Breaking News

ກຣີດໆໆໆ…ຢາກເບິ່ງແລ້ວ! ຮູບເງົາ “ຄິດຮອດຫຼວງພະບາງ” ສະແດງນຳໂດຍຄູ່ພະນາງ ລາວ-ໄທ (ບາບີ້-ຊາຄຣິດ)

ແບ່ງປັນ

ເປັນຂ່າວດີໃຫ້ກັບວົງການຮູບເງົາລາວອີກແລ້ວ ເພາະໄວໆນີ້ແຟນໆກຳລັງຈະໄດ້ເບິ່ງຮູບເງົາເລື່ອງໃໝ່ “ຄິດຮອດຫຼວງພະບາງ” ຮັບບົດສະແດງນຳໂດຍ ຊາຄຣິດ ແຍ້ມນາມ ພະເອກຊື່ດັງຈາກປະເທດເພື່ອນບ້ານ ແລະ ບາບີ້ ປີຍະມາດ ນາງແບບ-ນັກສະແດງຈາກລາວ, ເຊິ່ງເປັນການຢັນຢັນຈາກຄ້າຍ ເຟີດໂມເດວລິ່ງ ເຊິ່ງເປັນຄ້າຍທີ່ນາງເອກສາວ ບາບີ້ ສັງກັດຢູ່ໄດ້ອອກມາຢືນຢັນແລ້ວວ່າ ບາບີ້ ປີຍະມາດ ກຳລັງຈະມີການສະແດງຮູບເງົາເລື່ອງໃໝ່ເປັນຮູບເງົາລະຫວ່າງ ລາວ-ໄທ ມີຊື່ເລື່ອງວ່າ “ຄິດຮອດຫຼວງພະບາງ” ໂດຍໄດ້ພະເອກຄິວທອງຊື່ດັງ ຊາຄຣິດ ແຍ້ມນາມ ມາຮັບບົດເປັນພະເອກ ແລະ ໄດ້ນາງເອກຂອງເລື່ອງຈາກລາວ ບາບີ້ ປີຍະມາດ ມາຮັບບົດເປັນນາງເອກຂອງຮູບເງົາເລື່ອງດັ່ງກ່າວ.

#ແຊຣໄປໃຫ້ໂລກຮູ້

ສຳລັບສາວ ບາບີ້ ປິຍະມາດ ຜົນງານການສະແດງທີ່ຜ່ານມາຂອງນາງກໍຄືຫຼິ້ນເປັນນາງເອກຮອງໃນຮູບເງົາພັນລ້ານຂອງລາວ “ຫົງຫາມເຕົ່າ ຂ້ອຍຕວົະເຈົ້າ ເຮົາຮັກກັນ” ແລະ ໃນຮູບເງົາເລື່ອງ “ຄິດຮອດຫຼວງພະບາງ” ນີ້ຈະຮັບບົດເປັນນາງເອກເຕັມໂຕ, ສ່ວນຜົນງານອື່ນໆກໍຈະມີຖ່າຍແບບ, ເດີນແບບ, ສະແດງເອັມວີ ແລະ ງານເດີນແບບຕ່າງໆທັງພາຍໃນແລະຕ່າງປະເທດມາຢ່າງຫຼວງຫຼາຍ.

ຂໍຂອບໃຈສຳລັບຮູບພາບ

ແບ່ງປັນ