Breaking News

ຕຸ້ຍ ອິນປັນ ຈາກອະດີດນັກຮ້ອງວົງ Overdance ໃນຕຳນານ ສູ່ພິທີກອນຊາຍລະດັບແຖວໜ້າຂອງປະເທດລາວ!!!

ແບ່ງປັນ

ວ້າວ…ມາເລີ່ມຕົ້ນເດືອນ ສິງຫາ 2017 ກັບຄົນເກັ່ງໆມີຄວາມສາມາດຫຼາກຫຼາຍດ້ານທີ່ ຊະນີIndy  ຢາກຈະມາແນະນຳໃຫ້ແຟນໆໄດ້ຮູ້ຈັກຕົວຕົນຂອງເພິ່ນ ເປັນໃຜບໍ່ໄດ້ເລີຍນັ້ນກໍຄື ອ້າຍ ຕຸ້ຍ ອິນປັນ ບໍລິຫານ ຫຼື ອ້າຍ ຕຸ້ຍ ແຫ່ງວົງ Overdance ວົງແຫ່ງຕຳນານທີ່ຫຼາຍຄົນຍ່ອມຮູ້ຈັກກັນດີ ຜ່ານມາກໍຫຼາຍປີແລ້ວແຕ່ຊື່ສຽງຂອງ ຕຸ້ຍ Overdance ກໍຍັງບໍ່ໄດ້ຈາງຫາຍໄປໃສ ແນວຄົນມີຄວາມສາມາດແນ່ນອນເລີຍວ່າທຸກຄົນກໍຕ້ອງຈື່ຈຳກັນໄດ້ເປັນຢ່າງດີ, ປັດຈຸບັນ ຕຸ້ຍ Overdance ເຖິງຈະຫ່າງຫາຍໄປຈາກວົງການເພງແດ່ ແຕ່ເພິ່ນກໍບໍ່ໄດ້ໄປໃສເພາະເພິ່ນມີວຽກປະຈຳເປັນເຖິງ ຮອງຫົວໜ້າພະແນກສື່ສານອົງກອນ ຢູ່ທີ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ຍັງມີອີກໜຶ່ງຢ່າງໃນວົງການບັນເທິງນັ້ນກໍຄື ພິທີກອນ ແຖມຍັງຖືກຍອມຮັບວ່າເປັນພິທີກອນທີ່ມີຄວາມສາມາດລະດັບແຖວໜ້າຂອງປະເທດລາວເຮົາ.

 

ເມື່ອເວົ້າເຖິງພິທີກອນຊາຍຄົນເກັ່ງລະດັບແນວໜ້າໃນບ້ານເຮົາ ທີ່ຮັບງານໃຫຍ່ໆ ລະດັບຊາດຢູ່ເລື້ອຍໆ ບໍ່ວ່າຈະເປັນງານ ນາງສາວອາພອນເພດຊົງລາວ, ນາງສາວລາວ, Gala Dinner ກອງປະຊຸມສຸດຍອດອາຊຽນ 2016, ງານລ້ຽງຮັບແຂກຂອງປະທານປະເທດ, ງານສະຖານທູດ ທີ່ຕ້ອງໃຊ້ສອງພາສາ, ງານປະກວດ Pepsi Singing Contest ຫຼື ງານຄອນເສີດ ງານເປີດຕົວສິນຄ້າ ແລະອື່ນໆ ໜຶ່ງໃນນັ້ນຕ້ອງແມ່ນ ຕຸ້ຍ Overdance ( ອິນປັນ ບໍລິຫານ ) ແນ່ນອນ ຈັກຊິເກັ່ງໄປໃສເນາະ .. ຫຼາຍໆຄົນຄົງຈະຊື່ນຊົມໃນຄວາມສາມາດຂອງລາວຢູ່ແມ່ນບໍ່? ແລະຍັງຢາກຮູ້ວ່າ ຕຸ້ຍ ເຮັດແນວໃດຈຶ່ງສາມາດພັດທະນາຕົນເອງ ຈົນໄປຢືນຢູ່ແຖວໜ້າຂອງວົງການພິທີກອນໄດ້ ເຜື່ອວ່າໃຜທີ່ມີຄວາມໃຝ່ຝັນຢາກເປັນພິທີກອນມືອາຊີບ ກໍສາມາດນຳໄປລອງໃຊ້ເບິ່ງໄດ້

