Breaking News

ມາຮູ້ຈັກປະຫວັດ! ນຸ້ຍ ສຸພາພອນ ໜຶ່ງໃນດາວເດັ່ນຂອງການປະກວດມິດຢູນີເວີຣສລາວ (Miss Universe Laos 2017)

ແບ່ງປັນ

ເຜີຍໂສມໜ້າໃຫ້ເຫັນກັນເປັນທີ່ຮຽບຮ້ອຍແລ້ວສຳລັບບັນດານາງສາວງາມຜູ້ເຂົ້າຮອບ 10 ຄົນສຸດທ້າຍຂອງການປະກວດມິດຢູນີເວີຣສລາວ (Miss Universe Laos 2017) ແລະ ໜຶ່ງໃນບັນດາສາວງາມທີ່ກຳລັງເປັນກະແສ ຫຼືຈະເອີ້ນວ່າເປັນດາວເດັ່ນກໍວ່າໄດ້ນັ້ນກໍຄື ນຸ້ຍ ສຸພາພອນ ສົມວິຈິດ ອາຍຸ 20 ປີ ເຊື່ອວ່າແຟນໆຫຼາຍໆຄົນຄົງຈະຄຸ້ນໜ້າຄຸ້ນຕາກັນສາວຄົນນີ້ເປັນຢ່າງດີ ເພາະນາງກໍເປັນໜື່ງໃນຜູ້ທີ່ເສີດສາຍໃນວົງການບັນເທິງເຊິ່ງ ນຸ້ຍ ສຸພາພອນ ກໍເປັນອີກໜຶ່ງສາວທີ່ມີຄວາມສາມາດຫຼາກຫຼາຍຢ່າງ ແລະ ຜ່ານງານໃນວົງການບັນເທິງບ້ານເຮົາມາຢ່າງຫຼວງຫຼາຍ ບໍ່ວ່າຈະເປັນດ້ານການປະກວດ, ການເດີນແບບ, ຖ່າຍແບບ ແລະ ສະແດງເອັມວີໃຫ້ແກ່ວົງຣ໋ອກຊື່ດັງມາແລ້ວ, ດັ່ງນັ້ນ ລອງມາຮູ້ຈັກກັນສາວງາມຄົນນີ້ກັນເລີຍ!!!

ນຸ້ຍ ສຸພາພອນ ສົມວິຈິດ ອາຍຸ 20 ປີ ລວງສູງ 1,78 ຊັງຕີແມັດ ປັດຈຸບັນກຳລັງສຶກສາຢູ່ທີ່ ວິທະຍາໄລ ຄອມເຊັນເຕີ້   ສາຂາບໍລິການທຸລະກິດ, ຜົນງານໃນໄລຍະທີ່ຜ່ານມາແມ່ນມາຈາກການປະກວດ ນາງສາວນະຄອນຫຼວງປີ 2016 ໄດ້ຕຳແໜ່ງ ຮອງນາງສາວນະຄອນຫຼວງ ຫຼື ເອີ້ນວ່າ ຮອງອັນດັບໜຶ່ງ, ຕໍ່ມາມີວຽກດ້ານການຖ່າຍແບບ-ເດີນແບບຕາມວາລະສານ (ວາລະສານ ຂວັນໃຈ ກໍເຄີຍຂື້ນປົກມາແລ້ວ) ແລະ ຕາມງານເດີນແບບຕ່າງໆ, ນອກຈາກນັ້ນ ນຸ້ຍ ສຸພາພອນ ຍັງມີຜົນງານຖ່າຍແບບທີ່ໂດດເດັ່ນໃນປະເທດໄທ ແລະ ຜົນງານເດີນແບບຫຼາຍງານທີ່ເດັ່ນໃນປະເທດລາວ ຈຶ່ງເຮັດໃຫ້ນ້ອງ ນຸ້ຍ ສຸພາພອນ ໄດ້ມີລາຍຊື່ຮັບລາງວັນ ບຸກຄົນສຳຄັນແຫ່ງປີ 2017 (World Top Award 2017)  ທີ່ປະເທດໄທຈົນເຮັດໃຫ້ມີກະແສດັງໄປທົ່ວໂລກອອນລາຍໃນຊ່ວງຕົ້ນປີ 2017ທີ່ຜ່ານມາ, ຫຼ້າສຸດມີສະແດງເອັມວີເພງ “ກັບໄປສາ” ຂອງວົງ ແບັກອາຍ ເຊິ່ງເປັນເພງທີ່ກຳລັງເປັນກະແສ ແລະ ປັດຈຸບັນຕິດ 1ໃນ10 ສາວງາມຜູ້ທີ່ຜ່ານເຂົ້າຮອບໃນເວທີການປະກວດມິດຢູນີເວີຣສລາວ (Miss Universe Laos 2017) ໝາຍເລກ MUL3 ແລະກຳລັງຢູ່ໃນຊ່ວງເຮັດພາລະກິດຂອງສາວງາມໃນກອງປະກວດອີກດ້ວຍ.

