Breaking News

ທ່ຽວຫຼວງພະບາງແບບ Slow Life ທີ່ຄ່ອຍໆເປັນຄ່ອຍໆໄປ ຊຶມຊັບກັບບັນຍາກາດອ້ອມຮອບຕົວ

ແບ່ງປັນ

ປັດຈຸບັນນີ້ ກະແສການທ່ອງທ່ຽວແບບຊ້າໆ ຄ່ອຍໆເປັນຄ່ອຍໆໄປ ຊຶມຊັບກັບບັນຍາກາດອ້ອມຮອບຕົວ ຫຼື ທີ່ເພິ່ນເອີ້ນວ່າ ການໃຊ້ຊິວິດ ແບບ “Slow Life” ກຳລັງໄດ້ຮັບຄວາມນີຍົມຫຼາຍຂຶ້ນໃນກຸ່ມນັກທ່ອງທ່ຽວ ທີ່ຢາກຊອກຫາແຫຼ່ງທ່ອງທ່ຽວທີ່ສະຫງົບ ປ່ອຍໂຕ ປ່ອຍໃຈໄປນຳບັນຍາກາດທຳມະຊາດ ແລະຫຼີກໜີຈາກຄວາມວຸ້ນວາຍໃນຕົວເມືອງ.

ສະບັບນີ້ ອິນດີ້ພາທ່ຽວ ຈະມາເລົ່າປະສົບການເດີນທາງສູ່ເມືອງແຫ່ງຄວາມ Slow Life ນັ້ນກໍ່ຄື ຫຼວງພະບາງເມືອງມໍລະດົກໂລກ ທີ່ດຶງດູດນັກທ່ອງທ່ຽວຈາກທົ່ວໂລກມາສຳຜັດກັບ ວິຖີຊີ​ວິດອັນລຽບງ່າຍ, ເຮືອນຊານບ້ານຊ່ອງອັນເປັນເອກກະລັກ ແລະ ວັດວາອາຮາມທີ່ຍັງຄົງອານຸລັກຄວາມເກົ່າແກ່ ແລະດັ້ງເດີມໄວ້ໄດ້ເປັນຢ່າງດີ.

ໃນການເດີນທາງໄປຫຼວງພະບາງໃນ Trip ນີ້ ພວກເຮົາມີເວລາຈຳກັດເລີຍເລືອກເດີນທາງໄປດ້ວຍຍົນ ເຊິ່ງພວກເຮົາຈອງໄດ້ທ່ຽວບິນ ເວລາ 6:00 ໂມງແລງ ເນື່ອງຈາກວ່າຖ້ຽວອື່ນເຕັມ. ແນະນຳເລີຍຖ້າໃຜຈະໄປຫຼວງພະບາງ ໃຫ້ຈອງປີ້ຍົນລ່ວງໜ້າຫຼາຍໆມື້ ເພາະສ່ວນຫຼາຍຕອນເຊົ້າແລະບ່າຍມັກຈະເຕັມ. ຈາກສະໜາມບິນວັດໄຕ ເຖິງຫຼວງພະບາງໃຊ້ເວລາພຽງ 45 ນາທີ ກໍ່ຮອດແລ້ວ ໜ້າສະໜາມບິນກໍ່ມີລົດຕູ້ຮັບສົ່ງເຂົ້າຕົວເມືອງ ລາຄາຢູ່ທີ່ ຈຸດລະ 50,000 ກີບ ບໍ່ຈຳກັດຈຳນວນຄົນ ປະມານ 15 ນາທີ ລົດຕູ້ກໍ່ຈອດໃຫ້ລົງຢູ່ທີ່ໜ້າ ຮ້ານກາເຟໂຈມາ (Joma Bakery Café) ເປັນຮ້ານກາເຟໜ້າຮັກໆ ທີ່ນັກທ່ອງທ່ຽວມັກມານັ່ງຫຼິ້ນຊິວໆ ຮ້ານຕັ້ງຢູ່ ຖະນົນສີສະຫວ່າງວົງ ຊອກງ່າຍ ຖືວ່າເປັນຈຸດປ່ອຍນັກທ່ອງທ່ຽວເລີຍກໍ່ວ່າໄດ້ ເພາະຂ້າງໆຮ້ານຈະມີຮ່ອມນ້ອຍໆ ເຊິ່ງເປັນສູນລວມຂອງເຮືອນພັກຈຳນວນຫຼາຍ ມີຫຼາຍລະດັບ ຫຼາຍລາຄາ ພວກເຮົາຍ່າງເລາະເລືອກໄດ້ເຮືອນພັກຫຼັງທີ່ສາມ ຫ້ອງແອໃນລາຄາ 100,000 ກີບ/ຄືນ ເພື່ອນອນເອົາແຮງຕື່ນມາໃສ່ບາດແຕ່ເຊົ້າ

