Breaking News

ໃບໜ້າສະຫວ່າງຂຶ້ນດ້ວຍສີຜົມ ນໍ້າຕານສະຫວ່າງ (ນໍ້າຕານທອງ) ໄດ້ Look Baby Girl ແບບເຕັມ!!

ແບ່ງປັນ

ທັກທາຍສາວໆ ໃຜທີ່ມີແຜນ ຫຼືຄິດຢາກຈະປ່ຽນສີຜົມແດ່! ແຕ່ຄິດແລ້ວຄິດອີກກໍບໍ່ຮູ້ຈະເລືອກສີຫຍັງ? ຈະກັບມາເຮັດສີນໍ້າຕານເບິ່ງຈະທໍາມະດາເກີນໄປ ແລະ ອີກຢ່າງສີນໍ້າຕານມັນກໍມີຕັ້ງຫຼາຍສີ ທັງນໍ້າຕານເຂັ້ມ, ນໍ້າຕານເທົາ, ນໍ້າຕານແດງ, ນໍ້າຕານອ່ອນ ແລະ ອີກຫຼາຍພັນສີນໍ້າຕານ ພຽງໄດ້ຍິນສໍ່ານີ້ຍັງມືນແລ້ວ ໂອ່ຍຊະນີພາກັນເຈັບຫົວ… ແຕ່ມື້ນີ້ເຊົາເຈັບຫົວໄດ້ເລີຍ ເພາະຂວັນໃຈ ເພື່ອນຮູ້ໃຈຂອງສາວທັນສະໄໝ ຈະພາສາວໆໄປເລືອກສີຜົມນໍ້າຕານແບບສະຫວ່າງ Style ຕຸກກະຕາ Baby ເຮັດແລ້ວໜ້າຂອງສາວໆຈະເບິ່ງສະຫວ່າງຂຶ້ນທັນທີ ຢາກເຫັນກັນແລ້ວແມ່ນບໍ່ວ່າຈະເປັນແນວໃດເມື່ອເຮັດຜົມສີນີ້ ເອົາເປັນວ່າເຮົາໄປເບິ່ງກັນເລີຍ!!!

  1. ຫວານໆ Style Baby Girl ແຈກຫົວໃຈໃຫ້ແບບລົວໆເລີຍ

2. ນໍ້າຕານແບບນີ້ກໍເຮັດໃຫ້ໜ້າສາວໆສະຫວ່າງຂຶ້ນໄດ້ເດີ້

3. ສີນໍ້າຕານນີ້ໃຫ້ Look ຄຸນໜູສຸດໆ ວ່າບໍ່???

4. Baby ສຸດໆໄປເລີຍ ສີຜົມງາມແຕ່ງໜ້າແນວໃດກໍປັງ!!

5. ງາມ, ດູດີ, ຮຽບຮ້ອຍ ໃຫ້ 100 ເຕັມ

6. ໜຸ່ມໆມັກສາຍແບ້ວ ຖືກໃຈສຸດໆກັບນໍ້າຕານສະຫວ່າງແບບນີ້

7. ສາວຜົມຍາວປ່ອຍຊື່ກໍງາມເປັນ Baby Girl ໄດ້ເດີ້

8. ໜ້າຮັກສົດໄສສົມໄວກັບ Look ນີ້ ແນະນໍາກັບສາວໄວມະຫາໄລເລີຍ

9. ຜົມທັ່ງບ່າງາມປ້ຽວເວີ່ຈ້າ

10. ງາມເປັນ Baby ສາວໃນ Look ຄຸນໜູ

11. ສີນີ້ນໍ້າຕານຫວານລະມຸນແບບບໍ່ຕ້ອງໃສ່ນໍ້າຕານກັນເລີຍ

12. ສີງາມຫຼາຍ ມີການຫຼິ້ນ Hi light ຈັກໜ້ອຍ

13. ສາວໆວ່າແນວໃດ Look ນີ້ ເຊັບລົວໆແລ້ວໄປເຮັດເລີຍ!

14. ຜົມຍາວທັ່ງບ່າມ້ວນປາຍກັບສີນີ້ເຂົ້າກັ໋ນເຂົ້າກັນເນາະສາວໆ!

15. ຜົທຍາວທັ່ງບ່າດັດບອນບວກກັບສີນໍ້າຕານສະຫວ່າງໜ້າສະມຸນສຸດໆ

16. ສີນີ້ເຮັດໃຫ້ໜ້າຂາວກະຈ່າງໃສຄືຜິວດີ ເກີດເລີຍ!

17. ເຮັດໃຫ້ໜຸ່ມໆໄດ້ລະລາຍກັນໄປເລີຍ

18. Look ຕຸກກະຕາ Baby ກັບດັດລອນໜ້າມ້າງາມຫຼາຍ

19. ສາວໆສາຍຫວານຫ້າມພາດກັບຊົງນີ້ ແລະ ສີທີ່ເຮັດຈັກເທື່ອກໍປັງ

20. ງາມລະມຸນຈົນເຊົາເບິ່ງບໍ່ໄດ້!

By: BeautyGuru

Cr; Spice

ແບ່ງປັນ