Breaking News

ເບິ່ງແຍງເສັ້ນຜົມຢ່າງໃດດີ?

ແບ່ງປັນ

5 ວິທີການເບິ່ງແຍງເສັ້ນຜົມ ຊ່ວງໜ້າຝົນ

ເຂົ້າສູ່ໜ້າຝົນເທື່ອໃດການເບິ່ງແຍງເລື່ອງສຸຂະພາບຮ່າງກາຍຈຶ່ງເປັນສິ່ງທີ່ທຸກຄົນຄວນໃຫ້ຄວາມສໍາຄັນ ແລະ ໃຫ້ຄວາມໃສ່ໃຈກັນເປັນຢ່າງຫຼາຍເພາະໂອກາດໃນການທີ່ຈະເຮັດໃຫ້ເກີດອາການປ່ວຍ ຫຼື ພະຍາດຕ່າງໆມີໂອກາດສູງສໍາລັບການເບິ່ງແຍງເສັ້ນຜົມທີ່ຖືວ່າເປັນໜຶ່ງໃນອະໄວຍະວະຂອງຮ່າງກາຍຈຶ່ງເປັນສິ່ງທີ່ທ່ານຕ້ອງເບິ່ງແຍງບໍ່ຕ່າງຫຍັງກັບອະໄວຍະວະພາກສ່ວນອື່ນໆຂອງຮ່າງກາຍ ມື້ນີ້ເຮົາຈຶ່ງນໍາເອົາວິທີເບິ່ງແຍງເສັ້ນຜົມໃນຊ່ວງໜ້າຝົນມາຝາກສາວໆທຸກຄົນດັ່ງນີ້:

  1. ຄວນສະຜົມທຸກເທື່ອທີ່ຖືກຝົນ

ຖ້າເປັນໄປໄດ້ທຸກເທື່ອທີ່ທ່ານລຸຍຝົນມາຈົນປຽກໄປໝົດຕົວ ທ່ານຈໍາເປັນຕ້ອງສະຜົມເພາະນໍ້າຝົນທີ່ຕົກລົງມາເທິງເສັ້ນຜົມຂອງທ່ານນັ້ນຈະນໍາເອົາສິ່ງເປິະເປື້ອນ ແລະ ເຊື້ອພະຍາດທີ່ຢູ່ໃນອາກາດລົງມາພ້ອມ ນອກຈາກນັ້ນມັນຈະເຮັດໃຫ້ທ່ານສ່ຽງຕໍ່ການເຈັບປ່ວຍໄດ້ງ່າຍແລ້ວຍັງອາດເຮັດໃຫ້ເສັ້ນຜົມ ແລະ ໜັງຫົວຂອງທ່ານເກີດຄວາມອັບຊື້ນສະສົມຈົນເຮັດໃຫ້ເກີດອາການຄັນ ແລະ ເປັນບາດໄດ້.

  1. ໃຊ້ຜ້າແພຂົນໜູເຊັດທຸກເທື່ອທີ່ຖືກຝົນ

ໃນກໍລະນີທີ່ທ່ານບໍ່ສາມາດອາບນໍ້າເຮັດຄວາມສະອາດເສັ້ນຜົມໄດ້ທັນທີ ການໃຊ້ຜ້າແພຂົນໜູ ຫຼື tissue ເຊັດນໍ້າຝົນທີ່ຖືກເສັ້ນຜົມ ຈະຊ່ວຍຫຼຸດຄວາມສ່ຽງໃນການເຮັດໃຫ້ທ່ານບໍ່ເຈັບປ່ວຍໄດ້ ຖ້າຫາກມີໄດເປົ່າຜົມກໍ່ແນະນໍາໃຫ້ເປົ່າຜົມໃຫ້ແຫ້ງ ລະຫວ່າງທີ່ລໍຖ້າຊ່ວງເວລາທີ່ຈະອາບນໍ້າສະຜົມເພື່ອເຮັດຄວາມສະອາດເສັ້ນຜົມຕໍ່ໄປ.

  1. ໃຊ້ຫວີຫ່າງໆຫວີຜົມຄ່ອຍໆ

ຫຼັງຈາກທີ່ທ່ານໃຊ້ໄດເປົ່າຜົມແລ້ວຮຽບຮ້ອຍ ແນະນໍາໃຫ້ໃຊ້ຫວີຫ່າງໆມາຫວີຜົມແຕ່ຫວີຄ່ອຍໆເພື່ອບໍ່ໃຫ້ເສັ້ນຜົມເກີດການພັນກັນອີກທັງຍັງຊ່ວຍຫຼຸດບັນຫາການເກີດຜັມຟູຫຼັງຈາກຜົມແຫ້ງໄດ້ອີກດ້ວຍ.

  1. ບໍ່ຄວນສະຜົມກ່ອນນອນ

ໃນຊ່ວງໜ້າຝົນສາວໆຄົນໃດທີ່ຕິດນິໄສອາບນໍ້າ ແລະ ສະຜົມກ່ອນເຂົ້ານອນ ແນະນໍາໃຫ້ຫຼີກການສະຜົມໃນຊ່ວງນີ້ ເພາະໂອກາດທີ່ຈະເຮັດໃຫ້ເກີດຄວາມອັບຊື້ນສະສົມພາຍໃນຍ່ອມມີສູງຫຼາຍ ແມ່ນວ່າຈະໝັ້ນໃຈວ່າຜົມແຫ້ງຈາກການໃຊ້ໄດເປົ່າຜົມ ກໍ່ຍັງບໍ່ສາມາດເພິ່ມຄວາມໝັ້ນໃຈໄດ້ຢູ່ດີ.

  1. ເຊັດຜົມໃຫ້ແຫ້ງທຸກເທຶ່ອກ່ອນໃຊ້ຜະລິດຕະພັນບໍາລຸງເສັ້ນຜົມ

ເຊື່ອວ່າສາວໆຫຼາຍຄົນມັກຫຼົງລືມໃນການເຊັດຜົມໃຫ້ແຫ້ງໝາດໆ ກ່ອນທີ່ຈະໃຊ້ຜະລິດຕະພັນບໍາລຸງເສັ້ນຜົມ ດັ່ງນັ້ນຖ້າຫາກທ່ານຕ້ອງການໃຊ້ຜະລິດຕະພັນດັ່ງກ່າວ ສິ່ງທີ່ສໍາຄັນຄືການເຊັດຜົມໃຫ້ແຫ້ງທຸກເທື່ອເພື່ອບໍ່ໃຫ້ເກີດຄວາມອັບຊື້ນສະສົມຈົນອາດເຮັດໃຫ້ເກີດອາການຄັນໜັງຫົວໄດ້ ເພາະຜະລິດຕະພັນບຳລຸງເສັ້ນຜົມສ່ວນຫຼາຍຕ້ອງລ້າງອອກຈຶ່ງມີໂອກາດເຮັດໃຫ້ເກີດບັນຫາຣັງແຄໄດ້ອີກດ້ວຍ.

 

beauty portrait of woman touching wet window

 

young woman drying her hair with a hair dryer

 

 

ແບ່ງປັນ