Breaking News

ສາວງາມຄີງບາງຮ່າງນ້ອຍ! ຈິດສະດາ ວົງໄຊສະຫວາດ (ມຸກ) ຮອງອັນດັບ 2 ມິດແກຣນລາວ

ແບ່ງປັນ

ມາຮູ້ຈັກກັບອີກໜຶ່ງສາວຕຳແໜ່ງຮອງອັນດັບ 2 ມິດແກຣນລາວ 2017 ນັ້ນກໍຄື ຈິດສະດາ ວົງໄຊສະຫວາດ (ມຸກ) ອາຍຸ 21 ປີ ກຳລັງສຶກສາຢູ່ທີ່ ວິທະຍາໄລ ຣັດຕະນະ ບໍລິຫານທຸລະກິດ ຊັ້ນປີທີ 2, ມຸກ ຈິດສະດາເປັນສາວງາມທີ່ມີສະເໜ່ ເຈົ້າຂອງຄວາມສູງ 1.75 ຊັງຕີແມັດ ແຖມມີຮູບຮ່າງດີ ຄີງບາງຮ່າງນ້ອຍ ມີຮອຍຍິ້ມທີ່ງາມ ທີ່ສຳຄັນມີຄວາມສາມາດ ເປັນສາວໜັ້ນທີ່ມີຄວາມກ້າຄິດກ້າສະແດງອອກ.

ຮູ້ບໍ່ວ່າ? ກ່ອນທີ່ ມຸກ ຈິດສະດາ ຈະໄດ້ຕຳແໜ່ງຮອງອັນດັບ 2 ມິສແກຣນລາວ ສາວຄົນນີ້ເຄີຍຜ່ານເວທີການປະກວດ ແລະວຽກໃນວົງການບັນເທີງມາແລ້ວເຊັ່ນ: ມຸກ ເລີ່ມເຂົ້າວົງການບັນເທີງມາຕັ້ງແຕ່ອາຍຸ 16 ປີ ໂດຍການເຂົ້າປະກວດນາງສັງຂານນະຄອນຫຼວງວຽງຈັນ ປີ 2013 ຕິດຮອບ 7 ຄົນສຸດທ້າຍ ແລະເປັນໜຶ່ງໃນຂະບວນແຫ່ນາງສັງຂານ ເປັນໜື່ງໃນລູກສາວຂອງ ພະຍາກະບິນລະພົມ. ຈາກນັ້ນກໍເລີ່ມມີຄົນຮູ້ຈັກ ແລະ ເລີ່ມຮັບງານໃນວົງການບັນເທີງມາເລື້ອຍໆເດັ່ນໆກໍຈະເປັນງານເດີນແບບ, ຖ່າຍປະຕິທິນດັງຕ່າງໆ, ຖ່າຍແບບໃຫ້ ວາລະສານ ທາເກັດ ເຊິ່ງເປັນວາລະສານທຸລະກິດອັນດັບ 1 ຂອງປະເທດລາວ ແລະ ຜົນງານຫຼ້າສຸດກໍແມ່ນ ມຸກ ຈິດສະດາ ໄດ້ຮັບຕຳແໜ່ງ ຮອງອັນດັບ 2 ຂອງເວທີ ມິສແກຣນລາວ 2017.

#ສາວລາວງາມປານນີ້ແຊຣໄປໃຫ້ໂລກຮູ້

ຮູບພາບ: Mouk Vongsaisawad

ຂໍ້ມູນບາງສ່ວນ: target magazine

ແບ່ງປັນ