Breaking News

ການດູດແກ້ວບໍາບັດ ສິລະປະແຫ່ງການປິ່ນປົວຫຼາຍກວ່າພັນປີ

ແບ່ງປັນ

ສາວໆທີ່ມີບັນຫາເລື່ອງສຸຂະພາບໃຫ້ອ່ານທາງນີ້ເລີຍ ເພາະທາງທີມງານ ຂັວນໃຈໄດ້ນໍາເອົາວິທີການບໍາບັດສຸຂະພາບໃຫ້ແຂງແຮງຂຶ້ນ ສໍາລັບວິວັດທະນາການທາງການແພດນັ້ນ ຖືວ່າໄດ້ພັດທະນາໄປຢ່າງບໍ່ມີມື້ສິ້ນສຸດ ເຊິ່ງປະກອບມີທັງການແພດເຂົ້າມາຊ່ວຍໃຫ້ເຮົາເລືອກຄິດ ແລະ ຕັດສິນໃຈໄດ້ງ່າຍຂຶ້ນ ເລືອກສິ່ງທີ່ດີ ແລະ ເໝາະສົມກັບຕົວເອງຫຼາຍຂຶ້ນ ໂດຍການຄັບປິ້ງ (Cupping) ຫຼື ການດູດແກ້ວ ໄດ້ຮັບມີຄວາມນິຍົມຫຼາຍໃນປັດຈຸບັນ

ຄວາມຈິງແລ້ວການດູດແກ້ວ ມີມາດົນຫຼາຍກວ່າພັນປີແລ້ວໃນປະເທດຈີນ ເຊິ່ງໃນສະໄໝກ່ອນຈະໃຊ້ບັ້ງໄມ້ໄຜ່ໃນການດູດແທນຈອກແກ້ວ ແລ້ວໃຊ້ຄວາມຮ້ອນ ຫຼືໄຟເຮັດໃຫ້ເປັນສູນຍາກາດ ແຕ່ປັດຈຸບັນເຮົາໃຊ້ຈອກແກ້ວ ເນື່ອງຈາກສາມາດລ້າງໃຫ້ສະອາດໄດ້ງ່າຍ ມີຂະໜາດຂອງຈອກທີ່ເທົ່າກັນຫຼາຍກວ່າ ທີ່ສໍາຄັນຄືຊອກຊື້ໄດ້ງ່າຍ ແລະ ຮັກສາບໍ່ຍາກ ຈຶ່ງເປັນທີ່ນິຍົມຫຼາຍ.

ຈອກແກ້ວນັ້ນມີຂະໜາດທີ່ແຕກຕ່່າງກັນ ຂຶ້ນຢູ່ກັບບໍລິເວນທີ່ຕ້ອງການດູດແກ້ວມີຕັ້ງແຕ່ຂະໜາດ 6 cm, 5.5 cm, 4.5 cm, 3.5 cm ແລະ ຂະໜາດນ້ອຍທີ່ສຸດ ໃຊ້ດູດບໍລິເວນແຜ່ນຫຼັງ, ແອວ, ກະໂພກ, ກົກຂາ, ກາງຫຼັງ, ຄໍ, ສົ້ນນ່ອງ ແລະ ໃບໜ້າ

  • ການດູດແກ້ວປິ່ນປົວຫຍັງແດ່?
  • ປັບສົມດຸນ ຮັກສາພູມຄຸ້ມກັນຂອງຮ່າງກາຍ ແລະ ຖ່າຍເທຂອງເສຍທີ່ເຂົ້າມາໃນຮ່າງກາຍເຊັ່ນ: ລົມ, ຄວາມເຢັນ, ຄວາມຊຸ່ມ ເມື່ອຖ່າຍເທອອກໄປແລ້ວ ຈະເຮັດໃຫ້ຮ່າງກາຍມີຄວາມສົມດຸນຫຼາຍຂຶ້ນ
  • ເຮັດໃຫ້ເລືອດລົມພາຍໃນຮ່າງກາຍໄຫຼສະດວກ
  • ເຮັດໃຫ້ຂໍ້ຕໍ່ຕ່າງໆເຮັດວຽກໄດ້ດີຂຶ້ນ ເພາະການດູດແກ້ວຈະຊ່ວຍຂັບລົມ, ຄວາມເຢັນ ແລະ ຄວາມຊຸ່ມທີ່ຄ້າງຢູ່ຕາມຂໍ້ຕໍ່ຕ່າງໆໄດ້
  • ໃນທາງຄລີນິກຍັງອາໄສການດູດແກ້ວ ເພື່ອປິ່ນປົວພະຍາດເຈັບຫົວ, ວິນຫົວ, ເຈັບແອວ, ເຈັບແຂນຂາໂດຍບໍ່ຕ້ອງໃຊ້ຢາໃດໆ
  • ສາມາດດູດພິດ ແລະ ຂັບໄລ່ໜອງໄດ້ ເພາະການດູດແກ້ວເຮັດໃຫ້ເກີດມີຄວາມດັນພາຍໃນແກ້ວຫຼາຍ ຈຶ່ງເຮັດໃຫ້ສາມາດດູດໜອງອອກມາໄດ້ ແຕ່ວິທີນີ້ມັກໃຊ້ຮ່ວມກັບການປ່ອຍເລືອດ ຈຶ່ງຈະຊ່ວຍເສີມປະສິດທິພາບໃນການປິ່ນປົວຫຼາຍຂຶ້ນ ເມື່ອດູດໜອງອອກຈະເຮັດໃຫ້ຝີ ຫຼື ຮອຍບາດດັ່ງກ່າວເຊົາໄວຂຶ້ນ
  • ພະຍາດພາຍໃນເຊັ່ນ: ຫວັດ, ໄອ, ໜອງໃນ, ປອດ, ຫອບຫືດ, ໃຈສັ່ນ, ນອນບໍ່ຫຼັບ, ຝັນຫຼາຍ, ຂີ້ລືມ, ເຈັບທ້ອງ, ປວດຮາກ, ຮາກ, ສະເອິກ, ທ້ອງອືດ, ທ້ອງຂີ້ຮາກ, ກ້າມຊີ້ນອ່ອນແຮງ, ວິນຫົວ, ເຈັບຂ້າງແອວ, ພະຍາດຊຶມເສົ້າ, ບວມນໍ້າ, ຍ່ຽວຂັດ, ຍ່ຽວບໍ່ອອກ, ຍ່ຽວໃສ່ບ່ອນນອນ, ເສື່ອມສະມັດຕະພາບທາງເພດ, ພະຍາດຮ້ອນຕ່າງໆເປັນຕົ້ນ
  • ພະຍາດພາຍນອກເຊັ່ນ: ໄຟລາມທົ່ງ (erysipelas), ຝີ, ໜອງເຕົ້ານົມ, ໄສ້ຕິ່ງອັກເສບ, ຕັບອ່ອນອັກເສບ, ໜິ້ວທໍ່ຍ່ຽວ ເປັນຕົ້ນ

