Breaking News

ອຸ໋ຍ! ອ້າຍບ່າວສະຈວດຄົນນີ້ໜ້າຕາຄຸ້ນໆເນາະວ່າບໍ່! ເຄີຍເປັນດາຣາມາກ່ອນບໍ່ນີ້?

ແບ່ງປັນ

ສາວໆ ມື້ນີ້ແອັດຫຼົງເຂົ້າໄປເຫັນອ້າຍບ່າວສະຈວດຄົນໜຶ່ງຮູ້ສຶກວ່າໜ້າຕາຄຸ້ນຫຼາຍ ຈັກເຄີຍເຫັນຢູ່ໃສກະບໍ່ຮູ້ ແອັດກໍເລີຍອົດບໍ່ໄດ້ທີ່ຈະເຂົ້າໄປຊອກຄົ້ນປະຫວັດມາ ແລະ ນໍາສະເໜີໃຫ້ສາວໆໄດ້ຮູ້ກັນນໍາ ໃນທີ່ສຸດກໍໄດ້ໄປຮູ້ປະຫວັດມາຄ່າວໆວ່າ ອ້າຍບ່າວສະຈວດຄົນນີ້ກໍເປັນຄົນໜຶ່ງທີ່ວົນວຽນຢູ່ໃນວົງການບັນເທີງບ້ານເຮົານີ້ແຫຼະ ແຕ່ຄິດວ່າໜ້າທີ່ຫຼັກທີ່ເພິ່ນເຮັດຢູ່ນັ້ນອາດຈະຄ້ອນຂ້າງໜັກກໍເລີຍບໍ່ຄ່ອຍໄດ້ມີເວລາ ສ້າງສັນຜົນງານອອກມາໃຫ້ແຟນໆໄດ້ຕິດຕາມກັນຢ່າງຕໍ່ເນື່ອງພໍເທົ່າໃດ. ໂດຍຜົນງານທີ່ອ້າຍບ່າວຄົນນີ້ໄດ້ສ້າງໄວ້ ແລະ ເຊື່ອວ່າຫຼາຍຄົນຄົງຈະຈື່ບໍ່ລືມກັບເພງນີ້ ຄົນບໍ່ສໍາຄັນ ຂອງ ວົງ Tommy Master ທີ່ບ່າວທອນນີ້ ໄດ້ສະແດງເປັນພະເອກ ນອກຈາກນັ້ນ ທ້າວຍັງໄດ້ມີຜົນງານອີກຫຼາກຫຼາຍໃນວົງການບັນເທິງເຊັ່ນ: ສະແດງເລື່ອງສັ້ນ, ຖ່າຍແບບ, ເດີນແບບຕ່າງໆ ເອົາເປັນວ່າເສັ້ນຂອງແອັດກໍຍັງຄົງບໍ່ຕາຍ ແລະ ບ່າວທອນນີ້ ກໍຍັງບໍ່ໄດ້ຫາຍໄປໃສ ຍັງຄົງວົນວຽນຢູ່ໃນວົງການບັນເທິງຄືເກົ່າແຕ່ ໜ້າທີ່ກໍສໍາຄັນ ເຊິ່ງປັດຈຸບັນແມ່ນເຮັດວຽກເປັນສະຈວດຢູ່ສາຍການບິນ Lao skyway ເຖິງຈະບໍ່ຄ່ອຍໄດ້ເຫັນໃນວົງການບັນເທີງ ແຕ່ສາວໆກໍຍັງສາມາດຕິດຕາມທ້າວໄດ້ທາງ Facebook ຫຼື IG ສ່ວນຕົວໄດ້ເລີຍ.

  • ເຈົ້າຊູ້ຫຼາຍ

  • ດູດີ

  • ຢາກເປັນຄົນໃນກໍາມື 555

  • ໄປກັບອ້າຍບໍ່

  • ນາຍແບບ

  • ໄປເບິ່ງນໍາກັນບໍ່?

  • ສົນໃຈໄປປູກຕົ້ນໄມ້ນໍາບໍ່?

  • ໄປທ່ຽວກັນນນນ

  • ເທ່ໆໆໆໆ

  • ຄົນບໍ່ສໍາຄັນ (ເພງ)

  • ຮູບເງົາສັ້ນ

By: BeautyGuru

ຮູບຈາກ: Facebook: Thonny Stpm

ແບ່ງປັນ