Breaking News

ມາລິສາ ສີດາຈັນ (ມ່າຊ່າ) ໂດດເດັ່ນທີ່ລວງສູງເຖິງ 180cm ໜຶ່ງໃນຜູ້ເຂົ້າປະກວດ Miss Universe Laos 2017

ແບ່ງປັນ

ມາລິສາ ສີດາຈັນ (ມ່າຊ່າ) ອາຍຸ 24 ປີ ໜຶ່ງໃນຜູ້ເຂົ້າປະກວດ Miss Universe Laos 2017 ໝາຍເລກ MUL6 ເປັນຜູ້ທີ່ມີຄວາມໂດດເດັ່ນເພາະມີລວງສູງເຖິງ 180cm ແລະ ເປັນລູກຊອດ ຣັດເຊຍ, ມ່າຊ່າ ມາລິສາ ເປັນຄົນທີ່ມີຄວາມສາມາດຫຼາກຫຼາຍດ້ານ ນາງມີຄວາມໝັ້ນໃຈ, ເກັ່ງດ້ານພາສາ ແລະ ຍັງມີຄວາມສາມາດເປັນນັກກິລາ volleyball ທີມຊາດລາວ ແລະຍັງເປັນນາງແບບ ປະສົບການທີ່ຜ່ານມາເຄີຍເດີນແບບມາຫລາຍເວທີທັງພາຍໃນ ແລະຕ່າງປະເທດເຊີ່ງຈະສາມາດສ້າງຄວາມໂດດເດັ່ນໃນເວທີສາກົນມາຫຼາຍເວທີ, ປັດຈຸບັນ ມ່າຊ່າ ມາລິສາ ສີດາຈັນ ໄດ້ເຂົ້າປະກວດນາງງາມ ແລະ ຕິດຮອບ 10 ຄົນສຸດທ້າຍ ແລະ ກຳລັງເປັນດາວເດັ່ນອີກໜຶ່ງຄົນໃນກອງປະກວດ Miss Universe Laos 2017.

#ແຊຣເພື່ອເປັນກຳລັງໃຈໃຫ້ສາວກ້ານຍາວຄົນນີ້

ຂໍຂອບໃຈ: Masha Malisa Sidachanh , Firstmodelinglao ,  Miss Universe Laos ມີສຢູນີເວີຣສ ລາວ

ແບ່ງປັນ