Breaking News

ແຈ້ງການດ່ວນ! ໃຫ້ຫຼຸດຜ່ອນການອອກຫວຍ ຕ້ອງມີິຄວາມໂປ່ງໃສ, ຢຸດເຊົາຫວຍທວາຍຜົນເຕະບານ ແລະ ຫວຍຂູດແມ່ນ???

ແບ່ງປັນ

ແຈ້ງການຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ສະບັບເລກທີ 1244 / ຫສນຍ.ກລຂ  ລົງວັນທີ 17 ສິງຫາ 2017 ເລື່ອງ ການເຄື່ອນໄຫວວຽກງານຂອງບໍລິສັດ ລັດວິສາຫະກິດຫວຍພັດທະນາລາວ ໃນໄລຍະຜ່ານມາ ແລະ ທິດທາງການເຄື່ອນໄຫວໃນຕໍ່ໜ້າ. ຂໍແຈ້ງມາໃຫ້ທ່ານຊາບວ່າ: ຫວຍພັດທະນາລາວທີ່ຜ່ານມາແມ່ນອອກອາທິດໜຶ່ງ 2 ຄັ້ງ ໃຫ້ປ່ຽນມາເປັນອາທິດລະຄັ້ງ, ໃຫ້ຢຸດເຊົາຫວຍທວາຍຜົນເຕະບານ ແລະ ສ່ວນ ຫວຍຂູດ ແມ່ນໃຫ້ສຶບຕໍ່ຈຳໜ່າຍສະເພາະຈຳນວນທີ່ຜະລິດຕົວຈິງ ແລະ ກວດກາ ຄຸ້ມຄອງການຄ້າຂາຍຫວຍເຖື່ອນຈາກຕ່າງປະເທດ…ລາຍລະອຽດອ່ານແຈ້ງການລຸ່ມນີ້ໄດ້:

ຂໍຂອບໃຈທີ່ມາຈາກ: target magazine

ແບ່ງປັນ