Breaking News

ສຸດຍອດ! ສາວຜູ້ບໍ່ຍອມແພ້ ເຄີຍຄິດຂ້າໂຕຕາຍຍ້ອນເປັນພະຍາດດ່າງຂາວ ປັດຈຸບັນກັບພູມໃຈໃນສິ່ງທີ່ເປັນ!!!

ແບ່ງປັນ

ນອກຈາກໂລກນີ້ຈະມີ Winnie Harlow ນາງແບບສາວຜິວດ່າງຂາວຄົນທຳອິດຂອງໂລກໄປແລ້ວ ກາຍເປັນຜູ້ສ້າງແຮງບັນດານໃຈໃຫ້ຄົນທົ່ວໂລກໄດ້ໝັ້ນໃຈໃນຄວາມງົດງາມຂອງຕົວເອງ. ໃນມື້ນີ້ເຮົາມີແມ່ຍິງເຂັ້ມແຂງອີກໜຶ່ງຄົນມີຊື່ວ່າ Iomikoe Johnson ອາຍຸ 37 ປີ ຜູ້ປ່ວຍພະຍາດດ່າງຂາວ ຈາກຣັດຫຼຸຍເຊຍນ່າ ປະເທດ ອາເມລິກາ ມາເປັນແຮງບັນດານໃຈໃຫ້ກັບທຸກໆຄົນທີ່ມີຄວາມແຕກຕ່າງໄດ້ກ້າອອກມາປ່ຽນຊີວິດຂອງຕົວເອງ

Iomikoe Johnson ແມ່ລູກ 4 ນາງເປັນຄົນຜິວສີໂດຍກຳເນີດ ແຕ່ເມື່ອ 12 ປີທີ່ຜ່ານມາລາວໄດ້ເຈິກັບການປ່ຽນແປງຄັ້ງຍິ່ງໃຫ່ຍ ເມື່ອມີຈຸດນ້ອຍໆສີຂາວ ຂື້ນທີ່ແຂນແລະແຜ່ລາມໄປທົ່ວຮ່າງກາຍ ຊຶ່ງມັນເຮັດໃຫ້ Iomikoe Johnson ມີຄວາມຕົກໃຈ ຮູ້ສຶກເຄັ່ງຄຽດກັບສິ່ງທີ່ເກີດຂຶ້ນ ຕອນນັ້ນລາວຄິດວ່າຕົນເອງເປັນພະຍາດມະເຮັງ ແຕ່ຕໍ່ມາໝໍໄດ້ເຮັດການວິນິດໄສວ່າລາວໄດ້ເປັນພະຍາດດ່າງຂາວ ກໍເລີຍຄິດຍ້ານວ່າຈະຖືກເຍ້ຍຄືໃນຊ່ວງຍັງນ້ອຍວ່າເປັນຄົນຜິວດຳ

Iomikoe Johnson ໄດ້ກ່າວວ່າ: “ຂ້ອຍເຄີຍຖືກປັດຕິເສດທີ່ຈະຈັບມືທັກທາຍ ເພາະອີກຝ່າຍຈ້ອງທີ່ມືຂ້ອຍແລ້ວເຮັດທີທ່າຄືລັງກຽດ ແລະມີຫຼາຍເທື່ອມີຄົນເບີ່ງຂ້ອຍດ້ວຍລັກສະນະລັງກຽດ  ແລະ ຢ້ານໂດຍສະເພາະເດັກນ້ອຍ”

