Breaking News

ຂໍສະແດງຄວາມຍິນດີກັບ!!! ວົງ “Dynamic”ຊະນະເລີດໂຄງການ “Beerlao Band Challenge Season 2”

ແບ່ງປັນ

ຜ່ານການແຂ່ງຂັນ“Beerlao Band Challenge Season 2” ຕັ້ງແຕ່ຮອບຄັດເລືອກຈົນມາຮອດມື້ສຸດທ້າຍຮອບຊິງຊະນະເລີດໃນວັນທີ 15 ກໍລະກົດ 2017 ທີ່ສູນກິລາໃນຮົ່ມລ້ານຊ້າງ

ສຳລັບວົງດົນຕີທີ່ໄດ້ຊະນະເລີດໃນການແຂ່ງຂັນໂຄງການນີ້ໄດ້ແກ່ວົງ B.12 Dynamic ໄດ້ຮັບເງິນລາງວັນມູນຄ່າ 50.000.000 ກີບ, ໄດ້ຮັບເຄື່ອງດົນຕີ 1 ຊຸດຍີ່ຫໍ້ Yamaha ມູນຄ່າ 25.000.000 ກີບ, ພ້ອມເຊັນສັນຍາເປັນສິລະປິນໃນຄ້າຍເພງ ອິນດີ້ ເຣກຂອດ 1ປີເຕັມ ມີ Single ເປັນຂອງຕົວເອງແລະຍັງໄດ້ຮັບການກາລັນຕີວຽກຈາກບໍລິສັດເບຍລາວເປັນເວລາ 1ປີເຕັມ.

  • ຮອງອັນດັບ 1: ໄດ້ແກ່ວົງ 06Rock Normalໄດ້ຮັບເງິນລາງວັນມູນຄ່າ 20.000.000 ກີບ, ໄດ້ຮັບກີຕ້າໂປ່ງ1ໜ່ວຍມູນຄ່າ 2.500.000 ກີບ ແລະໄດ້ຮັບການກາລັນຕີວຽກຈາກບໍລິສັດເບຍລາວເປັນເວລາ 1ປີເຕັມ.

  • ຮອງອັນດັບ 2: ໄດ້ແກ່ວົງ 10 N.O.Mໄດ້ຮັບເງິນລາງວັນມູນຄ່າ 15.000.000 ກີບ, ໄດ້ຮັບກີຕ້າໂປ່ງ1ໜ່ວຍມູນຄ່າ 2.500.000 ກີບ ແລະໄດ້ຮັບການກາລັນຕີວຽກຈາກບໍລິສັດເບຍລາວເປັນເວລາ 1ປີເຕັມ.

  • ຮອງອັນດັບ 3: ໄດ້ແກ່ວົງ 02Audio Empireໄດ້ຮັບເງິນລາງວັນມູນຄ່າ 10.000.000 ກີບແລະໄດ້ຮັບການກາລັນຕີວຽກຈາກບໍລິສັດເບຍລາວເປັນເວລາ 1ປີເຕັມ.

ນອກຈາກນີ້ຍັງມີລາງວັນຊົມເຊີຍລາງວັນລະ 5.000.000ກີບ ສຳລັບ 8ວົງທີ່ເຫຼືອ.

ຂໍຂອບໃຈຮູບພາບຈາກ: Beerlao

 

ແບ່ງປັນ