Breaking News

ຊາວເນັດແຫ່ແຊຣ! ພົນລະເມືອງດີຊ່ວຍຈັບໂຈນດຶງກະເປົ໋ານັກທ່ອງທ່ຽວຕ່າງຊາດ (ມີຄລິບ)

ແບ່ງປັນ

ຊາວເນັດແຫ່ແຊຣ! ພົນລະເມືອງດີຊ່ວຍຈັບໂຈນດຶງກະເປົ໋ານັກທ່ອງທ່ຽວຊາວຕ່າງຊາດ ໃນວັນທີ 9 ສິງຫາ 2017 ທີ່ຜ່ານມາ, ເຫດການດັ່ງກ່າວໄດ້ເກີດຂຶ້ນຢູ່ເຂດບ້ານ ສີຫອມ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ແລະ ກໍຂໍຊົມເຊີຍພົນລະເມືອງດີ ອ້າຍ ອາລີ້ ແກ້ວມະນີໄຊ ແລະປະຊາຊົນອີກຫຼາຍໆຄົນທີ່ຍັງຊວ່ຍກັນເປັນຫູເປັນຕາຊ່ວຍຈັບໂຈນໄດ້ຈົນສຳເລັດ, ຄລິບ ແລະຮູບພາບດັ່ງກ່າວໄດ້ຖືກເຜີຍແຜ່ໂດຍຜູ້ໃຊ້ເຟສບຸກລາຍໜຶ່ງໂດຍໄດ້ໂພສແລະຂຽນຄຳອະທິບາຍວ່າ: “ຊົມເຊີຍອາລີ້ ເຈົ້າຂອງຮ້ານນໍ້າເຕົາຮູ້ໃບເຕີຍ (ສີຫອມ)ໄດ້ຊ່ວຍຈັບຄົນຮ້າຍທີ່ດືງກະເປົາຊາວຕ່າງປະເທດ..ສຸດຍອດອາລີ້”  ພໍແຕ່ຄລິບ ແລະຮູບພາບດັ່ງກ່າວໄດ້ຖືກເຜີຍແຜ່ອອກໄປກໍເຮັດໃຫ້ມີບັນດາສື່ຕ່າງໆ ແລະປະຊາຊົນໃຫ້ຄວາມສົນໃຈຖືກກົດໄລ້ ກົດແຊຣກັນຢ່າງຫຼວງຫຼາຍ ແລະຍັງມີຜູ້ຄົນແຫ່ເຂົ້າໄປຄອມເມັ້ນສະແດງຄວາມຄິດເຫັນບາງຄົນກໍ່ວ່າ: ຍັງດີທີ່ບ້ານເຮົາຍັງມີຄົນດີໆແບບນີ້, ບາງຄົນກໍວ່າຊົມເຊີຍອ້າຍລາວທີ່ໃຈກ້າຈັບໂຈນ, ບາງຄົນກໍຍົກຍ້ອງວ່ານິແຫຼະ Hero ໃນຊີວິດຈິງ ແລະຫຼາຍໆຄວາມຄິດທີ່ເຂົ້າໄປຊື່ນຊົມຈົນເກີດເປັນກະແສສະໝັ່ນໂຊຊ່ຽວພາຍໃນຂ້າມຄືນ.

โพสต์โดย OH Bouttavet บน 9 สิงหาคม 2017

 

ເຖິງຢ່າງໃດກໍຕາມ!!! ການທີ່ສັງຄົມລາວເຮົາຍັງມີຄົນດີໆແບບນີ້ແມ່ນດີຫຼາຍ ແລະກໍຂໍຍົກຍ້ອງຊົມເຊີຍພົນລະເມືອງດີທຸກຄົນທີ່ຊ່ວຍກັນເປັນຫູເປັນຕາ ແລະກຳຈັດກຸ່ມຄົນບໍ່ດີ ໂດຍທີ່ບໍ່ຄິດວ່າມັນເປັນວຽກຂອງໃຜຄົນໃດຄົນໜຶ່ງ ເພາະທຸກໆຄົນກໍຕ້ອງໄດ້ຮ່ວມມືຮ່ວມໃຈກັນ ບ້ານເມືອງເຮົາສັງຄົມເຮົາຈຶ່ງຈະໜ້າຢູ່ຍິ່ງໆຂຶ້ນໄປ.

#ຄົນດີໆແບບນີ້ຖ້າຫຍັງຢູ່ແຊຣໄປໆ

ຂໍຂອບໃຈຄລິບພາບ

ແບ່ງປັນ