Breaking News

ຊາຄຣິດ ແຍ້ມນາມ ພະເອກຄົນດັງຂອງປະເທດເພື່ອນບ້ານເຊັກອິນທີ່ປະເທດລາວ

ແບ່ງປັນ

ຊາຄຣິດ ແຍ້ມນາມ ພະເອກຄົນດັງຂອງປະເທດເພື່ອນບ້ານເຊັກອິນທີ່ປະເທດລາວໃນຊ່ວງທ້າຍອາທິດທີ່ຜ່ານມາ ເຊິ່ງພະເອກສຸດເຈົ້າຊູ້ຄົນນີ້ໄດ້ເຊັກອິນຢູ່ທີ່ນະຄອນຫຼວງວຽງຈັນໃນວັນທີ 12 ສິງຫາ 2017 ແລະ ໄດ້ເຊັກອິນຢູ່ທີ່ແຂວງ ຫຼວງພະບາງ ໃນວັນທີ 13 ສິງຫາ 2017, ເຊິ່ງການມາ ສປປ ລາວ ຂອງພະເອກໜຸ່ມ ຊາຄຣິດໃນເທື່ອນີ້ແມ່ນມາພ້ອມດ້ວຍທີມງານ ແລະຍັງໄດ້ກິນອາຫານລາວ ຊີ້ນຈຸ່ມແຈ່ວເພ້ຍ  ແລະຍັງມີໂອກາດໄດ້ຂີ່ລົດຈຳໂບ້ ແລະພະເອກໜຸ່ມຄົນນີຍັງໄດ້ໂພສລົງໃນອິນສະຕາແກຼມອີກດ້ວຍ.

ການມາ ສປປ ລາວ ໃນເທື່ອນີ້ບໍ່ໄດ້ເປັນເທື່ອທຳອິດຂອງພະເອກໜຸ່ມຄົນນີ້ແຕ່ຢ່າງໃດ ແລະ ເວົ້າໄດ້ເລີຍວ່າ ຊາຄຣິດ ແຍ້ມນາມ ກໍເປັນອີກນັກສະແດງຂອງປະເທດເພື່ອນບ້ານທີ່ມາປະເທດລາວເຮົາຫຼາຍຕໍ່ຫຼາຍເທື່ອແລ້ວ.

?เช้ามาก็เริ่มทำงานแข่งกับเวลา ??

A post shared by shahkrit (@shahkrit) on

ສຳລັບ ຊາຄຣິດ ແຍ້ມນາມ ປັດຈຸບັນອາຍຸ 39 ປີ  ເປັນດາລາ-ພິທີກອນ ທີ່ມີຄວາມສາມາດ ແລະ ຜົນງານຢ່າງຫຼວງຫຼາຍ ເຂົ້າວົງການບັນເທີງຕັ້ງແຕ່ ພສ 2540-ຈົນເຖິງປັດຈຸບັນ, ຊາຄຣິດ ມີທັງຜົນງານດ້ານລະຄອນກ່ວາ 60 ເລື່ອງ, ສະແດງຮູບເງົາຫຼາຍຕໍ່ຫຼາຍເລື່ອງ, ເປັນພິທີກອນກໍຫຼາຍລາຍການ ແລະຍັງສະແດງເປັນພະເອກໃນຊິດຄອມທີ່ໄດ້ຮັບຄວາມນິຍົມ ແລະເຊື່ອວ່າຄົນລາວເຮົາກໍໄດ້ຕິດຕາມນັ້ນກໍຄືຊິດຄອມເລື່ອງ “ເປັນຕໍ່”, ນອກຈາກນັ້ນພະເອກໜຸ່ມຄົນນີ້ກໍຍັງມີລາຍການທີ່ກ່ຽວກັບດ້ານອາຫານ ເພາະຊາຄຣິດເປັນອີກໜຶ່ງພະເອກທີ່ເຮັດອາຫານເກັ່ງແລະແຊບຫຼາຍ.

ດ້ານຄວາມຮັກ ຊາຄຣິດ ແຍ້ມນາມ ເຄີຍແຕ່ງງານກັບນັກສະແດງສາວສຸດເຊັກຊີ່ ວີເຈ ວຸ້ນເສັ້ນ ແຕ່ປັດຈຸບັນທັງສອງໄດ້ເລີກລາກັນໄປດ້ວຍດີ, ປັດຈຸບັນ ຊາຄຣິດ ແຍ້ມນາມ ກໍເປັນອີກພະເອກໜຸ່ມອີກຄົນໜຶ່ງທີ່ມີສະຖານະພາບໂສດນັ້ນເອງ.

ຂໍຂອບໃຈຮູບພາບ: shahkrit

ແບ່ງປັນ