ແຮງບັນດານໃຈຂອງຕຸ້ຍ ແມ່ນຢາກໃຫ້ແມ່ພູມໃຈ

ຕຸ້ຍ ເລີ່ມຈັບໄມ ແລະເວົ້າໃນບ່ອນສາທາລະນະມາ ຫຼາຍກວ່າ 15 ປີ ແລ້ວ ເລີ່ມຈາກການເປັນອາສາສະໝັກ ຂອງສູນສະຂະພາບ ແລະພັດທະນາໄວໜຸ່ມ ທີ່ຕ້ອງລົງເຜີຍແຜ່ຂໍ້ມູນ ສິດທິເດັກ ແລະສຸຂະພາບຈະເລີນພັນ ໃນຊຸມຊົນ, ເປັນນັກຮ້ອງວົງ Overdance ອັນເປັນຕຳນານໂດ່ງດັງແລ້ວຈຶ່ງຫັນມາເປັນພິທີກອນ ທັງໝົດທັງມວນນີ້ ຕຸ້ຍ ຍອມຮັບວ່າ ບໍ່ໄດ້ເລີ່ມຈາກຄວາມມັກຂອງຕົນເອງເລີຍ ແຕ່ຍ້ອນເຫັນແມ່ທີ່ສຸຂະພາບບໍ່ຄ່ອຍດີ ເພິ່ນດີໃຈ ພູມໃຈ ເຫັນແມ່ຍິ້ມ ທຸກໆຄັ້ງທີ່ ຕຸ້ຍ ເອົາຮູບກິດຈະກຳ ເຮັດນັ້ນເຮັດນີ້ ມາໃຫ້ແມ່ເບິ່ງ ໄດ້ເຫັນລູກຊາຍອອກໂທລະພາບ ໄດ້ຢືນເທິງເວທີ ເວລາພີ່ນ້ອງມາເຮືອນກໍມັກຈະຊື່ນຊົມລູກຊາຍຂອງແມ່ສະເໝີ ສິ່ງເຫຼົ່ານີ້ເຮັດໃຫ້ ຕຸ້ຍ ຍິ່ງພະຍາຍາມພັດທະນາຕົນເອງ ເຮັດແນວໃດໃຫ້ໄດ້ອອກງານເລື້ອຍໆ ຢາກຢືນເທິງເວທີ ຢາກອອກໂທລະພາບຫຼາຍໆ ເພື່ອຢາກໃຫ້ແມ່ດີໃຈ ມີຄວາມສຸກ ແລະພູມໃຈຫຼາຍຂຶ້ນໄປອີກ .. ແພງເດ້ ຊ່າງເປັນລູກຊາຍທີ່ໜ້າຮັກອີ່ຫຼີ

ພິທີກອນທີ່ເກັ່ງ ຄວນມີ 3 ທັກສະດັ່ງນີ້:

