Breaking News

ງາມຫຼາຍ! ຊຸບເປີສະຕາຈາກສອງຝັ່ງຂອງ ອໍ້າ ພັດຊະຣາພາ ແລະ ລູກນໍ້າ ທິດາລັດ ຖ່າຍຮູບຮ່ວມກັນ!!!

ແບ່ງປັນ

ເປັນທີ່ຮືຮາເມື່ອ ຊຸບເປີສະຕາໝາຍເລກໜຶ່ງຂອງປະເທດເພື່ອນບ້ານ ອໍ້າ ພັດຊະຣາພາ ໄຊເຊື້ອ ແລະ ນັກສະແດງສາວຊື່ດັງຈາກປະເທດລາວ ລູກນໍ້າ ທິດາລັດ ວົງສິຣິ ໄດ້ຖ່າຍຮູບຮ່ວມກັນໃນງານປະກາດຜົນລາງວັນ ມາຍາ ມະຫາຊົນ (Maya Awards 2017) ໃນວັນທີ 8 ສິງຫາ 2017, ຮູບພາບດັ່ງກ່າວຖືກໂພສຈາກ ລູກນໍ້າ ທິດາລັດ ແລະ ຍັງໄດ້ຂຽນຄຳອະທິບາຍວ່າ: “ດີໃຈນຳເອື້ອຍອໍ້າທີ່ໄດ້ຮັບລາງວັນ” ພໍແຕ່ໂພສຮູບນີ້ອອກໄປກໍເຮັດໃຫ້ມີແຟນຄລັບເຂົ້າໄປກົດໄລ້ ກົດແຊຣກັນສະໜັ່ນຫວັນໄຫວ ແລະຍັງມີແຟນໆເຂົ້າໄປສະແດງຄວາມຄິດເຫັນວ່າ ທັງສອງງາມຫຼາຍ, ບາງຄົນກໍວ່າງາມໜ້າຮັກໝົດທັງສອງຄົນ ແລະອີກຫຼາຍໆຄອມເມັ້ນທີ່ເຂົ້າໄປສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ.

ເບິ່ງໄປແລ້ວທັງ ເອື້ອຍ ອໍ້າ ແລະ ນ້ອງ ລູກນໍ້າ ກໍງາມໜ້າຮັກໝົດ 2 ເລີຍ ບໍ່ວ່າຈະເປັນ ສາວລາວ ຫຼື ສາວໄທ ກໍງາມໜ້າຮັກ ມີສະເໜ່ຂອງໃຜລາວ.

#ກຳລັງເປັນກະແສແຊຣໄປໆ

ຂໍຂອບໃຈຮູບພາບ: aum_patchrapa , Louknum Vongsili

ແບ່ງປັນ