Breaking News

ກອງປະຊຸມແນະນໍາວຽກງານສົ່ງເສີມການລ້ຽງລູກດ້ວຍນົມແມ່ ເພື່ອກະກຽມສະເຫຼີມສະຫຼອງວັນສັບປະດາສາກົນ

ແບ່ງປັນ

ເພື່ອເປັນການກະກຽມສະເຫຼີມສະຫຼອງວັນສັບປະດາສາກົນ ໃນການລ້ຽງລູກດ້ວຍນົມແມ່ ລະຫວ່າງວັນທີ 1-7 ສິງຫາ 2017 ຈະມີການສະເຫຼີມສະຫຼອງຂຶ້ນໃນທຸກໆປີ. ດ້ວຍການຈັດກິດຈະກໍາຕ່າງໆເພື່ອເປັນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ດ້ວຍຫຼາຍໆຮູບແບບ ເຊິ່ງໃນນັ້ນການອອກຂ່າວໂຄສະນາ ກໍ່ແມ່ນກິດຈະກໍາໜຶ່ງເພື່ອປົກປ້ອງຊຸກຍູ້ສົ່ງເສົມ ສະໜັບສະໜູນການລ້ຽງລູກດ້ວຍນົມແມ່ໃຫ້ເປັນຂະບວນຟົດຟື້ນ ເຊິ່ງປີນີ້ອົງການພັນທະມິດ ສາກົນ ການລ້ຽງລູກດ້ວຍນົມແມ່ ( WABA ) ໄດ້ເນັ້ນໜັກໃນຫົວຂໍ້ “ ຮ່ວມແຮງຮ່ວມໃຈເຮັດໃຫ້ການລ້ຽງລູກດ້ວຍນໍ້ານົມແມ່ຍືນຍົງ ” ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ໃນການຄົບຮອບ ສັບປະດາຂອງການລ້ຽງລູກດ້ວຍນໍ້ານົມແມ່ ລະຫວ່າງວັນທີ 1-7 ສິງຫາ 2017 ນີ້, ອົງການ ຢູນິເຊບ ໄດ້ຮ່ວມມືກັບເພື່ອນຮ່ວມງານໃນກຸ່ມການລ້ຽງລູກດ້ວຍນົມແມ່ຂອງໂລກ ເພື່ອຍົກໃຫ້ເຫັນຄວາມສໍາຄັນຂອງການລ້ຽງລູກດ້ວຍນົມແມ່ ສໍາລັບເດັກນ້ອຍ ແລະ ສໍາລັບປະເທດຊາດ. ຮ່ວມມືກັບເພື່ອນຮ່ວມງານ ທັງພາກສະຖາບັນ, ໜ່ວຍງານທີ່ບໍ່ແມ່ນລັດຖະບານ ແລະ ຜູ້ໃຫ້ທຶນ ພາຍໃຕ້ການເປັນຜູ້ນໍາຮ່ວມກັບອົງການອະນາໄມໂລກ ກຸ່ມສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ ນີ້ສ້າງຂຶ້ນມາເພື່ອຊຸກຍູ້ ແລະ ເລັ່ງລັດຄວາມຄືບໜ້າຂອງວຽກງານການລ້ຽງລູກດ້ວຍນໍ້ານົມແມ່ໄປສູ່ເປົ້າໝາຍ ເຊິ່ງກໍານົດໂດຍ ສະພາສຸຂະພາບໂລກ ຄືໃຫ້ໄດ້ຢ່າງໜ້ອຍ 50% ໃນການລ້ຽງລູກດ້ວຍນໍ້ານົມແມ່ພຽງແຕ່ຢ່າງດຽວແຕ່ມື້ເກີດຈົນຮອດ 6 ເດືອນ ໃນປີ 2025. ວຽກງານຂອງກຸ່ມແມ່ນແນ່ໃສ່ສະໜັບສະໜູນທາງດ້ານນະໂຍບາຍ, ທາງກົດໝາຍ, ທາງດ້ານການເງິນ ແລະ ວຽກງານທາງດ້ານສາທາລະນະຕ່າງໆ ເພື່ອສະໜັບສະໜູນວຽກງານການລ້ຽງລູກດ້ວຍນໍ້ານົມແມ່ ເພື່ອຜົນປະໂຫຍດຂອງແມ່, ເດັກ ແລະ ສັງຄົມ.

ງານດັ່ງກ່າວແມ່ນໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2017 ຢູ່ທີ່ ສູນຝຶກອົບຮົມແນວລາວສ້າງຊາດ ໂດຍການເປັນປະທານຂອງທ່ານ ສົມສະຫວາດ ພົງສາ ຮອງຫົວໜ້າກົມສື່ສານມວນຊົນ ແລະ ເປັນກຽດເຂົ້າຮ່ວມໂດຍທ່ານ ເຮັນດຣີກາຊ ຣາສມາກເກີ ຫົວໜ້າສາທາລະນະສຸກ ແລະ ໂພສະນາການ ອົງການຢູນິເຊັບ ປະຈໍາລາວ, ທ່ານ ນາງ ດຣ ຄໍາເສັງ ພິລາວົງ ຮອງຫົວໜ້າສູນໂພຊະນາການ ກະຊວງສາທາລະນະສຸກ ແລະ ສື່ມວນຊົນອີກຫຼາຍທ່ານໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.

ແບ່ງປັນ