Breaking News

ຂໍສະແດງຄວາມຍິນດີ! ຈິນນາລີ ນໍລະສິງ (ຟ້າໃສ) ຄວ້າມົງກຸດອັນຊົງກຽດ ໄດ້ເປັນມິສແກຣນຄົນທຳອິດຂອງປະເທດລາວ

ແບ່ງປັນ

ປະກາດຜົນກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບການປະກວດນາງງາມ Miss Grand Laos 2017 ໃນຄໍ່າຄືນຂອງວັນທີ 15 ກໍລະກົດ 2017 ທີ່ຜ່ານມາ, ເຊື່ອວ່າຫຼາຍໆທ່ານຄົງຈະລຸ້ນ ແລະເຊຍບັນດານ້ອງໆນາງສາວງາມຜູ້ເຂົ້າປະກວດກັນຢ່າງໃຈຈົດໃຈຈໍ່ ແລະໃນມື້ນີ້ ຂວັນໃຈ ກໍມີຜົນການປະກວດ Miss Grand Laos 2017 ມາຝາກທຸກໆທ່ານ, ເຊິ່ງສາວງາມຄົນທີ່ເໝາະສົມແລະໄດ້ຮັບມົງກຸດອັນຊົງກຽດໄດ້ເປັນມິສແກຣນຄົນທຳອິດຂອງປະເທດລາວກໍຄື ຈິນນາລີ ນໍລະສິງ (ຟ້າໃສ) ໝາຍເລກ MG19 ແລະຍັງບໍ່ໝົດພຽງແຕ່ເທົ່ານັ້ນເພາະ ຟ້າໃສ ຈິນນາລີ ຍັງໄດ້ຮັບອີກໜຶ່ງລາງວັນນັ້ນກໍຄື: ລາງວັນນາງສາວຂວັນໃຈມະຫາຊົນ (Miss Popular vote) ຖືວ່າຄວບເຖິງ 2 ຕໍາແໜ່ງກັນເລີຍ ແລະ ຕໍ່ຈາກນີ້ຟ້າໃສຍັງຈະໄດ້ໄປເປັນຕົວແທນປະເທດລາວໃນການປະກວດ Miss Grand International 2017 ຢູ່ທີ່ປະເທດ ຫວຽດນາມ ໃນເດືອນ ຕຸລາ 2017 ທີ່ຈະມາເຖິງນີ້.

ສ່ວນລາງວັນຮອງອັນດັບມີດັ່ງນີ້: ຮອງອັນດັບ 1: MG13 ພູນຊັບ ພົນໂຍທາ (ມີ່ມີ່) 

ຮອງອັນດັບ 2: MG16 ຈິດສະດາ ວົງໄຊສະຫວາດ (ມຸກ) 

ຮອງອັນດັບ 3: MG1 ແອນນີ້ ນິດາກອນ ຈັນດາລາສານ (ແອນນີ່) 

ຮອງອັນດັບ 4: MG5  ແສງສະຫວັນ ສີຫາລາດ (ມູ່ມີ່) 

#ແຊຣໄປໃຫ້ໂລກຮູ້

ມີຄລິບວິນາທີຕື່ນເຕັ້ນຂອງການປະກາດຕຳແໜ່ງ Miss Grand Laos 2017  ມາຝາກແຟນໆ:

โพสต์โดย Target Hot News บน 15 กรกฎาคม 2017

ຂໍຂອບໃຈຄລິບ ແລະຮູບພາບ

ແບ່ງປັນ