Breaking News

ມື້ທຳອິດຂອງການເຮັດວຽກ ຄວນກຽມຕົວແນວໃດຈັ່ງດີ

ແບ່ງປັນ

ການເຮັດວຽກມື້ທຳອິດມີຄວາມສຳຄັນທັງຕໍ່ຜູ້ເຮັດວຽກ ແລະ ອົງກອນ ຖ້າວ່າມື້ທຳອິດຂອງການເຮັດວຽກພົບກັບສິ້ງທີ່ດີໆ ຫຼື ເລື່ອງທີ່ໜ້າປະທັບໃຈ ກໍຈະເຮັດໃຫ້ມີກຳລັງໃຈຫຼາຍຂຶ້ນໃນການເຮັດວຽກ ເຊິ່ງວາລະສານຂວັນໃຈກໍໄດ້ນຳເອົາສິ່ງໆໃນການກຽມພ້ອມກັບການເຮັດວຽກມື້ທຳອິດມາຝາກດັ່ງລຸ່ມນີ້:

ກຽມເຄື່ອງນຸ່ງ ແຕ່ງກາຍໄປເຮັດວຽກ: ແຕ່ລະຄົນແຕ່ງຕົວບໍ່ຄືກັນ ແຕ່ມັນກໍຂຶ້ນຢູ່ກັບບ່ອນເຮັດວຽກ ແລະ ລັກສະນະຂອງວຽກທີ່ທ່ານນຸ່ງແລ້ວ ສະດວກກັບການເຮັດວຽກຕ້ອງເບິ່ງວ່າຄົນໃນຫ້ອງການນັ້ນແຕ່ງແນວໃດ ແລ້ວຕໍ່ໄປຈຶ່ງຄ່ອຍໆປັບຕົວ ຖ້າແຕ່ງຕົວເດັ່ນເກີນໄປອາດຈະຖືກຄົນໃນຫ້ອງການເວົ້າໃຫ້ ແຕ່ຖ້າແຕ່ງແບບເໝາະສົມກໍອາດຈະຖືກຍ້ອງແລ້ວກໍມັກເລີຍໄປເລີຍກໍໄດ້.

ຮຽນຮູ້ວຽກທີ່ຈະເຮັດ: ເມື່ອໄດ້ເຂົ້າເຮັດວຽກຕ້ອງເບິ່ງວ່າທ່ານມີໜ້າທີ່ຮັບຜິດຊອບຫຍັງແດ່ ແຕ່ຖ້າບໍ່ເຂົ້າໃຈກໍໃຫ້ຖາມຫົວໜ້າ ແລະເມື່ອຮູ້ແລ້ວກໍຕ້ອງເຂົ້າໃຈວຽກໃຫ້ດີ, ລະອຽດ ແລະ ຈົດບັນທຶກໄວ້ເຕືອນຄວາມຈຳ.

ສ້າງມິດຕະພາບທີ່ດີ: ການເຮັດວຽກ ຕ້ອງໄດ້ມີການປະສານງານກັບຜູ້ອື່ນ ຈຶ່ງຈະເຮັດໄດ້ສຳເລັດ ຫຼື ມີຄວາມສະດວກຫຼາຍຂຶ້ນ ບໍ່ວ່າຈະເປັນໃນແງ່ເພືອນຮ່ວມງານ ຫຼື ເພືອນສະນິດ ກໍຈະເຮັດໃຫ້ວຽກມີປະສິດທິພາບຫຼາຍຂຶ້ນ ທ່ານມັກຍີ້ມ ສະແດງຄວາມມີນ້ຳໃຈກັບເພືອນຮ່ວມງານ ມີຄວາມຮູ້ສຶກທີ່ດີຕໍ່ກັນ ຈຶ່ງເຮັດວຽກໄດ້ຢ່າງມີຄວາມສຸກ.

ບັນທຶກການເຮັດວຽກ: ເພື່ອເປັນຂໍ້ມູນວ່າ ຕົວທ່ານມີຜົນງານຫຍັງແດ່ ໃນວຽກແຕ່ລະຢ່າງ ຫຼື ມີຂໍ້ຜິດພາດ ແລະຄວນແກ້ໄຂແນວໃດຕໍ່ໄປ ຄວາມກ້າວໜ້າຂອງຝີມືມີເພີ່ມຂຶ້ນແນວໃດ ທ່ານອາດໄດ້ຮັບຜົນດີຕອບແທບ ເຊັ່ນໄດ້ເລື່ອນຂັ້ນ ເງິນເດືອນຂຶ້ນ ຍ້ອນການບັນທຶກນີ້ກໍອາດຈະເປັນໄດ້.

ເຮັດໃຫ້ດີທີ່ສຸດ: ເຮັດໃຫ້ເຕັມຄວາມສາມາດ ຫຼື ເຮັດໃຫ້ຜ່ານພົ້ນໄປ ແຕ່ຕ້ອງເຮັດໃຈກວ້າງ ຍອມຮັບຄຳແນະນຳ ຫຼື ຄຳຕຳນິຈາກຫົວໜ້າ, ເພືອນຮ່ວມງານຖ້າຕັ້ງໃຈເຮັດວຽກໃຫ້ເຕັມທີ, ໝັ່ນພັດທະນາການເຮັດວຽກແລ້ວ ຍ່ອມປະສົບຄວາມສພເລັດແນ່ນອນ

ແບ່ງປັນ