Breaking News

ຊ໋ອກວົງການບັນເທິງ! VJ ສາວຊື່ດັງເກີດອຸບັດເຫດອາການໜ້າເປັນຫ່ວງ!!!

ແບ່ງປັນ

ເປີດເຟສບຸກມາກໍເກີດເລື່ອງຊ໋ອກວົງການບັນເທິງ!!! ໃນວັນທີ 10 ສິງຫາ 2017 ເວລາ 23:30 ນາທີ ໄດ້ມີລົດໃຫ່ຍຕຳກັບລົດໃຫຍ່ຢ່າງຮຸນແຮງ ຢູ່ບ້ານ ດອນໜູນ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ, ໃນເຫດການດັ່ງກ່າວພົບເຫັນສະພາບລົດທັງສອງເປ່ເພເສຍຫາຍຢ່າງໜັກໜ່ວງພ້ອມຍັງພົບເຫັນຜູ້ບາດເຈັບອີກ 1 ຄົນເປັນເພດຍິງເຊິ່ງເປັນຄົນໃນວົງການບັນເທິງ VJ ແຫຼ້ ສຸນັນທາ ອາການສາຫັດ ແລະ ຍັງພົບຕິດຢູ່ພາຍໃນລົດ 2 ຄົນເປັນເພດຍິງ 1 ຄົນໄດ້ເສຍຊີວິດຄາທີ່.

ເຫດການດັ່ງກ່າວເຮັດໃຫ້ມີອ້າຍເອື້ອຍນ້ອງໃນວົງການບັນເທິງ ບັນດາໝູ່ເພື່ອນ ແລະແຟນຄລັບຂອງ VJ ແຫຼ້ ສຸນັນທາ  ເຂົ້າໄປໃຫ້ກຳລັງໃຈໂດຍການໂພສຮູບແລະຂຽນໃຫ້ກຳລັງໃຈສາວຄົນນີ້ທີ່ກຳລັງຢູ່ໃນອາການບາດເຈັບສາຫັດກັນຈົນເຕັມໜ້າວໍ VJ Lae Soununthar ເຊິ່ງເປັນເຟສບຸກຂອງ VJ ສາວຄົນດັ່ງກ່າວ.

ເວັບໄຊ້ ຂວັນໃຈ ແລະແຟນເພສທຸກໆຄົນກໍຂໍໃຫ້ກຳລັງໃຈ VJ ແຫຼ້ ສຸນັນທາ  ໃຫ້ປອດໄພຈາກເຫດການຄັ້ງນີ້ໄວໆ ແລະຈົ່ງກັບມາສ້າງສັນຜົນງານໃນວົງການບັນເທີງລາວເຮົາໄວໆເດີ້ ສູ້ໆ ແລະກໍຂໍສະແດງຄວາມເສຍໃຈມາຍັງຄອບຄົວຜູ້ເສຍຊີວິດໃນເຫດການອຸບັດເຫດໃນຄັ້ງນີ້!!!

ຂໍຂອບໃຈຮູບພາບ: VJ Lae Soununthar , ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624

ແບ່ງປັນ