Breaking News

ວ້າວ!!! ນີ້ຫວາ ນັກກິລາບານສົ່ງສາວ ທີ່ຂຶ້ນຊື່ວ່າ ເປັນນັກຕົບສາວທີ່ງາມທີ່ສຸດ…

ແບ່ງປັນ

ມື້ນີ້ເຮົາຈະມາເວົ້າກັນດ້ວຍເລື່ອງຂອງນັກກິລາສາວງາມຄົນໜຶ່ງ ທີ່ນາງນັ້ນຂຶ້ນຊື່ວ່າເປັນນັກຕົບສາວທີ່ງາມທີ່ສຸດໃນໂລກ (ຈັດກັນເອງ) ວ້າວ! ຈັ່ງແມ່ນເລີດ ແບບວ່າທັງງາມທັງເກັ່ງ! ຄົນອື່ນອາດຈະສົງໄສວ່ານາງແມ່ນໃຜ? ແຕ່ແອັດບໍ່ສົງໄສເລີຍ ເພາະແອັດໄດ້ໄປແອບສ່ອງ Page ທີ່ມີຊື່ວ່າ Alice Mayonok ມາແລ້ວ ເຊິ່ງ Page ດັ່ງກ່າວເປັນ Page ຂອງນັກກິລາບານສົ່ງສາວ Alice Mayonok ນັກຕົບສາວ ຣັດເຊຍ ນັ້ນເອງ ເຊິ່ງເຫັນໄດ້ເລີຍເລີຍວ່າ ນາງນັ້ນມີຄວາມເໝາະສົມກັບຕໍາແໜ່ງນັກຕົບສາວງາມທີ່ສຸດອີ່ຫຼີ ເພາະກາລັນຕີດ້ວຍຕໍາແໜ່ງນາງງາມຈາກຫຼາຍເວທີເຊັ່ນ: Miss Inter National Russia, Top Model Russia… ແລະ ຫຼ້າສຸດກັບຕໍາແໜ່ງຮອງອັນດັບ 1 ຈາກເວທີ Super Model Inter National 2016 ທີ່ປະເທດໄທ ດ້ວຍອາຍຸພຽງ 21 ປີ (ແຕ່ໜ້າເສຍດາຍທີ່ນາງໄດ້ຫັນຫຼັງໃຫ້ກັບວົງການບານສົ່ງ ແລ້ວຫັນເຂົ້າມາເປັນນາງແບບ ແບບເຕັມຕົວແລ້ວ) ເປັນແນວໃດສາວໆ ລາງວັນສໍ່ານີ້ສາມາດກາລັນຕີວາມງາມຂອງນາງໄດ້ບໍ່? ແຕ່ຢ່າຟ້າວຕັດສິນເທື່ອເອົາເປັນວ່າ ເຮົາໄປເບິ່ງຄວາມງາມຂອງນາງພ້ອມໆກັນ ແລ້ວຄ່ອຍມາຕັດສິນນໍາກັນໃໝ່ເນາະ!!!

By: BeautyGuru

ຮູບພາບຈາກ: Page: Alice Mayonok

ແບ່ງປັນ