Breaking News

ຊ໋ອກໂລກ!!! Chester Bennington ນັກຮ້ອງນຳວົງ Linkin Park ເສຍຊີວິດ!!! (RIP)

ແບ່ງປັນ

ຊ໋ອກວົງການເພງ!!! ສຳນັກຂ່າວຕ່າງປະເທດລາຍງານຂ່າວ ໃນຕອນເຊົ້າຂອງວັນທີ 20 ກໍລະກົດ 2017 (ຕາມເວລາທ້ອງຖິ່ນ) Chester Bennington ອາຍຸ 41 ປີ ນັກຮ້ອງນຳວົງ Linkin Park ໄດ້ເສຍຊີວິດ ເຊິ່ງສາເຫດການເສຍຊີວິດມາຈາກການແຂວນຄໍຕົວເອງທີ່ບ້ານພັກແຖວ Palos Verdes Estates ລອດແອັງເຈີຣິດ ຣັດຄາລິຟໍເນຍ ປະເທດ ອາເມລິກາ.

Linkin Park ເປັນທີ່ຮູ້ຈັກໃນຖານະວົງດົນຕີແນວ Alternative rock-Rap-Metal  ເປັນວົງດົນຕີຊື່ດັງທີ່ມີແຟນຄລັບຢູ່ທົ່ວໂລກ ມີເພງດັງຫຼາຍເພງເຊັ່ນ: In the End, Numb, What I’ve Done, New Divide ແລະ Shadow of the Day ໂດຍແຟນເພງສ່ວນໜຶ່ງໄດ້ຕັ້ງຂໍ້ສັງເກດວ່າ ງານເພງຂອງ Linkin Park ໃນອະລະບໍ້າເພງຊຸດໃໝ່ ໂດຍສະເພາະເພງ One More Light ເປັນບົດເພງຊື່ດຽວກັບອະລະບໍ້າໄດ້ມີເນື້ອຫາທີ່ໂສກເສົ້າ ແລະຄ້າຍກັບຈົດໝາຍບອກລາແຟນໆທົ່ວໂລກທີ່ຖືກຖ່າຍທອດອອກມາເປັນບົດເພງ.

ຢ່າງໃດຂໍສະແດງຄວາມເສຍໃຈກັບ Chester Bennington ຫຼື ນັກຮ້ອງນຳແຫ່ງວົງ Linkin Park ທີ່ເສຍຊີວິດ ເພາະຖືໄດ້ວ່າເປັນນັກຮ້ອງຕົ້ນແບບຂອງແຟນເພງທົ່ວໂລກຫຼາຍໆຄົນ ລວມທັງ ຊະນີIndy ເອງທີ່ໃຫ່ຍມາກັບບົດເພງດັງໆຫຼາຍບົດເພງຈາກສຽງຮ້ອງຂອງ Chester Bennington ນັກຮ້ອງນຳວົງ Linkin Park, ຂໍໃຫ້ໄປສູ່ສຸຂະຕິ (RIP).

via: https://music.mthai.com/news/newsinter/269038.html

ແບ່ງປັນ