ການປ່ຽນແປງວາລະງານກະທັນຫັນ ປ່ຽນແປງລາຍຊື່ຜູ້ເຂົ້າຮ່ວມ ຫຼືເຫດສຸກເສີນອື່ນໆ ເປັນສິ່ງເກີດຂຶ້ນໄດ້ສະເໝີ ບໍ່ວ່າຈະເປັນພິທີກອນງານແບບໃດກໍຕາມ ສະນັ້ນ ສຳລັບ ຕຸ້ຍ ແລ້ວ ພິທີກອນທີ່ເກັ່ງ ອັນທຳອິດ ຕ້ອງມີທັກສະແກ້ໄຂບັນຫາສະເພາະໜ້າທີ່ດີ ມີເຕັກນິກ ເພື່ອໃຫ້ຜູ້ເຂົ້າຮ່ວມງານໄດ້ມ່ວນຊື່ນທີ່ສຸດ ເຖິງວ່າພິທີກອນ ແລະຜູ້ຈັດງານຊິຕຶງຄຽດປານໃດກໍຕາມ ຂໍ້ທີສອງ ທີ່ຕ້ອງມີ ຫາກຢາກເປັນມືອາຊີບ ກໍຄືຕ້ອງຕີໂຈດງານທີ່ຮັບໃຫ້ແຕກສາກ່ອນ ໝາຍຄວາມວ່າຕ້ອງທຳຄວາມເຂົ້າໃຈກ່ຽວກັບງານນັ້ນໆນັບແຕ່ ຄວາມຕ້ອງການຂອງຜູ້ຈັດງານ, ຈຸດປະສົງ, ແນວຄິດ (Concept, theme, ບັນຍາກາດ) ຜູ້ເຂົ້າຮ່ວມແມ່ນໃຜແດ່, ບໍ່ແມ່ນມາຮອດ ອ່ານແຕ່ເນື້ອໃນທີ່ຕ້ອງເວົ້າ (script) ເທົ່ານັ້ນ ທີ່ຕ້ອງກະກຽມແນວນີ້ກໍເພື່ອໃຫ້ເຮົາໄດ້ຈັດລຽງຕົນເອງແລະກຳນົດວິທີການສື່ສານ ເຊັ່ນ: ງານທາງການ, ງານກິນລ້ຽງ, ງານຄອນເສີດ ຄວນໃຊ້ຄຳເວົ້າ ແລະອາລົມແຕກຕ່າງກັນແບບໃດ ຂໍ້ທີສາມ ເມື່ອເຂົ້າໃຈລາຍລະອຽດຂອງງານແລ້ວ ກໍຕ້ອງຊ້ອມເລື້ອຍໆ ເພື່ອປ້ອງກັນບໍ່ໃຫ້ເກີດຄວາມຜິດພາດ ຫຼືໃຫ້ຜິດພາດໜ້ອຍທີ່ສຸດ ຕຸ້ຍ ບອກວ່າ ເພິ່ນຈະຊ້ອມເວົ້າຢູ່ໜ້າແວ່ນ ແລະຢູ່ໃນຫ້ອງນ້ຳເປັນປະຈຳວ່າຊັ້ນ

 

Wow!! ເຮັດວຽກປະຈໍາ ແລ້ວຍັງເປັນພິທີກອນອາຊີບອີກ

ປະຈຸບັນນີ້ ຕຸ້ຍ ເຮັດວຽກປະຈຳ ກັບບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen)ໃນຕຳແໜ່ງຮອງຫົວໜ້າພະແນກສື່ສານອົງກອນ ປະມານປີປາຍແລ້ວ ຢູ່ນີ້ເພິ່ນມີລະບົບເຄັ່ງຄັດ ການເຂົ້າອອກຫ້ອງການ ກໍຕ້ອງໄດ້ສະແກນໜ້າທຸກຄັ້ງ ເຮັດໃຫ້ການຮັບວຽກພິທີກອນຂອງ ຕຸ້ຍ ຕ້ອງໃຊ້ເວລານອກໂມງການ ຫຼືວັນເສົາ-ອາທິດເທົ່ານັ້ນ ຫຼືບາງຄັ້ງກໍໃຊ້ມື້ພັກປະຈຳປີ ເຮັດໃຫ້ຕ້ອງປະຕິເສດງານພິທີກອນຫຼາຍຂຶ້ນ ເຊິ່ງແຕກຕ່າງຈາກວຽກຢູ່ອົງການສາກົນທີ່ຕຸ້ຍເຄີຍເຮັດຜ່ານມາ ທີ່ໃຫ້ອິດສະຫຼະພະນັກງານຫຼາຍກວ່າ ສະນັ້ນ ໃຜທີ່ຢາກໃຊ້ບໍລິການ ພິທີກອນ ຕຸ້ຍOverdanceຊ່ວຍເຂົ້າໃຈຂໍ້ຈຳກັດເພິ່ນແດ່ເດີ້ ແຕ່ຕຸ້ຍກໍຮັບປະກັນວ່າ ຖ້າໄດ້ຮັບງານໃດແລ້ວ ຈະບໍ່ເຮັດໃຫ້ເຈົ້າຂອງງານຜິດຫວັງແນ່ນອນ

