Breaking News

ຮູ້ຈັກກັບ! ໄດແອນ ພົມສຸພາ ສາວນັກອະນຸລັກທໍາມະຊາດ ທີ່ຫຼາຍຄົນຄວນເອົາເປັນແບບຢ່າງ!

ແບ່ງປັນ

ຄໍລໍາ: Chic Working Women

ໃຜໆກໍຮູ້ວ່າ ປະເທດເຮົາເປັນປະເທດໜຶ່ງທີ່ມີທໍາມະຊາດອັນອຸດົມສົມບູນ, ງົດງາມ ແລະ ມີຢູ່ຢ່າງຫຼວງຫຼາຍ ແຕ່ທຸກຄົນເຄີຍຄິດບໍ່ວ່າ ມື້ໜຶ່ງມັນຈະໝົດໄປ ແລ້ວລູກຫຼານທີ່ເກີດມາລຸ້ນຫຼັງຈະບໍ່ມີໂອກາດໄດ້ເຫັນຄວາມອຸດົມສົມບູນຄືທີ່ພວກເຮົາເຫັນປັດຈຸບັນອີກ. ເຊື່ອວ່າຫຼາຍຄົນບໍ່ເຄີຍຄິດ! ແຕ່ສາວຄົນນີ້ ໄດແອນ ພົມສຸພາ ທີ່ເຮັດວຽກເປັນ ວິຊາການ ໃຫ້ກັບໂຄງການ ປັບປຸງ ແລະ ບັງຄັບກົດໝາຍຄຸ້ມຄອງປ່າໄມ້, ອົງການອະນຸລັກທໍາມະຊາດໂລກປະຈໍາລາວ (WWF-Lao) ທີ່ດັ້ນດົ້ນໄປຮຽນຕໍ່ເຖິງປະເທດ Australia ກ່ຽວກັບການອະນຸລັກທໍາມະຊາດໂດຍສະເພາະ ເພື່ອນໍາມາໃຊ້ໃນການອະນຸລັກທໍາມະຊາດຢູ່ບ້ານເຮົາ ນາງໄດ້ບອກວ່າ “ຂ້ອຍເຮັດວຽກເພື່ອອະນຸລັກທໍາມະຊາດ ໄວ້ໃຫ້ລູກຫຼານ” ແລະ “ປ່າໄມ້ກໍມີຫຼາຍ ແລະ ປາກໍມີຫຼາຍແຕ່ເປັນຫຍັງມື້ໜຶ່ງຈະໝົດໄປ? ແລ້ວຄົນລຸ້ນຫຼັງຈະໃຊ້ຊີວິດຢູ່ແນວໃດ” ພຽງແຕ່ໄດ້ຍິນສອງປະໂຫຍກນີ້ ເຮົາກໍສາມາດເຮັດໃຫ້ຮູ້ໄດ້ເລີຍວ່າ ສາວຄົນນີ້ເປັນຄົນແນວໃດ?

ຖ້າໃຜສົນໃຈຢາກຮູ້ລາຍລະອຽດກ່ຽວກັບ ການຍ່າງຕາມເສັ້ນທາງນີ້ຂອງສາວ ໄດແອນ ສາມາດຊອກອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ກໍລະກົດ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

 

ແບ່ງປັນ