Breaking News

ຮູບເງົາ “ນາຄີ ພາກ2” ເປີດກ້ອງແລ້ວ ແຖມໄດ້ພະນາງຄູ່ຈິ້ນ ນະເດດ-ຢ່າຢ້າ ມາຮັບບົດສະແດງຫຼັກ!!!

ແບ່ງປັນ

ກັບມາຕາມຄຳຮຽກຮ້ອງຂອງບັນດາແຟນໆລະຄອນ ນາຄີ ເຊິ່ງໃນລະຄອນພາກກ່ອນກໍຮັບບົດຫຼັກໂດຍນາງເອກໃນຕາຫວານ ແຕ້ວ ນະຖະພອນ ແລະ ພະເອກສຸດຫຼໍ່ ເຄນ ພູພູມ ທີ່ໃນພາກກ່ອນກໍສ້າງປະກົດການຮືຮາຖືໄດ້ວ່າເປັນລະຄອນທີ່ມີເລດຕິ້ງດີ ແຟນລະຄອນຕ່າງພາກັນເວົ້າເຖິງແລະຕິດກັນໃນໄລຍະນັ້ນໄປທົ່ວບ້ານທົ່ວເມືອງ.

ໃນວັນທີ 9 ສິງຫາ 2017 ທາງຜູ້ກຳກັບຊື່ດັງ ອ໋ອບ ພົງພັດ ກໍໄດ້ລວມຕົວກັບບັນດານັກສະແດງ ແລະທີມງານ ຈັດພິທີບວງສວງ ນາຄີພາກ2 ເຊິ່ງໃນພາກນີ້ຈະມາໃນຮູບແບບຂອງເວີຊັ່ນຮູບເງົາ ແລະຍັງໄດ້ເຊີໄພ້ແຟນໆໂດຍທີ່ໄດ້ທາບທາມເອົາພະນາງຄູ່ຈິ້ນ ນະເດດ-ຢ່າຢ້າ ມາຮັບບົດສະແດງຫຼັກໃນຮູບເງົາເລື່ອງ ນາຄີ2 ນີ້ອີກດ້ວຍ,  ແຕ່ສຳລັບແຟນໆລະຄອນທີ່ເປັນແຟນຄລັບຂອງສາວ ແຕ້ວ ແລະ ໜຸ່ມ ເຄນ ກໍບໍ່ຕ້ອງເສີຍໃຈໄປເພາະຄູ່ພະນາງທັງສອງກໍຍັງຈະສະແດງຢູ່ໃນຮູບເງົາເລື່ອງນີ້ເຊັ່ນເກົ່າ.

ຮູບເງົາ ນາຄີ 2 ນີ້ຈະມີເນື້ອເລື່ອງຫຍໍ້ຄື: ເລື່ອງນີ້ຈະມາໃນແນວທີ່ເວົ້າເຖິງຊະຕາກຳຂອງມະນຸດເຮົາ ພົມລິຂິດຂອງແຕ່ລະຄົນ ຈະມີການເວົ້າເຖິງບາບກຳທີ່ຄົນສ້າງຂຶ້ນ ແລະເວົ້າເຖິງເລື່ອງລາວຂອງການແກ້ແຄ້ນ ໂດຍສ້າງຄວາມເສຍຫາຍໃຫ້ເຈົ້າແມ່ນາຄີ ເຊິ່ງຈະມີທັງຕົວລະຄອນໃນອະດີດແລະປັດຈຸບັນ ແລະ ນາຄີ 2 ນັ້ນຈະມີຄວາມມ່ວນ ແລະປະສົບຜົນສຳເລັດຄືກັບລະຄອນໃນພາກກ່ອນບໍ່ ຕ້ອງລໍຖ້າຕິດຕາມໄປພ້ອມໆກັນ!!!

(Thanks for pictures)

ແບ່ງປັນ