ຕຸ້ຍເປັນ Idol ຂອງນ້ອງໆຫຼາຍຄົນ

ອາຊີບພິທີກອນ ຊ່ວຍໃຫ້ ຕຸ້ຍ ໄດ້ເຝິກຄວາມອົດທົນ ເຝິກສຳມາທິ ໄດ້ຊ້ອມ ໄດ້ລົມກັບຕົນເອງຕະຫຼອດ ເຮັດໃຫ້ເປັນຄົນທຸ່ນທ່ຽງ ທຸກຄັ້ັງທີ່ຮັບງານ ຕຸ້ຍ ບອກວ່າໄດ້ຄວາມຮູ້ໃໝ່ ໄດ້ພົບປະຄົນຫຼາກຫຼາຍອາຊີບ ການມີໂອກາດໄດ້ຮັບງານຂອງລັດຖະບານເລື້ອຍໆ ຍັງເຮັດໃຫ້ ຕຸ້ຍ ຮູ້ຂໍ້ມູນ ການເຄື່ອນໄຫວ ຕຳແໜ່ງຕ່າງໆຂອງຄະນະລັດຖະບານກ່ອນຄົນອື່ນ ໃຜຕຳແໜ່ງຫຍັງ ຈະຍ້າຍໄປໃສ ຫາກໃຜຢາກຮູ້ກໍຕ້ອງໂທຖາມ ຕຸ້ຍ ໂລດ ສິ່ງເຫຼົ່ານີ້ເຮັດໃຫ້ຕຸ້ຍຮູ້ສຶກມີຄຸນຄ່າ ການເປັນຄົນຂອງສັງຄົມ ເຮັດໃຫ້ໄດ້ຮັບການຕ້ອນຮັບທີ່ອົບອຸ່ນ ຈາກຄົນທີ່ບໍ່ຮູ້ຈັກຢູ່ສະເໝີ ນອກຈາກເປັນໜຸ່ມທີ່ໜ້າຕາດີ ນິໄສດີ ແລະມີຄວາມສາມາດແລ້ວ ຕຸ້ຍ ຍັງມີແຟນໆທີ່ຖ້າຕິດຕາມຜົນງານຫຼາຍ ທັງເປັນຕົວແບບ(Idol)ທີ່ດີໃຫ້ນ້ອງໆເດັກລຸ້ນໃໝ່່ທີ່ໃຝ່ຝັນຢາກເປັນພິທີກອນທີ່ເກັ່ງນຳອີກ ຫຼາຍໆຄັ້ງທີ່ນ້ອງໆມາຖາມ ມາຂໍຄຳແນະນຳ ຕຸ້ຍ ຈະຮູ້ສຶກດີໃຈ ແລະພູມໃຈໃນຕົນເອງ ພ້ອມທັງຍິນດີໃຫ້ຄຳແນະນຳອີກດ້ວຍ

  • ຝາກທ້າຍ

ສໍາລັບໃຜທີ່ຢາກເປັນພິທີກອນ ໃຫ້ເລີ່ມແຕ່ມື້ນີ້ເລີຍເດີ້ ໃຫ້ກ້າເວົ້າກ້າວ່າ, ກ້າສະແດງອອກ ກ້າຈັບໄມຍ່າງຂຶ້ນເວທີ ບາງທີໃນງານນ້ອຍໆເປັນກັນເອງ ງານໂຮງຮຽນ ເຮົາຄວນລອງໃຊ້ເປັນສະໜາມເພື່ອເຝິກຊ້ອມ ແລະຖືໂອກາດຖາມຄວາມຄິດເຫັນຈາກຄົນອື່ນ ວ່າຕ້ອງປັບປຸງແນວໃດ ເພາະໃຜຊິຮູ້ ມື້ໜຶ່ງໂອກາດອາດມາຮອດເຮົາ

FB: TouyOverdance

ແບ່ງປັນ