Breaking News

ຫວານໄດ້ອີກ!!! ວິນາທີນີ້ຕ້ອງຄູ່ນີ້ເລີຍນູ່ນີ່ ແລະ ອອ໋ບໜ້າຮັກເໝາະສົມກັນດີ!!!

ແບ່ງປັນ

ວິນາທີນີ້ບໍ່ມີຄູ່ໃດແລ້ວທີ່ຈະຫວານກວ່າຄູ່ນີ້ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ຄູ່ຮັກສຸດຮ້ອນແຮງທີ່ກຳລັງເປັນກະແສສຸດໆ ເບິ່ງຢ່າງໃດກໍໜ້າຮັກເໝາະສົມກັນດີ ແຖມທັງສອງຍັງໂຊຄວາມຫວານກັນແບບບໍ່ມີຂາດວັກຂາດຕອນ ໝັ່ນໂພສຮູບຄູ່ໃຫ້ແຟນຄລັບໄດ້ຕິດຕາມກັນເລື້ອຍໆ ແລະ ຫຼ້າສຸດກໍມີຄລິບສຳພາດຈາກລາຍການ ເທັກມີເອົ້າໄທແລນ ອອກມາແລ້ວວ່າທັງສອງນັ້ນກຳລັງຢູ່ໃນຊ່ວງທີ່ກຳລັງເບິ່ງໃຈກັນ ຖ້າຄົບກັນໄປແລ້ວໂອເຄກໍອາດຈະຕົກລົງປົງໃຈກໍເປັນໄດ້ ແລະ ສ່ວນຝ່າຍຊາຍ ອ໋ອບ ລາຍພາງ ກໍຍັງມີຫຍັງຫຼາຍໆຢ່າງທີ່ຕ້ອງພິສູດໃຫ້ສາວ ນູ່ນີ່ ຂອງເຮົາໄດ້ໝັ້ນໃຈ, ຍັງໆຍັງບໍ່ໝົດພຽງແຕ່ເທົ່ານັ້ນ ເພາະໜຸ່ມ ອ໋ອບ ລາຍພາງ ວ່າທີ່ເຂີຍລາວກໍຍັງໄດ້ພາສາວນູ່ນີ່ລົງໃຕ້ (ປະເທດໄທ) ໄປຢ້ຽມຢາມພໍ່ແມ່ຂອງຕົນພ້ອມແນະນຳໃຫ້ພໍ່ແມ່ໄດ້ຮູ້ຈັກກັບສາວ ນູ່ນີ່ ກຸມພົນພັກດີ ອີກດ້ວຍ.

#ໃຜເປັນແຟນຄລັບຂອງນູ່ນີ່ແລະອ໋ອບແຊຣເລີຍ

ຂໍຂອບໃຈຮູບພາບ ແລະ ຄລິບຈາກ: Yingyot Aoflaiprang Kanjananiyom, Noony Koumphonphakdee

ແບ່ງປັນ