#ງາມມີຄວາມໝັ້ນໃຈປານນີ້ຖ້າຫຍັງຢູ່ແຊຣໄປເປັນກຳລັງໃຈໃຫ້ນາງແດ່

ທັງງາມ ແລະ ມີຈຸດເດ່ນຄືເປັນຄົນທີ່ມີຄວາມໝັ້ນໃຈໃນຕົນເອງສູງ ແລະ  ນຸ້ຍເປັນຄົນທີ່ມີພອນສະຫວັນດ້ານເດີນແບບ ຈະມັກໃນດ້ານນີ້ເປັນຊີວິດຈິດໃຈ ແລະ ອີກຢ່າງໜຶ່ງແມ່ນມັກການຫຼິ້ນກິລາທີ່ສຸດ ສ່ວນຫຼາຍກິລາທີ່ນຸ້ຍຫຼິ້ນແມ່ນປະເພດກິລາ  ເທຄວັນໂດ ເພາະສາວງາມຄົນນີ້ມີໂອກາດໄດ້ຮຽນກິລານີ້ມາແຕ່ນ້ອຍໆ ແລະ ໄດ້ສາຍດຳຂອງກິລາ ເທຄວັນໂດ ມາຕັ້ງແຕ່ອາຍຸ 13 ປີ  (ບັນດາໜຸ່ມໆຟັງໄວ້ເລີຍ ຢ່າເຮັດຫຍັງໃຫ້ສາວຄົນນີ້ເຄືອງໃຈເດີ້ 555).

ຄວາມຝັນຂອງ ນຸ້ຍ ສຸພາພອນ ໃນອະນາຄົດຢາກມີທຸລະກິດເປັນຂອງຕົວເອງ ຄືມີຄວາມຝັນວ່າຢາກເຮັດຮ້ານອາຫານ ຫຼື ພວກເລື່ອງຄວາມງາມກ່ຽວກັບພວກຮ້ານສະປາ ເພາະວ່າມັກ ແລະ ສົນໃຈໃນດ້ານນີ້ເປັນພິເສດ, ແຕ່ສິ່ງທີ່ຄິດໄວ້ຢ່າງແນ່ນອນເລີຍມີແຜນໄວ້ວ່າຫຼັງຈາກຮຽນຈົບ ກໍຈະມີແຜນຮຽນຕໍ່ປະລິນຍາຕີ ເພາະວິທະຍາໄລທີ່ ນຸ້ຍ ສຸພາພອນ ກຳລັງສຶກສາຢູ່ນັ້ນມີຮອດແຕ່ຊັ້ນສູງ ຫຼັງຈາກຈົບຊັ້ນສູງແລ້ວຈຶ່ງສາມາດຕໍ່ເປັນປະລິນຍາຕີ (ສູ້ໆເດີ້).

ນຸ້ຍ ຝາກທ້າຍ: “ຢາກຈະຝາກຫາໝູ່ເພື່ອນ ຫຼື ນ້ອງໆ ທີ່ຢາກຍ່າງຕາມຝັນຂອງຕົວເອງ ຂໍແນະນຳເລີຍວ່າ ນຸ້ຍເອງທຳອິດກໍເປັນຄົນທີ່ບໍ່ກ້າ ຂີ້ອາຍ ບໍ່ກ້າສະແດງອອກ ແຕ່ນຸ້ຍກໍຍັງດີທີ່ກ້າລອງເຮັດໃນໃໝ່ໆ ແລະ ກໍຍາກໃຫ້ນ້ອງໆ ຫຼື ໝູ່ເພື່ອນທຸກຄົນລອງເບິ່ງເຊັ່ນດຽວກັນກັບນຸ້ຍ  ເພາະເປັນອີກສິ່ງໜຶ່ງທີ່ທ້າທາຍຫຼາຍ ຖ້າເຮົາລອງສິ່ງໃໝ່ ແລະເຮັດໄດ້ແທ້ເ ຮົາກໍຈະຮູ້ສຶກມີຄວາມພູມໃຈ ພໍ່ແມ່ຄອບຄົວເຮົາກໍຈະພູມໃຈໃນຕົວເຮົານຳ ແຕ່ຖ້າເຮົາລອງເຮັດແຕ່ຍັງເຮັດບໍ່ໄດ້ດີ ກໍຫ້າມທໍ້ຖອຍເດັດຂາດເດີ້ ແລະ ຕ້ອງລອງເຮັດໄປເລື້ອຍໆ ເພາະສິ່ງເຫຼົ່ານີ້ແຫຼະທີ່ຈະເປັນປະສົບການໃຫ້ເຮົາເພື່ອທີ່ຈະກ້າວຍ່າງຕໍ່ໄປຢ່າງມີປະສິດທີພາບ”

ຮູບພາບ: S’nuiz Souphaphone

ແບ່ງປັນ