  • ສີຈາກການດູດແກ້ວບອກຫຍັງ

ຫຼັງຈາກດູດແກ້ວແລ້ວ ອາດຈະມີຮອຍມົນໆເກີດຂຶ້ນບໍລິເວນທີ່ດູດແກ້ວ ແຕ່ລະຄົນອາດຈະມີສີທີ່ແຕກຕ່າງກັນໄປ ເຊິ່ງມັນຈະສະແດງໃຫ້ເຫັນ ສະພາບພາຍໃນຮ່າງກາຍວ່າເປັນແນວໃດ ແພດສາມາດວິເຄາະ ແລະ ຕິດຕາມຜົນການປິ່ນປົວໄດ້

  • ສີມ່ວງເຂັ້ມ: ມີຄວາມເຢັນຄວາມຊຸ່ມສະສົມຢູ່ພາຍໃນກ້າມຊີ້ນ ຫຼື ຂໍ້ຕໍ່ທີ່ມີບັນຫາ ເຊິ່ງຄວນຫຼີກເວັ້ນຄວາມເຢັນ ຫຼື ຢູ່ໃນຫ້ອງແອເຢັນໆຫຼາຍເກີນໄປ
  • ສີແດງ: ສີແດງອ່ອນ ສະແດງໃຫ້ເຫັນເຖິງຄວາມຊຸ່ມອົມຮ້ອນພາຍໃນຮ່າງກາຍ
  • ສີຂຽວ: ຈະພົບໃນກໍລະນີຕິດສານເສບຕິດຕ່າງໆເຊັ່ນ: ຢາສູບ ຫຼື ຢາເສບຕິດ

  • ກ່ອນເຮັດການດູດແກ້ວ
  • ກວດສອບພື້ນຖານຂອງຮ່າງກາຍ
  • ຖາມປະຫວັດ
  • ຟັງສຽງ ຫຼື ວິເຄາະກິ່ນສະເພາະຕົວ
  • ຈັບຊີບພະຈອນ
  • ເບິ່ງລີ້ນ
  • ຂໍ້ຫ້າມໃນການປິ່ນປົວດ້ວຍການດູດແກ້ວ
  • ຜູ້ປ່ວຍພະຍາດເລືອດ ທີ່ເຮັດໃຫ້ເລືອດຢຸດໄຫຼຍາກ
  • ເປັນພະຍາດພູມແພ້ ຜິວໜັງເປື່ອຍ ອັກເສບ
  • ຫ້າມໃຊ້ການດູດແກ້ວ ທີ່ໜ້າເອິກບໍລິເວນຫົວໃຈ
  • ແມ່ຍິງຖືພາ ຫ້າມປິ່ນປົວດ້ວຍການດູດແກ້ວ ບໍລິເວນໜ້າທ້ອງ ແລະ ຫຼັງ
  • ຂໍ້ຄວນລະວັງ

ໃນການດູດແກ້ວ ຈະດູດປະໄວ້ 10 ນາທີ ຖ້າປະໄວ້ດົນ ຫຼືໃຊ້ແຮງດູດຂອງສູນຍາກາດແຮງເກີນໄປ ອາດຈະເຮັດໃຫ້ມີຕຸ່ມນໍ້າ ໃສໆເກີດຂຶ້ນ ຫຼື ຫາກໃຊ້ສໍາລີຈຸ່ມນໍ້າເຫຼົ້າຂ້າເຊື້ອທາຫຼາຍເກີນໄປ ຈະເຮັດໃຫ້ສ່ຽງຕໍ່ການເກີດໄຟລວກໄດ້ ທັກສະນີ້ຕ້ອງອາໄສຄວາມຊ່ຽວຊານຂອງແພດສະເພາະດ້ານຢ່າງແທ້ຈິງ.

ແບ່ງປັນ