Breaking News

ງາມຢ່າງດຽວບໍ່ພໍຕ້ອງສະຫຼາດແລະພິບໄຫວດີ ມາເບິ່ງການຕອບຄຳຖາມຂອງ ຟ້າໃສ ຈິນນາລີ ມິດແກຣນລາວ 2017

ແບ່ງປັນ

ປະກາດຜົນກັນໄປແບບສົດໆຮ້ອນໆ ສຳລັບການປະກວດນາງສາວ ມິສແກຣນລາວ (MISS GRAND LAOS 2017) ແລະ ສາວງາມຜູ້ທີ່ຄວ້າມົງກຸດອັນຊົງກຽດໄປໄດ້ກໍຄື ຟ້າໃສ ຈິນນາລີ ນໍລະສິງ ອາຍຸ 18 ປີ ມີລວງສູງ 1,73 cm ເຊິ່ງຖືວ່າ ຟ້າໃສ ກໍເປັນໂຕເກັງຂອງການປະກວດມາຕັ້ງແຕ່ທຳອິດ. ແຕ່ເຖິງຢ່າງໃດກໍຕາມການປະກວດເວທີໃຫ່ຍລະດັບປະເທດສາວງາມຜູ້ເຂົ້າປະກວດຈະງາມແຕ່ພຽງຢ່າງດຽວກໍຄົງຈະບໍ່ພໍ ຕ້ອງເປັນສາວງາມທີ່ມີຄວາມສະຫຼາດ ແລະມີພິບໄຫວໃນການແກ້ໄຂສະຖານະການ ແລະການຕອບຄຳຖາມໄດ້ເປັນຢ່າງດີ ແລະໃນຮອບ Top5 ຫຼືໃນຮອບ 5 ຄົນສຸດທ້າຍຂອງການປະກວດກໍຈະມີການຕອບຄຳຖາມຂອງບັນດາສາວງາມ ແລະຄົນທີ່ຕອບຄຳຖາມໄດ້ດີ ຖືກໃຈກຳມະການ ແລະກອງເຊຍຫຼາຍທີ່ສຸດກໍຄື ຟ້າໃສ ຈິນນາລີ ເພາະຕອບຄຳຖາມໄດ້ຢ່າງຄ່ອງແຄ້ວ ໄດ້ໃຈຄວາມທີ່ດີ ຈົນສາມາດພິຊິດໃຈກຳມະການ ແລະຜູ້ຊົມຈົນສາມາດຄວ້າຕຳແໜ່ງມິສແກຣນລາວຄົນທຳອິດໄດ້ຢ່າງງົດງາມ.

ຄຳຖາມທີ່ພິທີກອນຖາມ ຟ້າໃສ ມິສແກຣນລາວ 2017 ກໍຄື: ນ້ອງຄິດແນວໃດກັບການຕັດໄມ້ທຳລາຍປ່າ ແລະຄວນມີວິທີການປົກປັກຮັກສາປ່າໄມ້ແນວໃດ?

ຟ້າໃສຕອບວ່າ: “ນ້ອງມີຄວາມຄິດວ່າການຕັດໄມ້ທຳລາຍປ່າສົ່ງຜົນກະທົບຕໍ່ວິຖີຊີວິດຂອງຄົນ ສັດປ່າ ສິ່ງແວດລ້ອມ ແລະການກະສິກຳ,  ສຳລັບນ້ອງແລ້ວການຫຼຸດຜ່ອນການຕັດໄມ້ທຳລາຍປ່າທຳອິດເລີຍຕ້ອງເລີ່ມຈາກການປຸກລະດົມຈິດສຳນຶກຂອງຄົນໃຫ້ເຫັນຄວາມສຳຄັນຂອງປ່າໄມ້ໃນປະເທດລາວ ພໍຄົນເຮົາມີຈິດສຳນຶກຫຼືຄວາມຄິດນັ້ນແລ້ວ ຕໍ່ໄປກໍແມ່ນວິທີການແກ້ໄຂສຳລັບນ້ອງໜຶ່ງໃນວິທີການແກ້ໄຂກໍຄືການປູກຕົ້ນໄມ້ທົດແທນແລ້ວເຮົາຈຶ່ງມີປ່າໄມ້ທີ່ສວຍງາມແບບຍືນຍົງ ປະເທດລາວເປັນປະເທດທີ່ມີປ່າໄມ້ອຸດົມສົມບູນ ແລະນ້ອງເຊື່ອວ່າຄົນລາວທຸກຄົນພ້ອມທີ່ຈະຮ່ວມໃຈກັນຮັກສາປ່າໄມ້ເພື່ອທີ່ປະເທດລາວຈະເປັນປະເທດທີ່ມີປ່າໄມ້ທີ່ອຸດົມສົມບູນໃຫ້ຕ່າງຊາດໄດ້ຍ້ອງຍໍເຮົາເລື້ອຍໆໄປ…ຂໍຂອບໃຈ”

Miss Grand Laos 2017 ??????

A post shared by NayNey (@n3991n) on

ຂໍຂອບໃຈຄລິບແລະຮູບພາບ

ແບ່ງປັນ