Breaking News

ສາລະດີໆ! ທີ່ສາວໆຄວນຮູ້ກ່ຽວກັບວິທີການເບິ່ງແຍງຫຼັງຈາກ “ກົດສິວ” ຖ້າບໍ່ຢາກໃຫ້ກັບມາເປັນຄືເກົ່າ

ແບ່ງປັນ

ສາລະດີໆ! ທີ່ສາວໆຄວນຮູ້ກ່ຽວກັບວິທີການເບິ່ງແຍງຫຼັງຈາກ “ກົດສິວ

ສາວໆມື້ນີ້ ເຮົາຈະມາເວົ້າເລື່ອງສິວໆບັນຫາກວນໃຈທີ່ບໍ່ສາມາດຫຼີກໄດ້ຂອງທຸກຄົນ ເຊິ່ງບາງຄົນກໍອາດຈະເປັນໜ້ອຍ ບາງຄົນກໍເກີດຂຶ້ນຫຼາຍຈົນເຖິງຂັ້ນຕ້ອງໄດ້ໄປຮັກສາຢູ່ຄຼີນິກຄວາມງາມຕ່າງໆເຊັ່ນ ການກົດສິວ ເປັນຕົ້ນ ແຕ່ຮັກສາໄປແລ້ວບໍ່ດົນກໍກັບມາເປັນອີກ ຮູ້ບໍ່ສາເຫດເປັນຍ້ອນຫຍັງ? ແລະ ມີວິທີໃດບໍ່ທີ່ຈະເຮັດໃຫ້ສິວຫາຍບໍ່ກັບມາເປັນອີກ? ມື້ນີ້ ເຮົາກໍໄດ້ນໍາເອົາເຄັດລັບສໍາລັບການເບິ່ງແຍງໜ້າຫຼັງຈາກ ກົດສິວ ເພື່ອບໍ່ໃຫ້ໜ້າກັບມາເປັນສິວອີກ! (ຄໍາແນະນໍາຈາກທ່ານໝໍສັນຍະກໍາປະຈໍາຄຼີນິກແຫ່ງໜຶ່ງ) ຖ້າຢາກຮູ້ກໍນໍາແອັດມາເລີຍ!

  • ຢຸດເອົາມືໄປສໍາພັດໜ້າ ຫຼືຄໍ້າແກ້ມເວລາຄິດຫຍັງ ເພາະມືຂອງເຮົາເຕັມໄປດ້ວຍແບັກທີເຣຍ ເຊິ່ງຈະເຮັດໃຫ້ສິວກັບຄືນມາໄດ້ງ່າຍ

  • ເສື້ອ, ແພເຊັດໜ້າ, ເສື້ອໝອນ, ຜ້າປູບ່ອນນອນ ແລະ ສິ່ງຕ່າງໆທີ່ມັກສໍາພັດກັບໜ້າຕະຫຼອດນັ້ນ ໃຫ້ໝັ່ນທໍາຄວາມສະອາດຢູ່ສະເໝີ

  •  ລ້າງໜ້າໃຫ້ສະອາດ ມື້ລະ 2 ເທື່ອ ດ້ວຍສະບູທີ່ອ່ອນບໍ່ຄັນເຄືອງ ແລ້ວລ້າງອອກດ້ວຍນໍ້າອຸ່ນ ເຊັດເບົາໆດ້ວຍຜ້າແພອ່ອນ ຈື່ເອົາໄວ້ວ່າບໍ່ຄວນລ້າງໜ້າຕະຫຼອດຈະເຮັດໃຫ້ຜິວເສຍຄວາມຊຸ່ມຊື່ນ ໂດຍບໍ່ໄດ້ຊ່ວຍປ້ອງກັນສິວແຕ່ຢ່າງໃດເລີຍ

  • ອອກກໍາລັງກາຍ ແລະ ກິນອາຫານເພື່ອສຸຂະພາບ ຄວນອອກກໍາລັງກາຍໃຫ້ໄດ້ຢ່າງໜ້ອຍ 3 ຄັ້ງຕໍ່ອາທິດ ຈະຊ່ວຍໃຫ້ເລືອດໝູນວຽນໄດ້ດີ ມີອົກຊີແຊນໄປລ້ຽງອະໄວຍະວະຕ່າງໆຂອງຮ່າງກາຍ ແລະ ຊ່ວຍໃຫ້ຜິວສຸຂະພາບດີຂຶ້ນ. ຄວນກິນອາຫານທີ່ມີປະໂຫຍດເຊັ່ນ ຜັກ, ໝາກໄມ້ ອາຫານແຕ່ລະມື້ຕ້ອງປະກອບໄປດ້ວຍແຮ່ທາດ ແລະ ວິຕາມິນຫຼາຍໆ ເພື່ອເຮັດໃຫ້ຜິວພັນເຮົາງາມສຸຂະພາບດີນັ້ນເອງ

  • ນອນຫຼັບພັກຜ່ອນໃຫ້ພຽງພໍ ເພາະໃນຕອນທີ່ນອນຫຼັບ ເຊວຜິວໜັງຈະຟື້ນຟູສະພາບ ຫຼັງຈາກທີ່ເມື່ອຍມາໝົດມື້ ລອງນອນໃຫ້ໄວຂຶ້ນກວ່າປົກກະຕິ 1-2 ຊົ່ວໂມງ

  • ກໍາຈັດຄວາມຄຼຽດ ເຊິ່ງເປັນສາເຫດຂອງການເປັນສິວທີ່ພົບຫຼາຍທີ່ສຸດ ດັ່ງນັ້ນ ຄວນຊອກວິທີນັ່ງຜ່ອນຄາຍ ເພາະຈະຊ່ວຍໃຫ້ການໄຫຼວຽນຂອງເລືອດ ແລະ ນໍ້າເຫຼືອງ ລວມເຖິງການເຮັດວຽກຂອງເມັດເລືອດຂາວໃນຮ່າງກາຍຈະດີຂຶ້ນ
Portrait of stressed young housewife in modern kitchen
  •  ເຮັດດີທ໋ອກ ການເປັນສິວຍ່ອມສະແດງວ່າຮ່າງກາຍໃນໄລຍະນັ້ນມີທ໋ອກຊີນ ຫຼືພິດປະສົມຢູ່ໃນຮ່າງກາຍ ການດີທ໋ອກ ຈະຊ່ວຍກໍາຈັດສານພິດອອກຈາກຮ່າງກາຍໄດ້

  • ປຶກສາແພດ ຖ້າກໍລະນີການເກີດສິວຢ່າງຮຸນແຮງຂຶ້ນຕຶ່ມ

ຂໍຂອບໃຈຄໍາແນະນໍາດີໆຈາກ: DK clinic Laos

ແບ່ງປັນ