Breaking News

ງານຖະແຫຼງຂ່າວເປີດຕົວ Brand Ambassador ຫົວເຫວີຍລາວ

ແບ່ງປັນ

ບໍລິສັດ ຫົວເຫວີຍໄດ້ມາຢູ່ໃນປະເທດລາວ ຫຼາຍກວ່າ 18 ປີ ລວມມີ 500 ກວ່າຮ້ານທົວປະເທດ ເຊິ່ງທຸລະກິດຫຼັກແມ່ນກ່ຽວກັບ ການສະໜອງເຄື່ອງອຸປະກອນຕ່າງໆຂອງໂທລະຄົມມະນາຄົມ ຫົວເຫວີຍໄດ້ ມີລູກຄ້າຫຼາກຫຼາຍ ບໍວ່າຈະແມ່ນ ລາວໂທລະຄົມ, ອີທີແອວ ບີລາຍ ຢູ່ນີເທວ ນອກນັ້ນຍັງໄດ້ພົວພັນກັບທົວໂລກນໍາອີກ ແລະຫຼ້າສຸດ ທາງບໍລິສັດກໍໄດ້ເປີດຕົວໂທລະສັບ P8&P9

_mg_0077

ເພື່ອຕອບສະໜອງໃຫ້ແກ່ລູກຄ້າ ທີ່ຕ້ອງການຊົມໃຊ້ ແລະສິ່ງທີ່ສຳຄັນທີ່ສຸດ ກໍເພື່ອເປັນການເພີ່ມພາບລັກໃຫ້ແບຼນຫົວເຫວີຍໃນທາງທີ່ດີຂຶ້ນ ທາງບໍລິສັດຈິ່ງໄດ້ຊອກຫາ ແບຼນອາບາສາເດີ Brand Ambassador ຂອງຫົວເຫວີຍຂຶ້ນ ເຊິ່ງການເລືອກ Brand Ambassador ນີ້ແມ່ນໄດ້ມີກຳນົດວ່າ: ຕ້ອງແມ່ນສິລະປິນ ເປັນຜູ້ທີ່ມີອິດທິພົນທາງດ້ານຄວາມບັນເທີງ ເປັນຄົນທີ່ມີພິບໄຫວແລະ ຜູ້ຍິງຄົນນັ້ນທີ່ຈະມາເປັນ Brand Ambassador ຂອງຫົວເຫວີຍກໍຄື: ສາວ ແອ່ນນິຕ້າ ແລະ ສາວແອ່ນນິຕ້າ ກໍເປັນຜູ້ໜຶ່ງທີ່ເໝາະສົມທີ່ສຸດ ບໍ່ວ່າຈະເປັນດ້ານຄວາມງາມ, ການຮ້ອງເພງ, ການເຕັ້ນ ເປັນພິທີກອນ ແລະ ອື່ນໆອີກຫຼາກຫຼາຍຜົນງານທີ່ເຮັດໃຫ້ຫົວເຫວີຍໄດ້ເລືອກເອົາມາເປັນ Brand Ambassador

_mg_0062

ເຊິ່ງງານຖະແຫຼງຂ່າວ ເປີດຕົວ ພີເຊັນເຕີ  Brand Ambassador ແມ່ນໄດ້ຈັດຂຶ້ນໃນວັນທີ 26 ກັນຍາ 2016 ທີ ໂຮງແຮມດອນຈັນ ພລາເລດ ເຊິ່ງທ່ານ ຈູຈີນຢົງ ຜູ້ອໍານວຍການຝ່າຍເຄື່ອງສື່ສານບໍລິສັດຫົວເຫວີຍ ໄດ້ມອບປ້າຍຕໍາແໜ່ງ Brand Ambassador ໃຫ້ແກ່ ສາວ ແອ່ນນິຕ້າ ໂດຍມີບັນດາແຂກທີ່ຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

_mg_0056

ແບ່ງປັນ