Breaking News

ລັດຖະບານໃຫ້ຄວາມຫ່ວງໃຍຕໍ່ເຫດໄຟໃໝ້ຊັ່ງຈຽງ ພວມພະຍາຍາມຊອກທຸກວິຖີທາງເພື່ອຊ່ວຍເຫຼືອພໍ່ຄ້າຊາວຂາຍ!!!

ແບ່ງປັນ

ໃນຕອນບ່າຍຂອງວັນທີ 18 ກໍລະກົດ 2017 ຢູ່ທີ່ຫ້ອງວ່າການນະຄອນຫຼວງ ໄດ້ມີຖະແຫຼງການຈາກລັດຖະບານກ່ຽວກັບເຫດໄຟໃໝ້ສູນການຄ້າສາກົນຊັ່ງຈຽງ ໃນວັນທີ 14 ກໍລະກົດ 2017 ທີ່ຜ່ານມາ. ໂດຍໃຫ້ກຽດເປັນປະທານການຖະແຫຼງການໂດຍ ທ່ານ ພູວົງ ວົງຄຳຊາວ ຫົວໜ້າຫ້ອງວ່າການນະຄອນຫຼວງ ແລະ ທ່ານ ພທ ຈັນຫອມ ແກ້ວສຸລະໄຊ ຫົວໜ້າຫ້ອງຕຳຫຼວດ ປກສ ນວ ພ້ອມດ້ວຍບັນດາສື່ມວນຊົນທົ່ວທຸກພາກສ່ວນ.

ໃນເວລາປະມານ 17:30 ໂມງຂອງວັນທີ 14 ກໍລະກົດ 2017 ໄດ້ເກີດເຫດໄຟໃໝ້ສູນການຄ້າຊັ່ງຈຽງ ພາຍຫຼັງໄດ້ຮັບການແຈ້ງເຫດເຈົ້າໜ້າທີ່ມອດໄຟ ນະຄອນຫຼວງວຽງຈັນ ໄດ້ສົ່ງລົດມອດໄຟໄປມອດພາຍໃນເວລາ 10ນາທີຕໍ່ມາ, ແຕ່ໄຟໄດ້ໄໝ້ລຸກລາມສູນການຄ້າຊັ່ງຈຽງຢ່າງໄວວາຍ້ອນມີສິນຄ້າທີ່ເປັນວັດຖຸໄວໄຟຢ່າງຫຼວງຫຼາຍ, ທັງເອົາເພດານເປັນສາງເກັບເຄື່ອງຂອງນຳອີກ. ການມອດໄຟໃນຄັ້ງນີ້ເຈົ້າໜ້າທີ່ ນະຄອນຫຼວງວຽງຈັນ ໄດ້ໃຊ້ລົດ 16 ຄັນ, ໃນນີ້ລວມທັງລະດົມລົດມອດໄຟຈາກກະຊວງ ປກສ, ກອງບັນຊາການທະຫານ, ລົດມອດໄຟສະໜາມບິນ, ລົດນໍ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ແລະໜ່ວຍກູ້ໄພ 07, ໃຊ້ເວລາປະມານ 4 ຊົ່ວໂມງຈຶ່ງສາມາດຄວບຄຸມໄຟໃໝ້ໄວ້ໄດ້ ແລະ ມອດໄຟໄດ້ໃນເວລາຕໍ່ມາ

ນັບແຕ່ມື້ເກີດເຫດ ນະຄອນຫຼວງວຽງຈັນ ໄດ້ສົ່ງກຳລັງເຈົ້າໜ້າທີ່ທະຫານ, ປກສ ຂອງຕົນ, ຂອງເມືອງສີໂຄດຕະບອງ, ປກສ ກຸ່ມບ້ານ ແລະບ້ານກ່ຽວຂ້ອງ ສົມທົບກັບກຳລັງຂອງກະຊວງປ້ອງກັນປະເທດ ແລະປ້ອງກັນຄວາມສະຫງົບ ເຂົ້າຄວບຄຸມຮັກສາຄວາມປອດໄພ ທົ່ວພື້ນທີ່ບໍລິເວນອ້ອມຮອບສູນການຄ້າສາກົນຊັ່ງຈຽງ. ສ່ວນສາເຫດ ແລະ ມູນຄ່າຄວາມເສຍຫາຍ ເຈົ້າໜ້າທີ່ກຳລັງເລັ່ງເກັບກຳຂໍ້ມູນເອົາລາຍລະອຽດທີ່ຊັດເຈນ ແລ້ວຈະຖະແຫຼງໃຫ້ຊາບຕື່ມອີກໃນພາຍຫຼັງ

ເຫດການໄຟໃໝ້ໃນຄັ້ງນີ້ ນະຄອນຫຼວງວຽງຈັນ ກໍຄືລັດຖະບານ ແມ່ນບໍ່ໄດ້ນິງນອນໃຈ, ພວມພະຍາຍາມຊອກທຸກວິຖີທາງເພື່ອຊ່ວຍເຫຼືອ ຜູ້ທີ່ໄດ້ຮັບຜົນກະທົບຈົນສຸດຄວາມສາມາດ, ປະຈຸບັນນີ້ ລັດຖະບານໄດ້ມອບໃຫ້ກະຊວງ ປກສ ສົມທົບກັບກະຊວງປ້ອງກັນປະເທດ ແລະ ນະຄອນຫຼວງວຽງຈັນ ຮີບຮ້ອນດຳເນີນການສອບສວນຫາຕົ້ນປາຍສາເຫດທີ່ແທ້ຈິງທີ່ພາໃຫ້ເກີດອັກຄີໄພ, ລວມທັງຊອກຫາພາກສ່ວນ ແລະ ຜູ້ກ່ຽວຂ້ອງຮັບຜິດຊອບທັງທາງກົງ ແລະ ທາງອ້ອມຕໍ່ເຫດຫານທີ່ເກີດຂຶ້ນໃນຄັ້ງນີ້

ປະຈຸບັນເຈົ້າໜ້າທີ່ໄດ້ຕັ້ງສູນຢູ່ສູນການຄ້າສາກົນຊັ່ງຈຽງ ເພື່ອດຳເນີນການສືບສວນ-ສອບສວນ ແລະ ຮັບແຈ້ງຈາກຊາວຄ້າຂາຍທັງພາຍໃນ ແລະຕ່າງປະເທດທີ່ໄດ້ຮັບຜົນກະທົບຈາກໄຟໃໝ້, ດັ່ງນັ້ນຜູ້ທີ່ໄດ້ຮັບຜົນກະທົບທັງໝົດສາມາດເຂົ້າໄປແຈ້ງຜົນເສຍຫາຍຂອງຮ້ານຕົນ ຕໍ່ເຈົ້າໜ້າທີ່ໄດ້ຕາມໂມງລັດຖະການ.

ງານຖະແຫຼງຂ່າວໄຟໄຫມ້ຕະຫລາດຊັ່ງຈ່ຽງ ຢູ່ທີ່ຫ້ອງວ່າການນະຄອນຫລວງ

โพสต์โดย Target Hot News บน 18 กรกฎาคม 2017

ແບ່ງປັນ