Breaking News

ງານເປີດຫ້ອງຂາຍ ​LTH STORE ​​ໃໝ່ ແລະ Nokia ສະມາດໂຟນໃໝ່

ແບ່ງປັນ

ຫຼັງຈາກປິ​ດປັບປຸງຫ້ອ​ງຂາຍ ຫຼື ສູນ​ໂນ​ເກ​ຍ ​ມາໄດ້​ເຄິ່ງ​ປີ​ ​​ມາເຖິງ​ທ້າຍອາທີດທີ່ຜ່ານມາ  LTH Store ໄດ້​​ເປີດໃໝ່​ຢ່າງ​ເປັນ​ທາງ​ການ, ພ້ອມກັບການເປີດຕົວ ຂອງການກັບມາຢ່າງເປັນທາງການ​ Nokia ສະມາດ​ໂຟນລຸ້ນ​ໃໝ່ທັງ​ 3 ລຸ້ນ ​ແລະ ມີ​ເຄື່ອງໃຊ້​ໄຟຟ້າ​​ເຖິງ​ 20 ຍີ້ຫໍ້​ ເພື່ອ​ໃຫ້​ລູກຄ​້າມີຫຼາຍທາງເລືອກ.

ພິທີເປີດຫ້ອງຂາຍໃໝ່ຈັດຂຶ້ນໃນຕອນຄໍ່າຂອງວັນເສົາວັນທີ 29 ກໍລະກົດ 2017 ທີ່ບ້ານຝາຍ (ດົງປ່າລານ) ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດຕັດແຖບຜ້າຂອງທ່ານ ​ແຈັກ​ ໄຊຊະນະ ຜູ້ອຳນວຍການ ຂອງ​ບໍລິສັດ ​ແອວ​ທົງ​ຮວດ ​ເທ​ເລ​ຄອມ​ ຈຳກັດ (LTH), ມີບັນດາພະນັກງານ LTH ແລະ ​ແຂກ​ຖື​ກຮັບ​ເຊີນ​ເຂົ້າ​ຮ່ວມ​.

ທ່ານ ປິຍະ​ວັດ ປຣິນສິດທິ​ລັດ ຫົວໜ້າພະ​ແນ​ກ​ເຄື່ອງ​​ໃຊ້​ໄຟຟ້າ, ບໍລິສັດ ​ແອວ​ທົງ​ຮວດ​ ເທ​ເລ​ຄອມ​ ຈຳກັດ (LTH)ກ່າວໃນພິທີເປີດວ່າ:  ຫ້ອງຂາຍ LTH Store ແມ່ນມີຈຸດມຸ່ງໝາຍ ຄືການນຳ Tecnology ທີ່ທັນສະໄໝມາຕອບສະໜອງຄວາມຕ້ອງການຂອງປະຊາຊົນລາວ ເພື່ອໃຫ້ມີຄຸນນະພາບຊີວິດທີ່ດີຍິ່ງຂຶ້ນ.  ເລີ່ມຈາກ 12 ປີ ກ່ອນໜ້ານີ້ LTH ເປັນຕົວແທນຈໍາໜ່າຍສິນຄ້າ Nokia ຕໍ່ມາແມ່ນ Samsung ແລະ Apple ເຮັດໃຫ້ມາເຖິງປັດຈຸບັນ ເປັນຕົວແທນຈໍາໜ່າຍສິນຄ້າ Tecnology ລາຍໃຫຍ່ຂອງລາວ ມີເຄື່ອງໃຊ້ໄຟຟ້າອື່ນໆຫຼາຍກວ່າ 20 ຍີ່ຫໍ້ ເປັນຕົ້ນແມ່ນ:  TOSHIBA, SAMSUNG, Phillips, Faber ແລະ ຍີ້ຫໍ້ອື່ນ ນັບແຕ່ໝໍ້ຫຸ້ງເຂົ້າ,ເຕົາແກ໊ສ, ໂທລະພາບ, ພັດລົມ, ຕູ້ເຢັນ, ເຄື່ອງປັບອາກາດອື່ນໆແບບຄົບວົງຈອນໃນຫ້ອງຂາຍ LTH ຫວັງເປັນອີກໜຶ່ງທາງເລືອກສ້າງຄວາມສະດວກສະບາຍໃຫ້ລູກຄ້າທີ່ມາບ່ອນດຽວຖືວ່າຄົບເລື່ອງຂອງອຸປະກອນ Tecnology  ເຄື່ອງໃຊ້ໄຟຟ້າ. ນອກຈາກມີສິນຄ້າດີໆແລ້ວ LTH ຍັງມີທີມຊ່າງທີ່ມີປະສົບການ, ມີການຮັບປະກັນສິນຄ້າທີ່ມີຄຸນນະພາບບໍລິການຫຼັງການຂາຍ ພ້ອມຊ່ວຍເຫຼືອລູກຄ້າທຸກທ່ານ.

ພ້ອມດຽວກັນ, ພາຍໃນງານກໍໄດ້ນຳ​ສະ​ເໜີ​ ​Nokia ສະມາດໂຟນໃໝ່ທັງ 3 ລຸ້ນຄື: Nokia 3, Nokia 5 ແລະ Nokia 6 ໂດຍມາຄັ້ງນີ້ປັບໂສມເປັນຮູບຊົງສວຍງາມໂດດເດັ່ນມາກັບລະບົບແອນດຣອຍ ທີ່ມີກ້ອງໜ້າສູງເຖິງ 8 ລ້ານພິກເຊວ ແລະ ກ້ອງຫຼັງ 16 ລ້ານພິເຊວ ມີທັງສີຂາວ ແລະ ສີດຳ ໃນລາຄາ 1,950,000 ກີບ. ສ່ວນ Nokia5 ລາຄາ 1,​580,000 ກີບ ແລະ Nokia3 ລາຄາ1,155,000ກີບ.

 

ແບ່ງປັນ