Breaking News

ການທ່ອງທ່ຽວແບບທ້າທາຍ ປີນຜາທີ່ Green climbers home

ແບ່ງປັນ

ສະບາຍດີ ແຟນໆຂວັນໃຈ ທີ່ໜ້າຮັກ ມື້ນີ້ແອັດຈະມາຊວນແຟນໆໄປທ່ຽວນໍາກັນ ແຕ່ເປັນການທ່ອງທ່ຽວແບບປະຈົນໄພ ແບບທ້າທາຍ ຖ້າໃຜມັກຄວາມທ້າທາຍແອັດຂໍແນະນໍານີ້ເລີຍ Green climbers home ທີ່ຕັ້ງຢູ່ບ້ານ ກວນຜາວັງ ເມືອງທ່າແຂກ ແຂວງຄໍາມ່ວນ ຫ່າງຈາກຕົວເມືອງທ່າແຂກປະມານ 16 ກິໂລແມັດ ແລະ Green climbers home ແຫ່ງນີ້ເປັນແຫຼ່ງທ່ອງທ່ຽວແບບປະຈົນໄພ ແບບທ້າທາຍ ດ້ວຍການປີນໜ້າຜາທີ່ມີຄວາມສູງຈາກໜ້າດິນຂຶ້ນເຖິງຫຼັງຜາປະມານ 60 ແມັດຫາ 400 ກວ່າແມັດ ແລະ ກໍາລັງກາຍເປັນທີ່ນິຍົມຂອງນັກທ່ອງທ່ຽວຕ່າງປະເທດ ຜູ້ທີ່ມັກປະຈົນໄພ, ມັກຄວາມທ້າທາຍເຊັ່ນ: ປະເທດເຢຍລະມັນ, ຝຣັ່ງ, ສິງກະໂປ, ຍີ່ປຸ່ນ, ໄທ, ອີຕາລີ, ອົດສະຕາລີ ແລະ ອີກຫຼາຍໆປະເທດ, ສໍາລັບຄົນລາວເຮົາແລ້ວ ຜູ້ທີ່ມັກຄວາມທ້າທາຍກໍບໍ່ຄ່ອຍມີຫຼາຍປານໃດ ແລະ ໃນແຕ່ລະປີເມື່ອເຖິງທ້າຍເດືອນ ພຶດສະພາ ຈະປິດບໍລິການ ຍ້ອນເປັນລະດູຝົນເຮັດໃຫ້ການປີນໜ້າຜາຍາກ ແລະ ຈະເປີດໃຫ້ບໍລິການໃນຕົ້ນເດືອນ ຕຸລາ ຂອງທຸກໆປີ.

ຮູບພາບ: Green climbers home

ແບ່ງປັນ