ມື້ທີສອງ ອິນດີ້ພາທ່ຽວ ຕື່ນຕັ້ງແຕ່ 5 ໂມງເຊົ້າ ເພື່ອໃຫ້ທັນໃສ່ບາດ ຢູ່ຫຼວງພະບາງນີ້ ເພິ່ນເອີ້ນຄູບາວ່າ “ສາທຸ” ສາທຸຈະເລີ່ມຍ່າງບິນຖະບາດເວລາປະມານ 5:30 ແຄມທາງຈະມີແມ່ຄ້າມາຂາຍເຄື່ອງໃສ່ບາດ ແລະ ຈັດພື້ນທີ່ໃສ່ບາດໃຫ້ມີທັງປູສາດແລະ ຕັ່ງນັ່ງໄວ້ໃຫ້ບໍລິການເປັນໄລຍະໆ ສາທຸຈະຍ່າງເປັນສາຍມາຈາກຫຼາຍໆວັດ ຍາວປະມານ 300 ອົງ ທັງຜູ້ເຖົ້າຜູ້ແກ່ ແລະນັກທ່ອງທ່ຽວນາໆຊາດກໍມາຮ່ວມໃສ່ບາດ ເຊິ່ງສ້າງຄວາມປະທັບໃຈໃຫ້​ແກ່ນັກທ່ອງທ່ຽວລວມ​ໄປ​ເຖິງ​ຄົນ​ລາວ​ເອງ ດ້ວຍ​ບັນ​ຍາ​ກາດ​ ແລະ ສະ​ພາບ​ແວດ​ລ້ອມຫຼາຍໆ​ ຢ່າງເຮັດ​ໃຫ້​ຮູ້​ສຶກ​ວ່ານີ້​ຄື​ສະ​ເໜ່​ອັນ​ແທ້​ຈິງ​ຂອງຫຼວງ​ພະ​ບາງ ​ທີ່​ມີ​ໜຶ່ງ​ດຽວ​ໃນໂລກ ຖ້າ​ໃຜມາຮອດຫຼວງພະບາງບໍ່ໄດ້ໃສ່ບາດຕອນເຊົ້າຖືວ່າມາຍັງບໍ່ຮອດເດີ້

ຫຼັງຈາກໃສ່ບາດແລ້ວເຮົາກໍ່ຍ່າງຂຶ້ນພູສີ ຊິ່ງເປັນວັດທີ່ຢູ່ເທິງຍອດພູຕັ້ງຢູ່ກາງເມືອງຫຼວງພະບາງເຊິ່ງແນ່ນອນຕ້ອງຍ່າງຂຶ້ນຂັ້ນໄດທີ່ຫຼາຍເຖິງ 328 ຂັ້ນ ເມື່ອຍ່າງຮອດຍອດພູສີກໍ່ຈະເຫັນວິວຕົວເມືອງຫຼວງພະບາງ ແບບ 360 ອົງສາ ພ້ອມກັນນີ້ຍັງແນມເຫັນແມ່ນ້ຳຂອງ, ນ້ຳຄານ, ແລະມີພູເຂົາສະຫຼັບຊັບຊ້ອນອ້ອມຮອບຕົວເມືອງແຫ່ງນີ້ ເຊິ່ງເໝາະແກ່ການຂຶ້ນມາເບິ່ງຕາເວັນຕົກດິນຍາມແລງ. ຫຼັງຈາກກັບລົງມາຈາກພູສີ ເຮົາກໍ່ມຸ່ງໜ້າໄປທີ່ຕະຫຼາດເຊົ້າຂ້າງໆວັດໃໝ່ ເປັນຕະຫຼາດນ້ອຍໆທີ່ຄົນໃນບໍລິເວນນັ້ນ ລວມໄປເຖິງນັກທ່ອງທ່ຽວມັກໄປຈັບຈ່າຍ ໃຊ້ສອຍ ເຊິ່ງມີທັງເຄື່ອງສົດ ແລະອາຫານການກິນ ທີ່ຫາໄດ້ໃນພື້ນທີ່ ລວມໄປເຖິງຂອງຝາກທີ່ມີໃຫ້ເລືອກຫຼາກຫຼາຍ.

