Breaking News

ເດິ ນິວ ອີຊູຊຸມິວ – ເອັກ ບລູພາວເວີ ຕອບໂຈດຜູ້ໃຊ້ລົດພາຍໃຕ້ແນວຄິດ “ຄືຄໍາຕອບ…ຂອງທຸກຢ່າງ”

ແບ່ງປັນ

ໃນຕອນແລງຂອງວັນສຸກ ວັນທີ 14 ກໍລະກົດ 2017 ທີ່ຜ່ານມາ ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ໄດ້ມີງານເປີດຕົວລົດ ເດິ ນິວ ອີຊູຊຸມິ-ເອັກ ບລູພາວເວີ ຢ່າງເປັນທາງການໃນລາວ ໂດຍການເຂົ້າຮ່ວມຂອງທ່ານ ນາງ ປະນັດດາ ເຈນນະວາສິນ ກໍາມະການຮອງຜູ້ຈັດການ ບໍລິສັດ ຕຣີເພັດ ອີຊູຊຸເຊວ໌ ຈໍາກັດ ແລະ ທ່ານ ຮິຊາໂອະ ອິໂຕ້ ( Hisao Ito ) ຜູ້ຈັດການທົ່ວໄປ, ຫ້ອງການຜູ້ຕາງໜ້າ ປະຈໍານະຄອນຫຼວງວຽງຈັນ, ບໍລິສັດ ຕຣີເພັດ ອີຊູຊຸເຊວ໌ ຈໍາກັດ, ຜູ້ຈັດຈໍາໜ່າຍລົດອີຊູຊຸດີແມັກ ແລະ ລົດອີຊູຊຸມິວ-ເອັກ ຢ່າງເປັນທາງການໃນ ສປປ ລາວ.

ທ່ານ ຮິຊາໂອະ ອິໂຕ້ ( Hisao Ito ) ຜູ້ຈັດການທົ່ວໄປ, ຫ້ອງການຜູ້ຕາງໜ້າ ປະຈໍານະຄອນຫຼວງວຽງຈັນ, ບໍລິສັດ ຕຣີເພັດ ອີຊູຊຸເຊວ໌ ຈໍາກັດ, ຜູ້ຈັດຈໍາໜ່າຍລົດອີຊູຊຸດີແມັກ ແລະ ລົດອີຊູຊຸມິວ-ເອັກ ຢ່າງເປັນທາງການໃນ ສປປ ລາວ ເປີດເຜີຍວ່າ: ລົດ ເດິ ນິວ ອີຊູຊຸມິ-ເອັກ ບລູພາວເວີ ເປັນລົດອະເໜກປະສົງລຸ້ນຫຼ້າສຸດ ເປັນໜຶ່ງໃນລົດຍອດນິຍົມ ຂອງອີຊູຊຸໃນການຕີຕະຫຼາດໃນທົ່ວໂລກ ຄຽງຄູ່ກັບລົດກະບະ “ ອີຊູຊຸດີແມັກ ”. ໂດຍ “ ເດິ ນິວ ອີຊູຊຸມິວ-ເອັກ ບລູພາວເວີ ” ຈະສ້າງມາສີສັນໃຫ້ກັບວົງການລົດຂອງລາວເຮົາອີກຄັ້ງ ໂດຍພາຍໃຕ້ແນວຄິດ “ ເດິ ນິວ ອີຊູຊຸມິວ-ເອັກ ບລູພາວເວີ ຄືຄໍາຕອບ…ຂອງທຸກຢ່າງ ” ທີ່ມາພ້ອມການອອກແບບ ແລະ ປັບໂສມໃໝ່ ເພື່ອສ້າງເອກະລັກຄວາມເປັນຕົວຕົນທີ່ແຕກຕ່າງ ແລະ ໂດດເດັ່ນຍິ່ງຂຶ້ນ ພ້ອມບັນຍາກາດໃນຫ້ອງໂດຍສານໃໝ່, ໂທນສີ ແລະ ຖານທີ່ກວ້າງຂວາງຫຼູຫຼາສະຫງ່າງາມ ລາຄາເລີ່ມຕົ້ນ 380 ລ້ານກີບ.

  • ກະຈັງໜ້າອອກແບບໃໝ່ ແບບ Sport 3D ໃໝ່ ໃຫ້ມິຕິສູງສະຫງ່າ, ໂດດເດັ່ນ, ສະປອດຫຼູຫຼາຂຶ້ນອີກລະດັບ
  • ໄຟໜ້າແບບໃໝ່ ແບບ Bi-LED ໃຫ້ຄວາມສະຫວ່າງຫຼາຍຂຶ້ນ ພ້ອມປັບໄຟໜ້າສູງ-ຕໍ່າອັດຕະໂນມັດ.
  • ເຄື່ອງຈັກອີຊູຊຸ 3.0 ດີດີໄອ ບລູພາວເວີ 163 ແຮງມ້າທີ່ 3.600 ຮອບ/ນາທີ, ແຮງບິດສູງສຸດ 380 ນິວຕັນ-ແມັດ ທີ່ 1.800-2.800 ຮອບ/ນາທີ ທາງເລືອກສໍາລັບເຄື່ອງຈັກກໍາລັງສູງ

ຍັງອີກຫຼາກຫຼາຍຢ່າງທີ່ໄດ້ປັບປ່ຽນ ລາຍລະອຽດສາມາດຕິດສອບຖາມໄດ້ທີ່: ສໍານັກງານໃຫຍ່ນະຄອນຫຼວງວຽງຈັນ ໂທ: 021 313705 – 6, ສາຂາ ແຂວງຈໍາປາສັກ ໂທ: 031 215157 – 8.

ໃນວັນທີ 15 – 16 ກໍລະກົດ ບໍລິສັດ ອີຊູຊຸລາວ ກໍໄດ້ຈັດກິນຈະກໍາຂຶ້ນ  “ຖ່າຍປັ໊ບ ຮັບໄປເລີຍ!!” ? ພຽງຖ່າຍຮູບທ່ານຄູ່ກັບລົດ “ເດິ ນິວ ອີຊູຊຸມິວ-ເອັກ ບລູພາວເວີ” ພາຍໃນບູ໊ດງານ “ເດິ ນິວ ອີຊູຊຸມິວ-ເອັກ ເດ” ຢູ່ວຽງຈັນເຊັນເຕີ ໄດ້ມີການແຈກຂອງຂວັນອີກຫຼາຍໆລາງວັນ. ນອກຈາກນີ້ແລ້ວຍັງມີດາລາດັງຈາກປະເທດໄທກໍ່ໄດ້ມາຮ່ວງານໄດ້ຄັ້ງນີ້ດ້ວຍເຊັ່ນ: ມິກ ທອງລະຍ້າ ແລະ ໄມຄ໌ ພັດທະລະເດຊ ກໍໄດ້ເດີນທາງມາຮ່ວມໃນງານຄັ້ງນີ້ອີກດ້ວຍ.

ແບ່ງປັນ