Breaking News

ແອບສ່ອງ! ຄວາມຫວານນໍ້າຕານຍັງອາຍຂອງຄູ່ ບາບີ້ ປີຍະມາດ ແລະ ອະເລັກ LOG

ແບ່ງປັນ

ຫວານເວີ້!!! ແບບບໍ່ອີ່ຕົນຄົນໂສດກັນເລີຍສຳລັບຄູ່ຮັກດາລາ ບາບີ້ ປີຍະມາດ (ນາງແບບ-ນັກສະແດງ) ແລະ ອະເລັກ (ນັກຮ້ອງຮິບຮ໋ອບແຫ່ງວົງ  LOG) ທີ່ທັງສອງກໍຄົບຫາເບິ່ງໃຈກັນມາເປັນເວລາໄລຍະໜຶ່ງແລ້ວ ແຕ່ເບິ່ງໄປກໍຍັງບໍ່ມີທີທ່າວ່າຄວາມຫວານຈະຫຼຸດລົງແຕ່ຢ່າງໃດ, ຫຼ້າສຸດສາວ ບາບີ້ ກໍໄດ້ໂພສຮູບລົງໃນອິນສະຕາແກຼມເປັນຮູບຄູ່ສຸດໜ້າຮັກພ້ອມຂຽນຄຳອະທິບາຍວ່າ “ບໍ່ຄິດວ່າ ເວລາມັນຈະໄວປານນີ້ 2ປີລະເດ້ ຮັກບູ້ນະ” ພ້ອມຊູ 2 ນິ້ວໃນຮູບພາບເຊິ່ງຊື່ຄວາມໝາຍວ່າໄດ້ຄົບກັນມາເປັນເວລາ 2 ປີແລ້ວ, ພໍແຕ່ໂພສກໍເຮັດໃຫ້ມີບັນດາຄົນໃນວົງການບັນເທີງ ແລະບັນດາແຟນຄລັບຂອງທັງສອງເຂົ້າມາຄອມເມັ້ນຍິນດີ ແລະ ຍ້ອງໃນຄວາມໜ້າຮັກຂອງພວກເຂົາ.

#ຖ້າຈະຫວານຂະໜາດນີ້ແຊຣໄປໃຫ້ໂລກຮູ້ນຳແດ່ 

ຮູບພາບ: barbie_piyamarth, aleqs

ແບ່ງປັນ