Breaking News

ຮູ້ແລ້ວເລີກດ່ວນ! 8 ພຶດຕິກໍາທີ່ເຮັດໃຫ້ໜ້າເປັນ ສິວອຸດຕັນ!

ແບ່ງປັນ

ບັນຫາກວນໃຈສໍາລັບສາວ ເລື່ອງສະພາບຜິວກໍຄົງໜີບໍ່ພົ້ນ ສິວອຸດຕັນ ແມ່ນບໍ່? ສິວເມັດນ້ອຍໆທີ່ເຮັດໃຫ້ໜ້າເຮົາບໍ່ລຽບນຽນ ຍິ່ງຖ້າປ່ອຍໄວ້ດົນໆ ຖ້າສິວມັນຫຼຸດອອກມາກໍເຮັດໃຫ້ຮູຂຸມຂົນກ້ວາງຕາມຂະໜາດຂອງສິວນໍາ ສາວໆຖ້າບໍ່ຢາກໃຫ້ເກີດເປັນ ສິວອຸດຕັນ ເທິງໃບໜ້າ ມາເບິ່ງ! 8 ພຶດຕິກໍາທີ່ຄວນຢຸດ ຖ້າບໍ່ຢາກໃຫ້ເກີດເປັນ ສິອຸດຕັນ ໄປເບິ່ງກັນເລີຍ

  1. ບໍ່ລ້າງໜ້າກ່ອນນອນ

ໃນແຕ່ລະມື້ຜິວໜ້າຂອງເຮົາຕ້ອງເຈີກັບແສງແດດ ແລະ ມົນລະພາວະຕ່າງໆ ຍິ່ງຖ້າເຮົາແຕ່ງໜ້າຄວນຈະທໍາຄວາມສະອາດຜິວໜ້າໃຫ້ສະອາດຮຽບຮ້ອຍ ເພື່ອຫຼຸດອາການສິວອຸດຕັນ ສະນັ້ນ ການລ້າງໜ້າກ່ອນນອນເປັນສິ່ງທີ່ຫ້າມລະເລີຍເດັດຂາດ ບໍ່ວ່າເຮົາຈະເມື່ອຍ ຫຼືອ່ອນເພຍປານໃດກໍຕາມ

  1. ລະເລີຍການສະຄັບຜິວໜ້າ

ຍິ່ງເຮົາອາຍຸຫຼາຍຂຶ້ນ ການພຼັດເຊວຜິວກໍຍິ່ງອ່ອນແອລົງ ເຮັດໃຫ້ເຊວຜິວເກົ່າທີ່ຕາຍແລ້ວບໍ່ຍອມຫຼຸດອອກມາ ເຊວຜິວເກົ່າທີ່ຕາຍແລ້ວນັ້ນສະສົມໄຜດ້ວຍມົນລະພາວະຕ່າງໆ ສາວໆ ຄວນສະຄັບໜ້າຢ່າງໜ້ອຍອາທິດລະຄັ້ງ ເພື່ອປ້ອງກັນການເກີດສິວອຸດຕັນເດີ້ສາວໆ

  1. ເອົາມືມາສໍາພັດໜ້າຕະຫຼອດ

ສາວໆມືເຮົາບໍ່ຮູ້ວ່າໄປສໍາພັດຫຍັງມາແດ່ເຊິ່ງອາດຈະເຕັມໄປດ້ວຍເຊື້ອພະຍາດ ບໍ່ຄວນນໍາມືໄປສໍາພັດໃບໜ້າ ເພາະອາດຈະເຮັດໃຫ້ເກີດ ສິວອຸດຕັນ ຂຶ້ນເທິງໃບໜ້າໄດ້ ແລະ ຫ້າມແກະ ຫຼືເກົາແມ່ນຫຍັງເທິງໃບໜ້າເດັດຂາດເລີຍເດີ່!

  1. ບໍ່ເຮັດຄວາມສະອາດ Smart Phone

ໂທລະສັບມືຖືສະໄໝນີ້ເກືອບຈະເປັນ Touch Screen (ລະບົບສໍາພັດ) ກັນໄປໝົດແລ້ວ ຍິ່ງເຮົາເອົາມືຂອງເຮົາໄປສໍາພັດໜ້າຈໍ ແລະ ນໍາມາແນບກັບແກ້ມ ອາດຈະເຮັດໃຫ້ເກີດ ສິວອຸດຕັນໄດ້ ທາງທີ່ດີແນະນໍາໃຫ້ ເຮັດຄວາມສະອາດ Smart Phone ໃຫ້ສະອາດຢູ່ສະເໝີ

  1. ບໍ່ລ້າງໜ້າຫຼັງຈາກອອກກໍາລັງກາຍ

ເມື່ອເຮົາອອກກໍາລັງກາຍ ຮ່າງກາຍຈະຂັບນໍ້າເຫື່ອອອກມາ ເຊິ່ງເຫື່ອຂອງເຮົາຄືແຫຼ່ງສະສົມພະຍາດ ດັ່ງນັ້ນ ຫຼັງຈາກອອກກໍາລັງກາຍແລ້ວ ຄວນພັກຜ່ອນໃຫ້ຮ່າງກາຍເຊົາເມື່ອຍ ແລະ ໄປອາບນໍ້າທໍາຄວາມສະອາດຮ່າງກາຍໃຫ້ຮຽບຮ້ອຍ.

  1. ບໍ່ເຮັດຄວາມສະອາດແປງແຕ່ງໜ້າ

ແປງແຕ່ງໜ້າທີ່ເຮົາໃຊ້ສໍາພັດໃບໜ້ານັ້ນ ສະສົມໄປດ້ວຍເຊື້ອພະຍາດ ແລະ ແບັກທີເຣຍ ຄວນໝັ່ນເຮັດຄວາມສະອາດອຸປະກອນແຕ່ງໜ້າຢູ່ສະເໝີ ເພື່ອປ້ອງກັນ ການເກີດ ສິວອຸດຕັນເທິງໃບໜ້າຂອງສາວໆເອງ

  1. ບໍ່ມັກປ່ຽນຜ້າປູບ່ອນນອນ

ຜ້າຫົ່ມ ຫຼືເສື້ອໝອນທີ່ເຮົາໃຊ້ທຸກມື້ ຖ້າບໍ່ມັກປ່ຽນຈະເຮັດໃຫ້ເກີດເປັນ ສິວອຸດຕັນ ເທິງໃບໜ້າໄດ້ເດີ່ ເພາະສິ່ງທີ່ເຮົາຕ້ອງໃຊ້ສໍາພັດໃບໜ້າຕະຫຼອດ ຄວນໝັ່ນເຮັດຄວາມສະອາດຢູ່ສະເໝີ

  1. ພົບກັບມົນລະພາວະ

ຍິ່ງເຮົາອອກໄປທາງນອກ ກໍຍິ່ງພົບກັບຝຸ່ນຄວັນຕ່າງໆຢ່າງຫຼວງຫຼາຍ ພະຍາຍາມຫຼ່ຽງ ຫຼືເດີນທາງໃຫ້ປອດໄພຈາກມົນລະພາວະໃຫ້ຫຼາຍທີ່ສຸດ ຫຼືຖ້າຫາກລ່ຽງບໍ່ໄດ້ແທ້ໆ ແນະນໍາໃຫ້ເອົາຜ້າປິດປາກເພື່ອປ້ອງກັນຝຸ່ນຄວັນ.

Cr: Spice

ແບ່ງປັນ