ຕໍ່ມາກິດຈະກຳທີ່ມັກທີ່ສຸດເລີຍນັ້ນກໍ່ຄືການຂີ່ລົດຖີບເລາະເມືອງ ຄ່າເຊົ່າລົດຖີບ 20.000 ກີບ/ຄັນ ຖ້າໃຜກຳ​ລັງ​ວາງ​ແຜນມາຫຼວງພະບາງ ໃຫ້ໄດ້ຄວາມຟິນເຖິງຂີດສຸດ ແນະນຳໃຫ້ມາຕອນລະດູໜາວ ອາກາດຈະເຢັນສະບາຍເໝາະແກ່ການມານັ່ງຊິວໆ ແລະປັ່ນລົດຖີບເລາະເບົາໆ ຊົມສະເໜ່ເມືອງນ້ອຍໆ ຮັບຮອງວ່າບໍ່ຮູ້ເມື່ອຍ ເພາະໄດ້ຊົມວິວຕາມແມ່ນ້ຳ ເຫັນບ່ອນໃດງາມໆກໍ່ຈອດຖ່າຍຮູບ ອາກາດສະບາຍໆ ຊົມບັນຍາກາດຕົວເມືອງ ເຮືອນຊານບ້ານຊ່ອງ ຢູ່ນີ້ເຂົາຕົບແຕ່ງຮ້ານອາຫານ ຮ້ານກາເຟແບບສະບາຍໆ ເໝາະສຳຫຼັບ ນັ່ງຟັງເພງ ອ່ານປຶ້ມ ວິຖີຊີວິດຂອງຜູ້ຄົນ ໂຮງແຮມ ແລະວັດວາອາຮາມຕຕ່າງໆກໍມີຮູບຊົງສວຍງາມແບບ Classic ທີ່ຍັງຄົງຮັກສາຄວາມດັ້ງເດີມແບບສະເພາະຂອງຫຼວງພະບາງໄວ້ເປັນຢ່າງດີ ພວກເຮົາຜ່ານວັດໃດກໍ່ບໍ່ພາດທີ່ຈະແວ່ເຂົ້າໄປສັກກາລະຂໍພອນເພື່ອຄວາມເປັນສິລິມຸງຄຸນ ບັງເອີນຜ່ານມາຮອດວັດໜອງ ເລີຍແວ່ກິນຕຳໝາກຫຸ່ງຮ້ານເຈ້ຕິ໋ມ ຮ້ານດັງທີ່ພາດບໍ່ໄດ້ ແນະນຳເລີຍຕຳໝາກຫຸ່ງຊອຍເສັ້ນໃຫຍ່ໆເດີບອກເລີຍວ່າແຊບສະໃຈອີ່ຫຼີ

ຕົກບ່າຍປັ່ນໄປນອນເອນຫຼັງ ເບິ່ງວິວສາຍນ້ຳຄານ ຟັງເພງເບົາໆທີ່ Utopia Bar ເປັນຮ້ານ Style ຕາເວັນຕົກ ຢູ່ບ້ານອາໄພ ທີ່ຢູ່ໃນຮ່ອມທີ່ຕ້ອງຍ່າງເຂົ້າໄປເລິກພໍສົມຄວນ ເປັນທີ່ຮູ້ກັນດີໃນກຸ່ມນັກທ່ອງທ່ຽວທີ່ບອກຕໍ່ໆກັນມາ ຢູ່ຮ້ານນີ້ເອີ້ນໄດ້ວ່າເປັນສູນລວມຂອງ Backpacker ທີ່ມາທ່ຽວຫຼວງພະບາງເລີຍກໍ່ວ່າໄດ້​ ຈົນ​ກາຍ​ເປັນອີກໜຶ່ງ​ແລນ​ມາກ (Landmark) ​ທີ່​ໃຜ​ມາຫຼວງ​ພະ​ບາງ ກໍ່​ຕ້ອງ​ຂໍ​ check-in ຈັກ​ຄັ້ງໜຶ່ງ ພໍຕາເວັນຕົກດິນເປົ້າໝາຍຕໍ່ໄປຂອງພວກເຮົາແມ່ນໄປເລາະ ຫາອາຫານກິນທີ່ຕະຫຼາດມືດ (Night market) ເປັນຮ່ອມໜຶ່ງທີ່ຊອດກັບຕະຫຼຼາດທ່າເຮືອເມ ມີອາຫານ ຫຼາກຫຼາຍໃຫ້ເຮົາໄດ້ເລືອກຊື້ ໂດຍສະເພາະແມ່ນຮ້ານອາຫານບຸບເຟ້ ຂອງນັກທ່ອງທ່ຽວສາຍປະຢັດ ລວມເຖິງພວກເຮົາເອງນຳ 5555 ດ້ວຍລາຄາພຽງ 15,000 ກີບ ຂອງກິນມີເປັນສິບຢ່າງສາມາດເລືອກຕັກໄດ້ຕາມໃຈ. ກິນອີ່ມແລ້ວເຮົາກໍ່ໄປຍ່າງເລາະຕະຫຼາດມືດເພື່ອໃຫ້ອາຫານຍ່ອຍ ແລະ ຊື້ຂອງຝາກຂອງຕ້ອນ ສ່ວນຫຼາຍຈະເປັນຂອງພື້ນເມືອງ ແລະ ງານຝີມືຫັດຖະກຳເຊິ່ງເໝາະແກ່ການຊື້ໄປເປັນຂອງຝາກ. ເລາະຈົນກະເປົ໋າເບົາແລ້ວໄດ້ເວລາກັບທີ່ພັກຂອງພວກເຮົາແລ້ວສຳລັບມື້ນີ້.

