Breaking News

ຈາກດິນສູ່ດາວ ບໍ່ຢາກເຊື່ອ! ວ່ານີ້ຈະແມ່ນ ຈິນນາລີ ນໍລະສິງ (ຟ້າໃສ) ມິດແກຣນລາວ 2017

ແບ່ງປັນ

ສະບາຍດີ!!! ແຟນເພສ ຂວັນໃຈ ທີ່ໜ້າຮັກ ໜ້າຫອມ ທຸກໆຄົນ, ຫ່າງຫາຍກັນໄປດົນເລີຍກັບ ຊະນີIndy ຄົນຂີ້ເມົ້າ ຂີ້ຝອຍ ຄົນເກົ່າເຈົ້າເດີມ ເພີ່ມຕື່ມຄືຄວາມສອດຮູ້ສອດເຫັນ… ເອີ້ຍ!!! ບໍ່ແມ່ນເດີ້ເພີ່ມຕື່ມຄືຄວາມຊອ໋ກແຊ໋ກ ຍ້ອນຕິດພາລະກິດຫຼາຍຢ່າງເລີຍອອກແນວລີ້ໆແດ່ (555) ແຕ່ໃນມື້ນີ້ ຊະນີIndy ກັບມາແລ້ວເດີ້ ແລະຍັງໄດ້ໄປຊອກເອົາຂໍ້ມູນຂ່າວສານເດັດໆໃນວົງການບັນເທີງມາຝາກແຟນໆທຸກຄົນ.

ໃນໄລຍະນີ້ຈະມີໃຜນໍ? ທີ່ມາແຮງແຊງທາງໂຄ້ງທຸກໆຄົນໃນວົງການນາງງາມນັ້ນກໍຄື ຈິນນາລີ ນໍລະສິງ (ຟ້າໃສ) ອາຍຸ 18 ປີ ສາວນ້ອຍທີ່ມີລຸກອິນເຕີ ຜູ້ຄອບຄອງຕຳແໜ່ງ ມິດແກຣນລາວ 2017 ໄປແບບສົດໆຮ້ອນໆ ແລະກໍຍັງຈະໄດ້ເປັນສາວງາມຕົວແທນປະເທດລາວໄປປະກວດໃນເວທີ Miss Grand International 2017 ທີ່ປະເທດ ຫວຽດນາມໃນເດືອນ ຕຸລາ ທີ່ຈະມາຮອດມາເຖິງນີ້ ແລະ ເຊື່ອວ່າແຟນໆກໍຄົງຈະໃຫ້ຄວາມສົນໃຈກັບສາວນ້ອຍ ຟ້າໃສ ຄົນນີ້ບໍ່ໜ້ອຍ… ແຕ່ເທົ່າທີ່ແຟນໆເຫັນສາວນ້ອຍ ຟ້າໃສ ຄົນນີ້ຜ່ານສື່ ຫຼືຜ່ານທາງໂຊຊ່ຽວຕ່າງໆກໍຈະເຫັນໃນລຸກນາງງາມ ເລີດໆ ຫຼູໆ ບໍ່ວ່າຈະເປັນໜ້າຕາ ເສື້ອຜ້າໜ້າຜົມກໍຄົງຈະມາແບບຈັດເຕັມເລີຍແມ່ນບໍ່? ແຕ່ຜູ້ຄົນສ່ວນຫຼາຍຈະບໍ່ຄ່ອຍເຫັນສາວນ້ອຍ ຟ້າໃສ ຈິນນາລີ ໃນລຸກໃສໆ ໜ້າຮັກສົມໄວໃນແບບສາວນ້ອຍມັດທະຍົມປານໃດ, ດັ່ງນັ້ນ ບໍ່ຝອຍກັນຍາວ…ໃຫ້ແຟນໆໄດ້ມາເຫັນກັບຕາຕົວເອງເລີຍ ແລະຄົງຈະບໍ່ຢາກເຊື່ອວ່ານີ້ຈະແມ່ນ ຟ້າໃສ ຈິນນາລີ ນໍລະສິງ.

 

ແຕ່ເຖິງຢ່າງໃດ! ເບິ່ງໆໄປ ຟ້າໃສ ຈິນນາລີ ກໍມີເຄົ້າໂຄງຂອງຄວາມງາມມາຕັ້ງແຕ່ນ້ອຍໆ ເໝາະສົມແລ້ວທີ່ໄດ້ຮັບຕຳແໜ່ງອັນຊົງກຽດ ມິດແກຣນລາວ 2017.

#ສາວລາວງາມແບບນີ້ແຊຣໄປໃຫ້ໂລກຮູ້

ຂໍຂອບໃຈຮູບພາບ: fasainolasing

ແບ່ງປັນ