Breaking News

ປ້ອງກັນອັນຕະລາຍຈາກເຄື່ອງສໍາອາງແນວໃດ?

ແບ່ງປັນ

ຈະປ້ອງກັນຕົນເອງຈາກອັນຕະລາຍຂອງເຄື່ອງສໍາອາງແນວໃດ?

 

03

 

  • ບໍ່ແຕ່ງໜ້າເວລາຂັບລົດ ຫຼື ເປັນຜູ້ໂດຍສານໃນລົດ.
  • ບໍ່ໃຊ້ເຄື່ອງສໍາອາງຮ່ວມກັບຜູ້ອື່ນ.
  • ປິດພາຊະນະໃຫ້ແກ່ນເກັບໃຫ້ພົ້ນຈາກແສງແດດ ແລະ ຄວາມຮ້ອນ.
  • ຢ່າໃຊ້ເຄື່ອງສໍາອາງ ຫາກມີບັນຫາຕາອັກເສບ ແລະ ຖີ້ມຜະລິດຕະພັນນັ້ນໄປຖ້າຫາກພົບບັນຫາເຊັ່ນ: ເກັບຜະລິດຕະພັນໄວດົນເກີນໄປ, ເນື້ອຄີມສະລາຍຕົວ.
  • ຢ່າຕື່ມຂອງແຫຼວ ຫຼື ອື່ນໆລົງໃນຜະລິດຕະພັນ ຍົກເວັ້ນຖ້າມີຄໍາແນະນໍາຈາກປ້າຍກຳກັບ.
  • ໂຢນຖີ້ມຫາກພົບວ່າສີເຄື່ອງສໍາອາງທີ່ໃຊ້ຢູ່ເລີ່ມປ່ຽນສີ ຫຼື ມີກິ່ນຜິດປົກກະຕິ.
  • ຢ່າໃຊ້ປ໋ອງສະເປໃກ້ກັບຄວາມຮ້ອນ ຫຼື ລະຫວ່າງສູບຢາເພາະອາດຈະລະເບີດໄດ້.
  • ຢ່າສູບດົມລະອອງສະເປ ຫຼື ຝຸ່ນແປ້ງເຂົ້າປອດ ເພາະມັກຈະມີໂລຫະເປັນອົງປະກອບກໍ່ໃຫ້ເກີດອັນຕະລາຍຕໍ່ຕາໄດ້.

 

ແບ່ງປັນ