Breaking News

ມາຮູ້ຈັກປະຫວັດຫຍໍ້! ຈິນນາລີ ນໍລະສິງ ມິສແກຣນລາວ 2017

ແບ່ງປັນ

ສະບາຍດີ!!! ວັນຈັນ ວັນທີ 17 ກໍລະກົດ 2017  ເລີ່ມຕົ້ນອາທິດແຫ່ງການເຮັດວຽກແບບນີ້ອາກາດກໍຊຸ່ມເຢັນເພາະມີຝົນຕົກປອຍໆ (ເໝາະແກ່ການນອນ555), ເລີ່ມຕົ້ນອາທິດແບບນີ້ ຊະນີIndy ໄດ້ໄປຊອ໋ກແຊ໋ກເລື່ອງລາວໃນວົງການບັນເທິງມາຝາກແຟນເພສທຸກຄົນເປັນເລື່ອງລາວທີ່ເປັນກະແສກັນສຸດໆໃນຊ່ວງນີ້ນັ້ນກໍຄືການປະກວດ MISS GRAND LAOS 2017 ແລະ ເຊື່ອວ່າແຟນໆກໍຄົງຈະໄດ້ຮູ້ກັນແດ່ແລ້ວວ່ານາງສາວຜູ້ທີ່ໄດ້ຄອບຄອງຕຳແໜ່ງອັນຊົງກຽດໄດ້ເປັນ ມິສແກຣນລາວຄົນທຳອິດກໍຄື ຈິນນາລີ ນໍລະສິງ (ຟ້າໃສ) ສາວນ້ອຍລຸກອິນເຕີ ຜູ້ທີ່ມີຄວາມໂດດເດັ່ນທັງບຸກຄະລິກ ແລະຄວາມສາມາດ, ຟ້າໃສ ຈິນນາລີ MISS GRAND LAOS 2017 ຍັງຈະໄດ້ໄປເປັນຕົວແທນປະເທດລາວຄົນທຳອິດໃນການປະກວດ “Miss Grand International 2017” ຢູ່ທີ່ປະເທດ ຫວຽດນາມ ໃນເດືອນ ຕຸລາ 2017ນີ້. ດັ່ງນັ້ນໃນມື້ນີ້ ຊະນີIndy ຈຶ່ງໄດ້ໄປຊອກຫາປະຫວັດຫຍໍ້ຂອງ ນ້ອງ ຟ້າໃສ ມິສແກຣນລາວຂອງເຮົາມາຝາກທຸກຄົນ…ມາຮູ້ຈັກກັບ ຟ້າໃສ ຈິນນາລີ ມິສແກຣນລາວຄົນທຳອິດກັນເລີຍ!!!

ຂໍ້ມູນຫຍໍ້ ມີສແກຣນລາວ 2017:

ຈິນນາລີ ນໍລະສິງ ຊື່ຫຼິ້ນ ຟ້າໃສ, ອາຍຸ 18 ປີ. ສ່ວນສູງ 173 ຊມ. ຈົບການສຶກສາຢູ່ ໂຮງຮຽນກຽດຕິສັກ ນານາຊາດ ທີ່ຜ່ານມາເຄີຍໄດ້ລາງວັນຊະນະເລີດ ຕອບຄໍາຖາມພາສາອັງກິດ ກ່ຽວກັບອາຊຽນ ຂອງນະຄອນຫຼວງວຽງຈັນ ແລະ ແຂ່ງຂັນກິລາບານສົ່ງທີມໂຮງຮຽນ. ໃນອານາຄົດ ຟ້າໃສ ຈິນນາລີ ມິສແກຣນລາວ 2017 ຢາກຮຽນຕໍ່ປະລິນຍາຕີທີ່ປະເທດສິງກະໂປ ດ້ານຈິດຕະວິທະຍາ ເພາະມີແຮງບັນດານໃຈເປັນນັກວິທະຍາກອນ.

ຂໍຂອບໃຈ: MISS GRAND LAOS ມີສແກຣນລາວ ,

 Miss Grand International , 

Fasai Chinnaly

ແບ່ງປັນ