ເລີ່ມຕົ້ນມື້ທີສາມ ພວກເຮົາຕື່ນແຕ່ເຊົ້າໆເພື່ອຈະເຊົ່າລົດຈັກໄປຕາດກວາງຊີ ລະຫວ່າງທາງໄປຕາດກວາງຊີບັນຍາກາດສອງຂ້າງທາງດີ້ດີ ມີນາຂັ້ນບັນໄດ ແລະ ເຮືອນຊົນເຜົ່າເປັນໄລຍະໆ ແຖມຖະໜົນກໍ່ດີພວກເຮົາຂັບຫຼິ້ນໆແວ່ຖ່າຍຮູບຕະຫຼອດທາງ ໃຊ້ເວລາປະມານ 1 ຊົ່ວໂມງ ກໍ່ມາຮອດທາງເຂົ້າຕາດກວາງຊີແລ້ວ ຄ່າເຂົ້າຊົມແມ່ນ 10,000 ກີບ/ຄົນ ເຮົາເລືອກທີ່ຈະເລີ່ມຍ່າງຂຶ້ນໄປຕາມຊັ້ນລຸ່ມສຸດຂອງນ້ຳຕົກ ເຊິ່ງ​ນ້ຳ​ຕາດກວາງ​ຊີນີ້​ຈະ​ມີຫຼາຍ​ຊັ້ນ ພິເສດແມ່ນນ້ຳ​ສີ​ຂຽວ​ມໍ​ລະ​ກົດງົດງາມຫຼາຍ ​ຈະ​ເຫັນ​ນັກ​ທ່ອງ​ທ່ຽວ​ໂດດ​ນ້ຳຫຼິ້ນ​ແບບ​ເມົາ​ມັນ ສ່ວນພວກ​ເຮົາ​ລອຍ​ນ້ຳ​ບໍ່​ເ​ປັນ​ ເລີຍ​ຂໍ​ຍ່າງ​ຊື່ນ​ຊົມ​ບັນ​ຍາ​ກາດ​​ດີກວ່າ ພໍຍ່າງໄປຮອດຊັ້ນເທິງສຸດ ພວກເຮົາເຖິງກັບຕະລຶງກັບຄວາມສວຍງາມ ແລະຍິ່ງໃຫຍ່ ຂອງນ້ຳຕົກທີ່ໄຫຼຕົກລົງມາເປັນຊັ້ນໆ ງາມປານວ່າຮູບແຕ້ມ ເພິ່ນຈະມີຂົວຂ້າມໄປອີກຝາກໜຶ່ງຂອງນ້ຳຕົກ ເຊິ່ງນັກທ່ອງທ່ຽວສາມາດຖ່າຍຮູບຫຼິ້ນແບບ​ໃກ້​ຊິດ ພວກເຮົາຂໍນັ່ງຊື່ນຊົມກັບບັນຍາກາດ ຖ່າຍຮູບຫຼິ້ນ ຕາມ Style ທ່ຽວແບບ Slow Life ຫຼັງຈາກນັ້ນກໍ່ໄດ້ເວລາທີ່ພວກເຮົາຕ້ອງອຳລາ ສະຖານທີ່ງາມໆແຫ່ງນີ້ໄວ້ກ່ອນ ເພາະຕ້ອງຟ້າວກັບໄປ check out ຈາກເຮືອນພັກ ແລ້ວເດີນທາງໄປຢ້ຽມຢາມເມືອງແຫ່ງສາຍໝອກ ນັ້ນກໍ່ຄື “ເມືອງງອຍ” ແຂວງຫຼວງພະບາງ ເຈີກັນໃຫມ່ໃນສະບັບຕໍ່ໄປເດີ້.

ທີ່ມາ: ວາລະສານຂວັນໃຈ ສະບັບ 117 ເດືອນ ເມສາ 2017.

ແບ່ງປັນ