Breaking News

ແຂ່ງຂັນກ໋ອບການກຸສົນເພື່ອຊ່ວຍເຫຼືອຄົນພິການ ແລະ ອາຍຸສູງ

ແບ່ງປັນ

ເນື່ອງໃນໂອກາດຄົບຮອບຄົນພິການແຫ່ງຊາດ ວັນທີ່ 27 ກັນຍາ ແລະ ວັນສາກົນຜູ້ອາຍຸສູງ ວັນທີ 1 ຕຸລາ ປະຈຳປີ 2016 ນີ້ ຄະນະກຳມະການແຫ່ງຊາດ ເພື່ອຄົນພິການ ແລະ ຜູ້ອາຍຸສູງ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດພິທີການແຂ່ງຂັນກ໋ອບການກຸສົນ ແລະ ທັງເປັນການສົມທົບທຶນສະໜັບສະໜູນເພື່ອຊ່ວຍເຫຼືອຄົນພິການ ແລະ ອາຍຸສູງ, ໃນຄັ້ງນີ້ຂື້ນທີ່ສະໜາມກ໋ອບ ລອງວຽງຄຮັບ(ທ່າເດື່ອ) ນະຄອນຫຼວງວຽງຈັນ, ການແຂ່ງຂັນໄດ້ເລິ່ມຂື້ນ 6:00 ໃນຕອນເຊົ້າ.

ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍ ທ່ານ ພັນລະຄອນ ສີບຸນເຮືອງ ຜູ້ບໍລິຫານ ບໍລິສັດ ທີເຮັສເອົມລາວ (THM LAO) ຮ່ວມກັນເປັນເຈົ້າພາບໃນການຈັດງານແຂ່ງຂັນ ແລະ ອີກຫຼາກຫຼາຍພາກສ່ວນ ອົງກອນ ພາກລັດ, ທ່ານລັດຖະມົນຕີ, ຮອງລັດຖະມົນຕີຈາກກະຊວງຕ່າງໆ, ຜູ້ຕ່າງໜ້າແຕ່ລະກະຊວງ, ລັດວິສາຫະກິດພາຍໃນແລະຕ່າງປະເທດແລະ ພາກສ່ວນນັກແຂ່ງຂັນກິລາກ໋ອບໄດ້ເຂົ້າຮ່ວມ. ການແຂ່ງຂັນໃນຄັ້ງນີ້ ນັກແຂ່ງຂັນໃຫ້ຄວາມສົນໃຈຫຼາຍເປັນພິເສດ ນອກຈາກຈະໄດ້ລົງແຂ່ງຂັນແລ້ວທຸກຄົນຍັງໄດ້ຮ່ວມບໍລິຈາກສົມທົບທຶນໃຫ້ແກ່ອົງກອນຄົນພິການ ແລະ ຜູ້ອາຍຸສູງ ຖືວ່າເປັນໂອກາດດີແລະ ເຕັມໄປດ້ວຍຄວາມມ່ວນຊື່ນ, ພາຍໃນງານການແຂ່ງຂັນຄັ້ງນີ້ມີຄົນເຂົ້າຮ່ວມຫຼາຍກວ່າ 170 ຄົນ ຫຼາຍກວ່າ 20 ກວ້ນ ຍອດບໍລິຈາກ ຍັງບໍ່ຫັກຄ່າໃຊ້ຈ່າຍ ໃນຄັ້ງນີ້ແມ່ນ 270,000,000 ກວ່າລ້ານ ຫຼັງຈາກຈົບການແຂ່ງຂັນ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ສຳພາດກ່ຽວກັບຈຸດປະສົງຂອງງານໃນຄັ້ງນີ້ ແມ່ນ ເປັນການສົມທົບທຶນສະໜັບສະໜູນເພື່ອຊ່ວຍເຫຼືອຄົນພິການ ແລະ ອາຍຸສູງ, ເພື່ອເປັນຂວັນກຳລັງໃຈ ແລະ ຊ່ວຍເຫຼືອສະໜັບສະໜູນໃນທຸກດ້ານບໍວ່າຈະເປັນສຸຂະພາບທີ່ດີ, ກິລາ, ການພັດທະນາຝີມືແຮງງານໃຫ້ມີຄວາມພ້ອມໃນການຮັບໃຊ້ສັງຄົມ. ນອກນີ້ຍັງກ່າວຂອບໃຈນັກແຂ່ງຂັນທີ່ເຂົ້າຮ່ວມທຸກພາກສ່ວນ ແລະ ຜູ້ບໍລິຈາກສົມທົບທຶນ ລວມໄປເຖິງບັນດາແຂກທີ່ຮ່ວມງານພ້ອມສື່ມວນຊົນທີ່ໃຫ້ການສະໜັບສະໜູນ ໃຫ້ງານຄັ້ງນີ້ສຳເລັດໄປດ້ວຍດີ.

14423953_850868068383290_260054844_o

 

ແບ່ງປັນ