ດັ່ງນັ້ນ ທຸກມື້ກ່ອນອອກຈາກບ້ານ Iomikoe Johnson ຈຶ່ງຕ້ອງໃຊ້ເວລາເກືອບຊົ່ວໂມງໃນການລົງເຄື່ອງສຳອາງ ເພື່ອອຳພາງຮອຍດ່າງໃນຮ່າງກາຍ ໃສ່ໄດ້ພຽງແຕ່ເສື້ອແຂນຍາວເທົ່ານັ້ນ ເຊິ່ງມັນເຮັດໃຫ້ລາວຮູ້ສຶກເຄັ່ງຄຽດ ແລະເມື່ອຍ ຈົນມີຄວາມຄິດຢາກຂ້າຕົວຕາຍຫຼາຍເທື່ອ ແຕ່ທຸກໆເທື່ອທີ່ຜ່ານມາໄດ້ຈາກການໃຫ້ກຳລັງໃຈຈາກຄົນໃນຄອບຄົວ ໂດຍສະເພາະຄົນຮັກຂອງນາງ ທີ່ສ້າງຄວາມໝັ້ນໃຈແລະຢູ່ຄຽງຂ້າງ ແລະບອກກັບລາວວ່າບໍ່ຈຳເປັນຈະຕ້ອງແຕ່ງເພື່ອປົກປິດອີກຕໍ່ໄປ ເພາະບໍ່ວ່າຈະຢູ່ໃນສະພາບໃດກໍຍັງຈະຮັກນາງຄືເກົ່າ

ຈົນໃນມື້ໜຶ່ງ Iomikoe Johnson ໄດ້ເຫັນເຟສບຸກຂອງນາງແບບຄົນດັງ Winnie Harlow ນາງແບບຜູ້ປ່ວຍເປັນພະຍາດດ່າງຂ່າວເຊັ່ນດຽວກັນ ຊື່ງເປັນນາງແບບທີ່ງາມ ແລະກ້າອວດສີຜິວຂອງຕົວເອງຢ່າງບໍ່ອາຍ ເປັນມຸມມອງໃໝ່ທີ່ໄດ້ເຫັນ ແລະບໍ່ຄິດອາຍຄົນອື່ນອີກຕໍ່ໄປ

ທຸກມື້ນີ້ Iomikoe ໄດ້ອອກໄປໃຊ້ຊີວິດຢ່າງຄວາມກ້າຫານ ແລະໝັ້ນໃຈ ເພື່ອສະແດງໃຫ້ເຫັນວ່າຄວາມງາມນັ້ນຢູ່ເໝືອຈາກຜິວພະພັນພາຍນອກ ລວມເຖິງການເປັນກຳລັງໃຈໃຫ້ກັບຄົນທີ່ກຳລັງເປັະພະຍາດດຽວກັນ ແລະທຸກໆຄົນທີ່ແຕກຕ່າງໂດຍບໍ່ຕ້ອງອາຍທີ່ຈະເປັນຕົວເອງ “ຂ້ອຍຢາກໃຫ້ເລື່ອງຂອງຂ້ອຍເປັນແຮງບັນດານໃຈໃຫ້ຄົນອື່ນກ້າທີ່ຈະຖອດໜ້າກາກຄວາມຢ້ານ ຢາກໃຫ້ພວກເຂົາເຫຼົ່ານັ້ນຮູ້ວ່າຂ້ອຍຂໍເປັນກຳລັງໃຈໃຫ້ ເວລານີ້ຂ້ອຍຮູ້ສຶກຮັກຕົວເອງ ຮັກສີຜິວ ພູມໃຈໃນສິ່ງທີ່ຂ້ອຍເປັນທີ່ສຸດ” Iomikoe ກ່າວ.

ຈາກທີ່ເຄີຍຊັງ ລັງກຽດຕົວເອງ ນາງກັບພູມໃຈໃນສິ່ງທີ່ນາງເປັນ ແລະຫັນມາໃຫ້ກຳລັງໃຈຄົນທີ່ຕົກຢູ່ໃນສະພາບດຽວກັນ ທັງໝົດເກີດຂຶ້ນໄດ້ຍ້ອນກຳລັງໃຈຈາກຄົນອ້ອມຂ້າງ ແລະ Iomikoe Johnson ກໍຕ້ອງການໃຫ້ຄົນທົ່ວໂລກໄດ້ເຫັນວ່ານີ້ຄືສິລະປະແລະເປັນສິລະປະທີ່ມີຊີວິດຢ່າງແທ້ຈິງ.

ທີ່ມາ: https://women.mthai.com/amazing-women/309109.html?utm_source=Social&utm_medium=putsacha&utm_campaign=Social_team

ແບ່ງປັນ