໝົດ ຈົນເຮັດໃຫ້ສາວໆນັ່ງເສຍອົກເສຍໃຈວ່າ ເປັນຫຍັງຜູ້ຊາຍທີ່ໜ້າຕາອ່າຍດີໜ້ອຍໜຶ່ງຈຶ່ງຫັນໄປເປັນເກ, ເປັນກະເທີຍ ກັນໝົດແລ້ວແມ່ຍິງຄືເຮົາໆເດໃຜຈະເອົາລະ! ແລະ ກໍພາກັນເໝົາລວມໄປວ່າຜູ້ຊາຍດີໆທີ່ໜ້າຕາດີໆບໍ່ແມ່ນຜູ້ຊາຍແທ້ດອກ! ອ້າວໆໆ ອັນນີ້ມັນກໍເປັນສິ່ງຫ້າມກັນບໍ່ໄດ້ເນາະຄວາມມັກຂອງໃຜລາວ ໃຜມັກຫຍັງກໍວ່າກັນໄປຕາມທີ່ສະບາຍໃຈ ແຕ່ສາວໆຢຸດເສຍໃຈໄປເລີຍ ເພາະມື້ນີ້ແອັດໄດ້ນໍາເອົາບ່າວທີ່ແສນຈະເຈົ້າຊູ້ເປັນເຖິງສະຈວດຢູ່ສາຍການບິນ Laos Air lines ແຕ່ໝັ້ນໃຈໄດ້ເລີຍວ່າບ່າວຄົນນີ້ເປັນຜູ້ຊາຍແທ້ໆ ຮັບຮອງບໍ່ກິນກັນເອງຢ່າງແນ່ນອນຮັບປະກັນດ້ວຍກຽດຂອງ BeautyGuru ຄົນຜູ້ງາມໆໆໆ ຈົນຊອກບໍ່ເຫັນຄົນນີ້ເຈົ້າ. (ສະຫຼຸບອັນທີ່ເວົ້າມາຫຼາຍໆກະບໍ່ກ່ຽວກັບຂ່າວເລີຍ…ງົງ) ເອົາເປັນວ່າເຮົາໄປເບິ່ງໜ້າຕາຂອງລາວດີກວ່າວ່າຈະເຈົ້າຊູ້ຄືແອັດໂມ້ໄປບໍ່?

  • ອ້າຍບ່າສະຈວດຄົນເຈົ້າຊູ້

  • ຍິ້ມໃຈລະລາຍ

  • ອ່ອຍຍຍ ລວມພົນຄົນໜ້າຕາດີ 555

  • With team jah

  • ກະກົດເງິນແລ້ວແຕ່ບໍ່ຮູ້ຈະໄປຫຼິ້ນໃສ?

  • ຢູ່ໃສນີ້?

  • ອາຊີບເສີມ

  • ກາລັນຕີຄວາມເຈົ້າຊູ້ດ້າຍວາບນາຍແບບ.

By: BeautyGuru

ຂອບໃຈຮູບຈາກ: Facebook: Anonsith Chounlamountry

ແບ່ງປັນ