Breaking News

ໜ້າພູມໃຈຫຼາຍ! “ປຸ” ສາວລາວພຽງຄົນດຽວ ທີ່ໄດ້ເຂົ້າເປັນສາວແອໃນສາຍການບິນລະດັບໂລກ

ແບ່ງປັນ

ສະບາຍດີສາວໆ ມື້ນີ້ກໍວັນສຸກແລ້ວ ມື້ອື່ນກໍເປັນມື້ພັກຜ່ອນຂອງໃຜຫຼາຍຄົນ ແລ້ວສາວໆຂວັນໃຈເຮົາເດ່ມີ Plan ໄປຫຼິ້ນໄປທ່ຽວໃສກັນແດ່ ຖ້າໃຜທີ່ມີ Plan ໄປທ່ອງທ່ຽວທາງໄກ ຂວັນໃຈ ກໍຂໍໃຫ້ເດີນທາງດ້ວຍຄວາມສະວັດດີພາບເດີ່! ແລະ ມື້ນີ້ ມື້ສຸກມື້ສັນແບບນີ້ ແອັດກໍຕ້ອງມີເລື່ອງລາວດີໆມາຕ້ອນແຟນໆສາວຂວັນໃຈໃຫ້ໄດ້ຍິ້ມມີຄວາມສຸກກັນຢ່າງແນ່ນອນ. ສໍາລັບເລື່ອງລາວໃນມື້ນີ້ກໍບໍ່ມີຫຍັງຫຼາຍ ແອັດຢາກຈະມາຂໍແນະນໍາໃຫ້ຮູ້ຈັກກັບສາວຄົນໜຶ່ງທີ່ແອັດຍົກໃຫ້ເປັນ Idol ຂອງສາວໆໃນເລື່ອງຂອງຄວາມເກັ່ງ ນັ້ນກໍຄື ສຸມາໄລ ໂພທິສານ (ປຸ) ສາວລາວຄົນດຽວໃນສາຍການບິນ Qatar Airway ບໍ່ແນ່ໃຈວ່າທຸກຄົນຈະຮູ້ຈັກກັບສາຍການບິນນີ້ ຫຼືບໍ່? ເລີຍຢາກຂໍແນະນໍາໜ້ອຍໜຶ່ງວ່າ ສາຍການບິນ Qatar Airway ເປັນສາຍການບິນທີ່ຕັ້ງຢູ່ ກຸງ ໂດຮາ ປະເທດ ກາຕ່າ ທີ່ມີຈຸດມຸ່ງໝາຍຫຼາຍກວ່າ 100 ແຫ່ງທົ່ວໂລກ ເປັນສາຍການບິນລະດັບ 5 ດາວ ແລະ ມັນຍັງເປັນຄວາມໄຟ່ຝັນຂອງສາວແອທັງຫຼາຍ ທີ່ຢາກຈະໄປຢືນຢູ່ຈຸດນັ້ນຄືກັນກັບ ປຸ ອ່າວ! ຈະຖ້າຫຍັງລ່ະ ຕົບມີລົວໆ ກົດ Like and Share ລົວໆໄປໃຫ້ໂລກໄດ້ຮູ້! ສາວລາວເກັ່ງບໍ່ໄດ້ດ້ອຍກວ່າປະເທດໃດ!

   

By: BeautyGuru

ຂອບໃຈຮູບຈາກ: Page: ສຸມາໄລ ໂພທິສານ

ແບ່ງປັນ