Breaking News

ນັກຮຽນ ແຂວງຊຽງຂວາງ ເສັງເອົາທຶນໄປຮຽນຕໍ່ເພີ່ມຂຶ້ນ 5 ເທົ່າ

ແບ່ງປັນ

ພະແນກສຶກສາທິການ ແລະ ກິລາ ຊຽງຂວາງເປີດເຜີຍວ່າ: ການສອບເສັງຄັດເລືອກເອົານັກຮຽນໄປສຶກສາຕໍ່ຢູ່ປະເທດ ສສ ຫວຽດນາມ ແລະ ປະເທດ ສປ ຈີນ ສົກຮຽນ 2017-2018 ໃນວັນທີ 11 ສິງຫາ 2017 ທີ່ຜ່ານມາ ມີທັງໝົດ 300 ກວ່າຄົນ ຖືວ່າເປັນຕົວເລກເສັງທີ່ເກີນຄາດ ຍ້ອນນັກຮຽນລົງທະບຽນສອບເພີ່ມຂຶ້ນ 5 ເທົ່າຕົວຖ້າທຽບໃສ່ສົກປິທີ່ຜ່ານມາ.

ທ່ານ ລົດ ບົວສະຫວັນ ຫົວໜ້າຂະແໜງອະຊີວະສຶກສາ ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ກ່າວລາຍງານໃຫ້ຮູ້ວ່າ: ສົກຮຽນ 2017-2018 ນີ້ ທົ່ວແຂວງມີນັກຮຽນສະໝັກເຂົ້າມາສອບສັງຄັດເລືອກເອົາທຶນ ເພື່ອໄປສຶກສາຕໍ່ທີ່ປະເທດ ສສ ຫວຽດນາມ ແລະ ປະເທດ ສປ ຈີນ ຈໍານວນທັງໝົດ 317 ນ້ອງ, ຍິງ 145 ນ້ອງ. ໃນນັ້ນທຶນໄປສຶກສາຕໍ່ທີ່ປະເທດ ສສ ຫວຽດນາມ ຕົວເລກຍັງບໍ່ເປັນທາງການປະມານ 40 ທຶນ, ສປ ຈີນ 5 ທຶນ.

ທ່ານ ລົດ ບົວສະຫວັນ ຍັງລາຍງານໃຫ້ຮູ້ອີກຕື່ມວ່າ ການຈັດການສອບເສັງໃນຄັ້ງນີ້ ຈັດຂຶ້ນທີ່ໂຮງຮຽນ ມສ ໂພນສະຫວັນ, ແບ່ງອອກເປັນ 10 ຫ້ອງສອບເສັງ ແລະ ວິຊາທີ່ນໍາມາສອບເສັງປະກອບມີ 4 ວິຊາຄື: ຄະນິດສາດ, ຟີຊິກ, ເຄມີ ແລະ ຊີວະສາດ ແຕ່ລະວິຊາໃຊ້ເວລາສອບເສັງທັງໝົດ 120 ນາທີ ແລະ ດໍາເນີນການສອບເສັງເປັນເວລາ 1 ວັນເຕັມຈຶ່ງສໍາເລັດ, ສ່ວນຜົນຂອງການສອບຄາດວ່າຈະໃຫ້ຮູ້ໃນກາງເດືອນສິງຫານີ້.

ທີ່ມາ: ຂ່າວສານເສດຖະກິດ-ການຄ້າ

ແບ່ງປັນ